ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ນາງ ວາລີ ເວດສະພົງ ຮອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ກ່າວວ່າ: ເປັນການສືບຕໍ່ຈາກກອງປະຊຸມສາມຝ່າຍຂັ້ນສູນກາງກ່ຽວກັບສາຍພົວພັນແຮງງານຄັ້ງທີ 15 ທີ່ສູນກາງສະຫະພັນກຳມະການລາວເປັນເຈົ້າພາບ ໂດຍມອບໃຫ້ ສຄອຊ ຮ່ວມມືກັບ ອົງການ lLO ເປັນຜູ້ສຶກສາເພື່ອຈະລາຍງານໃນກອງປະຊຸມສາມຝ່າຍໃນຄັ້ງທີ 16 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະເປັນເຈົ້າພາບ.

ກອງປະຊຸມເປັນການຫາລືລະຫວ່າງບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອສຶກສາດ້ານການຜະລິດຕະພາບແຮງງານລາວ, ຜົນກະທົບທີ່ຄາດວ່າຈະສົ່ງຜົນຕໍ່ການຈະເລີນເຕີບໂຕທາງດ້ານເສດຖະກິດ ຂອງປະເທດ ແລະ ແຂ່ງຂັນກັບສາກົນເຊັ່ນ: ອັດຕາເງິນເຟີ, ອັດຕາການຂະຫຍາຍຕົວຂອງເສດຖະກິດ, ການເພີ່ມຂຶ້ນຄ່າຄອງຊີບ ແລະ ສົມທຽບຄ່າແຮງງານຂັ້ນຕ່ຳປະເທດອ້ອມຂ້າງ.

ໄລຍະຜ່ານມາ ອົງການສາມຝ່າຍ ໄດ້ປັບປຸງລະດັບຄ່າແຮງງານຕໍ່າສຸດຢູ່ທີ່ີ  1.100.000 ກີບ, ຄັ້ງນີ້ຖືເປັນຄັ້ງທີ 8 ນັບແຕ່ປີ 1991 ການຫາລືຄັ້ງນີ້ກໍເພື່ອເປັນການກຳນົດຄ່າແຮງງານງານຂັ້ນຕ່ຳສຸດ ໃນອານາຄົດທັງເປັນບົດຮຽນໃນການສ້າງຫຼັກການທີ່ເປັນທິດສະດີ, ເປັນສູດຄິດໄລ່ ແລະ ເປັນທຳ ທີ່ອົງການສາມຝ່າຍຮັບໄດ້ໃນການປັບອັດຕາຄ່າແຮງງານຂັ້ນຕ່ຳໃນແຕ່ລະຕາມສະພາບຕົວຈິງຂອງການເໜັງເຕງຂອງຕະຫຼາດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້