Saturday, March 22, 2025

ທະ​ນາ​ຄານ​ກາງລາວ-ໄທຮ່ວມສຳ​ມະ​ນາ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ”

ໃນ​ວັນ​ທີ 19 ກຸມ​ພາ 2019 ທີ່​ນະ​ຄອນຫຼວງວຽງ​ຈັນ ທະ​ນາ​ຄານ​ແຫ່ງ ສ​ປ​ປລາວ ຮ່ວມ​ກັບທະ​ນາ​ຄານ​ແຫ່ງປະ​ເທດ​ໄທໄດ້​ຈັດ​ຕັ້ງ​ການ​ສຳ​ມະ​ນາພາຍ​ໃຕ້​ຫົວ​ຂໍ້ ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ” ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານສອນ​ໄຊສິດ​ພະ​ໄຊຜູ້​ວ່າ​ການທະ​ນາ​ຄານ​ແຫ່ງ ສ​ປ​ປລາວແລະທ່ານໄພ​ບູນກິດ​ຕິ​ສີ​ຣິ​ກັງ​ວານຮອງ​ຜູ້​ວ່າ​ການທະ​ນາ​ຄານ​ແຫ່ງປະ​ເທດ​ໄທແລະ ມີ​ນັກ​ສຳ​ມະ​ນາ​ກອນ​ທີ່​ເປັນພະ​ນັກ​ງານຂັ້ນ​ນຳ​ຈາກ​ກົມ/ທຽບ​ເທົ່າ​ກົມຂອງທະ​ນາ​ຄານ​ແຫ່ງ ສ​ປ​ປລາວ – ​ບັນ​ດາທະ​ນາ​ຄານ​ລັດ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານໄພ​ບູນກິດ​ຕິ ​ສີຣິ​ກັງ​ວານ ຮອງ​ຜູ້​ວ່າ​ການທະ​ນາ​ຄານ​ແຫ່ງປະ​ເທດ​ໄທ​ແລະ ທ່ານ​ນາງ​ອາ​ລິ​ສ​ຣາ ມະ​ຫາ​ສັນ​ທະ​ນາ ຜູ້​ຊ່ວຍ​ຜູ້​ວ່າ​ການ (ທີ່​ປຶກ​ສາ) ທະ​ນາ​ຄານ​ແຫ່ງປະ​ເທດ​ໄທໄດ້​ນຳ​ສະ​ເໜີ​ກ່ຽວ​ກັບ​ບັນ​ຫາພາ​ວະ​ຄວາມ​ເປັນ​ຜູ້​ນຳ ແລະ ການ​ສື່​ສານທີ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ພາ​ວະ​ຂອງ​ຜູ້​ນຳແລະຜູ້​ຕາມ​​ໃນອົງ​ກອນໂດຍ​ສະ​ເພາະ​ກໍ່​ແມ່ນ​​ການ​ບໍ​ລິ​ຫານ​ອົງ​ກອນ, ບໍ​ລິ​ຫານ​ຄົນ, ບໍ​ລິ​ຫານ​ວຽກ, ບໍ​ລິ​ຫານ​ເງິນ…ແລະການ​ສື່​ສານຢ່າງ​​ຖືກ​ຕ້ອງຊຶ່ງເປັນ​ນິ​ມິດ​ໝາຍ​ທີ່​ດີທີ່​ພະ​ນັກ​ງານ​ບໍ​ລິ​ຫານ​ຂັ້ນ​ຕ່າງໆ​​ໄດ້​ຮັບ​ຮູ້, ເຂົ້າ​ໃຈແລະປະ​ຕິ​ບັດ​ໃຫ້​ສອດ​ຄ່ອງ​ກັບ​ອົງ​ກອນ​ຕົນແລະການ​​ສຳ​ມະ​ນາໃນ​ຫົວ​ຂໍ້​ດັ່ງ​ກ່າວແມ່ນນອນ​ໃນ​ຂອບ​ການ​ຮ່ວມ​ມື​ລະ​ຫວ່າງທະ​ນາ​ຄານ​ແຫ່ງ ສ​ປ​ປລາວແລະທະ​ນາ​ຄານ​ແຫ່ງປະ​ເທດ​ໄທຊຶ່ງ​ໄດ້​ເປັນ​ການສອດ​ຄ່ອງ​ກັບ​ຍຸກ​ແຫ່ງ​ການ​ພັດ​ທະ​ນາແລະການ​ເຊື່ອມ​ໂຍງ​ພາກ​ພື້ນແລະສາ​ກົນ​; ສະ​ນັ້ນ, ມັນຈຶ່ງ​ໄດ້​ເລັ່ງ​ທວງ​ໃຫ້​ບັນ​ດາພະ​ນັກ​ງານ​​ບໍ​ລິ​ຫານຂັ້ນ​ຕ່າງໆ​ຈະ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ຫາ​ດັ່ງ​ກ່າວເພາະ​​ມັນ​ເປັນ​ປັດ​ໃຈ​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ການ​ຂັບ​ເຄື່ອນແລະພັດ​ທະ​ນາ​ວຽກ​ງານ​ລວມ​ຂອງ​ແຕ່​ລະ​ຂົງ​ເຂດ ເພື່ອ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.

ໃນ​ໂອ​ກາດ​ດັ່ງ​ກ່າວ; ບັນ​ດາ​ນັກ​ວິ​ທະ​ຍາ​ກອນແລະນັກ​ສຳ​ມະ​ນາ​ກອນກໍ່​ໄດ້​ມີ​ການ​ຖາມ – ຕອບຫຼາຍ​ບັນ​ຫາ​ພ້ອມ​ທັງມີ​ກິດ​ຈະ​ກຳ​ຕ່າງໆ ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ສະ​ເໜີ​ຄວາມ​ຮູ້​ຜ່ານ​ວິ​ດີ​ໂອທີ່​ປິ່ນ​ອ້ອມ​ຫົວ​ຂໍ້ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ”; ຜ່ານ​ການ​ສຳ​ມະ​ນາ​ໃນ​ເທື່ອນີ້ ໄດ້​ເຮັດ​ໃຫ້​ບັນ​ດາ​ພະ​ນັກ​ງານ​ຂັ້ນ​ນຳ​ຈາກ​ກົມ/ທຽບ​ເທົ່າ​ກົມຂອງທະ​ນາ​ຄານ​ແຫ່ງ ສ​ປ​ປລາວ – ​ບັນ​ດາທະ​ນາ​ຄານ​ລັດສາ​ມາດ​ກຳ​ໄດ້​ແໜ້ນ ແລະຈະ​​ເອົາໄປ​ນຳ​ໃຊ້​ຢ່າງ​ປະ​ດິດ​ສ້າງເພື່ອ​ໃຫ້​ເກີດ​ປະ​ໂຫຍດ​ສ​ູງ​ສຸດ​ຕໍ່​ອົງ​ກອນຂອງ​ຕົນ​ໃນ​ຕໍ່​ໜ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່