ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຄະນະໂຄສະນາອົມຮົມ ນະຄອນຫຼວງວຽງຈັນ ຈັດກອງປະຊຸມເຊື່ອມຊຶມ ຜັນຂະຫຍາຍມະຕິ 7 ສະໄໝທີ X ຂອງສູນກາງພັກ ໂດຍການບັນຍາຍຂອງ ທ່ານ ອຸດອນ ໄຊມົນຕີ ຄະນະປະຈໍາພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເຊິ່ງມີພະລັກງງານສະມາຊິກພັກ ພະນັກ ງານຫຼັກແຫຼ່ງໃນຂົງເຂດ ວັດທະນະທໍາ-ສັງຄົມ ເຊັ່ນ ພະແນກ ສຶກສາທິການ-ກີລາ ສາທາລະນະສຶກ ຖວທ ແລະ ພະແນກ ແຮງ ງານສະຫວັດດີການ-ສັງຄົມເຂົ້າຮ່ວມ ຫຼາຍກວ່າ 300 ຄົນ.
ຈຸດປະສົງຂອງກອງປະຊຸມຄົ້ງນີ້ເພື່ອເຮັດໃຫ້ພະນັກງານໃນຂົງເຂດດັ່ງກ່າວກໍາຫໄດ້ເນື້ອໃນຈິດໃຈຂອງ ມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 057/ຄບສພ ວ່າດ້ວຍເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງນາກ ດ້ານເສດຖະກິດ- ການເງິນ ແລະສ້າງຄວາມເຂັ້ມແຂງຂອງເສດຖະກິດມະຫາພາກ ແລະ ມະຕິ 056/ຄບສພ ວ່າດ້ວຍການປົບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.
ທັງນີ້ກໍ່ເພື່ອໃຫ້ຜູ້ເຂົາຮັບຟັງການເຜີຍແຜ່ຄັ້ງນີ້ ນໍາໄປຈັດຕັງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ເພື່ອໃຫ້ວຽກງານນັ້ນໆໄດ້ຮັບການພັດທະນາຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ທີ່ມາ: ວຽງຈັນໃໝ່