ເມື່ອ​ເວົ້າ​ເຖີງ​ເຂົ້າປຸ້ນນໍ້າ​ແຈ່ວ​ ​ກໍ​ເປັນອາຫານ​ອີກ​ເຍື່ອງ​ໜຶ່ງ ທີ່​ຫລາຍ​ຄົນນິຍົມ​ຊົມ​ຊອບ ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງທີ່​ມີ​ການ​ລອງ​ຜິດ, ​ລອງ​ຖືກ ຊອກ​ຫາ​ຮ້ານ​ທີ່​ຖືກ​ໃຈ ​ເພື່ອຈະ​ໄດ້​ກິນ​ອາຫານ​ທີ່​ຕົນ​ມັກ ດັ່ງນັ້ນ, ຄໍ​ລໍາ ສົ່ງ​ເສີມ​ທຸລະ​ກິດ ສະບັບ​ນີ້ ຈະ​ມາ​ແນະ​ນໍາ ຮ້ານ​ເຂົ້າປຸ້ນ​ນໍ້າ​ແຈ່ວ​ແຊບໆ ບັນຍາກາດ​ດີ ​ແລະ ມີ​ເອກະລັກ ທີ່ໜ້າສົນ​ໃຈ ​ເໝາະ​ສໍາລັບ​ພາ​ຄົນ​ທີ່​ຮັກ​ມາ​ນັ່ງ​ກິນ.

ທ່ານ ອາ​ລິຍະ ປັນຍາ​ຜົນ ​ເຈົ້າຂອງ​ຮ້ານ​ ​ໄດ້​ເວົ້າ​ໃຫ້​ຟັງ​ວ່າ:  ຈຸດ​ເລີ່​ມຕົ້ນ​ຂອງ​ຮ້ານ​ເຂົ້າ​ແມ່ນ​ ຕົນ​ເປັນ​ຄົນ​ທີ່​ມັກ​ກິນ​ເຂົ້າປຸ້ນ ​ແລະ ​ແມ່​ເຖົ້າ ຫລື ​ຮ້ອງ​ກັນ​ອີກ​ແບບ​ວ່າ ​ແມ່​ຂອງ​ແມ່ ​ເພີ່ນ​ເປັນ​ຄົນ​ທີ່​​ເຮັດ​ເຂົ້າປຸ້ນ​ແຊບຕາມສູດ​ດັ້ງ​ເດີມ​ມາ​ແຕ່​ດົນ​ນານ ​ເລີຍ​ຢາກ​ແບ່ງປັນ​ໃຫ້​ຫລາຍ​ຄົນ​​ໄດ້​ລອງ​ກີ​ນນໍາ​ກັນ ຈຶ່ງ​ຕັດສິນ​ໃຈ​ເປີດ​ຮ້ານ​ ແຕ່​ທ້າຍ​ປີ 2018 ​ແລະ ເຫັນ​ວ່າ​ມີ​ຜົນ​ຕອບ​ຮັບ​ດີຫລາຍ, ຫລັງ​ຈາກ​ເປີດ​ມາ​ໄດ້ 3 ​ເດືອນ​ແມ່ນ​ຂາຍໝົດທຸກ​ມື້  ​​ເພາະຄົນ​ມາທີ່​ມາ​ກິນ​ໃຜກໍ​ມັກ​ໃນ​ລົດ​ຊາດ ​ແລະ ​​ບັນຍາກາດພາຍ​ໃນ​ຮ້ານ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມອົບ​ອຸ່ນ, ​ເຢັນ​ສະບາຍ​ຕາດ້ວຍ​ການ​ຕົບ​ແຕ່ງ​ແບບ​ລາວ​ໆ ພ້ອມທັງ​ມີ​ເພງ​ຟັງ​ແບບ​ສະ​ບາຍໆ ​ເມື່ອ​ເບິ່ງ​ໄປ​ແລ້ວ​ຄື​ກັບ​ໄດ້​ນັ່ງ​ກິນ​ໃນ​ເຮືອນ​ຂອງ​ຕົນ​ເອງ ​ແລະ ຄວາມ​ພິ​ເສດ​ຂອງ​ຮ້ານ​ອີກ​ຢ່າງໜຶ່ງສໍາລັບ​ລູກ​ຄ້າ​ທີ່​ມາ ​ເຊັກ​ອິນ ພາຍ​ໃນ​ຮ້ານ ບ້ານ​ແມ່​ເຖົ້າ​ເຂົ້າປຸ້ນ​ນໍ້າ​ແຈ່ວ ຈະ​ໄດ້​ກິນນໍ້າສະໝຸນ​ໄພ ​ທີ່​ຜະລິດຈາກວັດຖຸ​ດິບ​ທໍາ​ມະ​ຊາດທີ່​ມີ​ຄຸນ​ປະ​ໂຫຍ​ດ​ຕໍ່ຮ່າງ​ກາຍ ​ແລະ ຕ້ານ​ພະ​ຍາດ​ຕ່າງໆ  ຄື : ນໍ້າ​ດອກ​ອັນ​ຊັນ, ນໍ້າໝາກກະທັນ​, ນໍ້າ​ກະຈຽບ ຟຣີ​ອີກ​ດ້ວຍ.

ທ່ານ ອາ​ລິຍະ ຍັງ​ໄດ້​ເວົ້າ​ຕື່ມ​ວ່າ:  ສໍາລັບ​ການ​ບໍລິການທາງ​ຮ້ານ​ເຂົ້າປຸ້ນ​ນໍ້າ​ແຈ່ວ​ຮ້ານ​ແມ່​ເຖົ້າ ​ແມ່ນ​ເປີດ​ທຸກໆມື້ ​ແຕ່ 8 ​ໂມງ​ເຊົ້າ ຫາ 5 ​ໂມງ​ແລງ, ລາຄາ​ຂາຍ ​ແມ່ນ ຖ້ວຍ​ນ້ອຍ 15.000 ກີບຂຶ້ນ​ໄປ, ມີ​ບໍ​ລິ​ການ​ສົ່່ງ​ເຖິງ​ທີ່  ​ແລະ ​ສໍາຄັນຄື​ເນັ້ນ​ໃຫ້​ພະນັກງານ​​ເອົາ​​ໃຈ​ໃສ່ ບໍລິການ ລູກ​ຄ້າ​ທຸກ​ຄົນ​ເໝືອນດັ່ງ​ກັບ​ຄົນ​​ໃນຄອບຄົວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ບ້ານ​ແມ່​ເຖົ້າເຂົ້າປຸ້ນ​ນໍ້າ​ແຈ່ວເປັນ​ອີກໜຶ່ງຮ້ານ​ທີ່​ຜູ້​ຂຽນຢາກ​ບອກ​ຕໍ່​ເພາະວ່າ​ໄດ້​ໄປ​ສໍາຜັດ​ບັນ​ຍາກາດ​ມາ​ດ້ວຍ​ໂຕ​ເອງ​ບອກ​ເລີຍ​ວ່າ​ສົມ​ຄໍາ​​​ເລົ່າ​ລື ​ເຂົ້າປຸ້ນ​ກໍ​ແຊບ, ບັນ​ຍາ​ກາດ​ກໍ​ດີ ​ແຖມ​ໄດ້​ກິນ​ນໍ້າ​ສະໝຸນ​ໄພ​ທີ່​ມີ​ປະ​ໂຫຍ​ດ ຕໍ່ຮ່າງກາຍ​ອີກ​ດ້ວຍ, ຢ່າ​ຟ້າວ​ເຊື້ອ​ ຈົນ​ກວ່າ​ຈະ​ໄດ້​ລອງ​ດ້ວຍ​​ໂຕ​ທ່ານເອງ  ຮ້ານ​ຕັ້ງ​ຢູ່​ ຕໍ່ໜ້າປໍ້າ​ນໍ້າມັນບ້ານ​ນາ​ໄຊ ​ເມືອງ​ໄຊ​ເສດ​ຖາ ຮ່ອມ​ 2 , ຖ້າ​ໄປ​ບໍ່​ຮອດ​ກໍ​ສາມາດສອບ​ຖາມລາຍ​ລະອຽດ​ໄດ້​ຕາມ​ເບີ​ໂທລະສັບ  02055662525.

ທີ່​ມາ: ຂ​ປ​ລ

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້