ນະຄອນຫຼວງວຽງຈັນ ໄດ້ສຳເລັດການທົດລອງຕິດຕັ້ງໝໍ້ນັບໄຟຟ້າທີ່ທັນສະໄໝ ຢູ່ນາຊາຍທອງເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຈະອຳນວຍຄວາມສະດວກສະບາຍໃນການຈົດເກັບຄ່າໄຟໃຫ້ມີຄວາມໂປ່ງໃສ່ ຂະນະທີ່ເຂດຕົວເມືອງໃນນະຄອນຫຼວງເລີ່ມຕິດຕັ້ງແລ້ວບາງບ້ານ.

      ທ່ານ ທະວີສິດ ສີສຸລິດ ຫົວໜ້າ ສາຂາ ໄຟຟ້າ ເມືອງນາຊາຍທອງ ເປີດເຜີຍວ່າ: ໄຟຟ້າ ສາຂາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສຳເລັດການປ່ຽນຖ່າຍໝໍ້ນັບໄຟທັນສະໄໝ (ກົງເຕີ ດິຈີຕອລ) ແທນອັນເກົ່າ ຈຳນວນ 11 ພັນກວ່າໜ່ວຍ  ທຽບໃສ່ແຜນສຳເລັດແລ້ວ 100%  ຈຸດດີຂອງການຕິດຕັ້ງໝໍ້ນັບໄຟທີ່ທັນສະໄໝກໍເພື່ອຫຼຸດຜ່ອນການຕົກເຮ່ຍຂອງພະລັງງານ ແລະ ແກ້ບັນຫາການຈົດໄຟແບບຄາດເດົາຂອງພະນັກງານ, ສ້າງຄວາມໂປ່ງໃສໃນການຈົດໃບບິນ ແລະ ອຳນວຍຄວາມສະດວກໃນການຕິດຕາມການຊົມໃຊ້ໄຟຟ້າຕົວຈິງຂອງລູກຄ້າກໍ່ຄືຜູ້ຊົມໃຊ້ໂຄງການດັ່ງກ່າວເລີ່ມເກັບກຳຕົວເລກມາແຕ່ປີ 2015 ປັດຈຸບັນຢູ່ໃນຊ່ວງໄລຍະ 3 ປີ 2018-2019 ຈະສືບຕໍ່ການຍົກຍ້າຍໝໍ້ນັບໄຟຈາກເຮືອນມາຢູ່ເສົາໄຟທີ່ຍັງເຫຼືອຢູ່ປະມານ 4.188 ກົງເຕີ ແມ່ນຈະໃຫ້ສຳເລັດພາຍໃນລະດູແລ້ງນີ້ຄືເດືອນ ເມສາ 2019 ນີ້.

ສຳລັບການຍົກຍ້າຍ ແລະ ຕິດຕັ້ງໝໍ້ນັບໄຟແມ່ນຈະບໍ່ມີການເສຍຄ່າໃຊ້ຈ່າຍໃດໆທັງນັ້ນເພາະ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງ ໄດ້ມີງົບປະມານສະເພາະໃຫ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

      ພະແນກຄຸ້ມຄອງໝໍ້ນັບໄຟ, ນະຄອນຫຼວງວຽງຈັນ ລາຍງານວ່າ: ສຳລັບການປ່ຽນຖ່າຍ ແລະ ຍົກຍ້າຍກົງເຕີແມ່ນຫຍຸ້ງຍາກພໍສົມຄວນ ຍ້ອນປະຊາຊົນສ່ວນໜຶ່ງຍັງບໍ່ທັນນເຂົ້າໃຈ ເຊິ່ງນະຄອນຫຼວງແມ່ນໄດ້ຕິດຕັ້ງໝໍ້ນັບໄຟທັນສະໄໝເຂດບ້ານໂນນສະອາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເປັນບ້ານລິເລີ່ມກ່ອນຈະໄປບ້ານອຶ່ນ.

      ໝໍ້ນັບໄຟທັນສະໄໝຈະຕິດຕັ້ງຄ່າການຊົມໃຊ້ໄຟຟ້າດ້ວຍລະບົບໂປຣແກຣມສາມາດກວດສອບໄດ້ງ່າຍໂດຍຈະກຳນົດເອົາວັນທີ 30 ທ້າຍເດືອນເປັນວັນກຳນົດເກັບເປັນ 1 ເດືອນ ເຊິ່ງຈະມີລະບົບຕັດນັບກຳນົດຄ່າຈ່າຍພາຍໃນຕົວຂອງມັນເອງ ຈະອຳນວຍຄວາມສະດວກຫຼາຍຝ່າຍຜູ້ຊົມໃຊ້ພາກຄົວເຮືອນ, ຫ້າງຮ້ານ, ບໍລິສັດຕ່າງ ແລະ ຜູ້ຈົດນັບຮັບປະກັນຄວາມໂປ່ງໃສ


Hits: 29

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້