ໄທ ຊ່ວຍເຫຼືອ ລາວ ເຊື່ອມໂຍງທາງດ້ານຄົມມະນາຄົມຂົນສົ່ງໃນພາກພື້ນ

ເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດໄດ້ໃຫ້ຄໍາເຫັນ ພ້ອມທັງສະໜັບສະໜູນໃຫ້ປະເທດໄທ ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍການເຊື່ອມໂຍງທາງດ້ານຄົມມະນາຄົມຂົນສົ່ງໃນພາກພື້ນ

ເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດໄດ້ໃຫ້ຄໍາເຫັນ ພ້ອມທັງສະໜັບສະໜູນໃຫ້ປະເທດໄທ ສະໜັບສະໜູນ ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍການເຊື່ອມໂຍງທາງດ້ານຄົມມະນາຄົມຂົນສົ່ງໃນພາກພື້ນ.

ທ່ານ ນາງ ຟີກີຕາໂມລົວ ອູຕົວກາມານູ Fekitamoeloa Utoikamanu ໄດ້ກ່າວໃນກອງປະຊຸມສາກົນທີ່ຈັດຂື້ນທີ່ ບາງກອກ ປະເທດໄທ ໃນອາທິດຜ່ານມານີ້, ທ່ານກ່າວວ່າ: ສປປ ລາວ ເປັນປະເທດທາງຜ່ານ, ປະເທດໄທຄວນໃຫ້ການຊ່ວຍເຫຼືອ ສປປ ລາວ ປັບປຸງການຂົນສົ່ງຜ່ານໂຂງເຂດອາຊຽນ ພາຍໃຕ້ຂໍ້ຕົກລົງລະຫວ່າງສອງປະເທດ.

ການກະກຽມ, ຈັດລະບຽບດ້ານການຂົນສົ່ງຄວນໃຫ້ເປັນບູລິມະສິດທໍາອິດ ນອກນັ້ນການຮ່ວມມືດ້ານຂະແໜງການອື່ນໆ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງດ້ານ ICT ກໍ່ເປັນສີ່ງຈໍາເປັນເຊັ່ນກັນ. 

ກອງປະຊຸມດັ່ງກ່າວຈັດຂື້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາເປົ້າໝາຍ 10 ປີ 2014-2024 ຂອງບັນດາປະເທດບໍ່ມີທາງອອກສູ່ທະເລ.

ແຫຼ່ງຂ່າວ: ບາງກອກໂພ​ສ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.