Sunday, November 9, 2025
Kbank Laos โอน รับ จ่าย

ເລັ່ງຍົກຍ້າຍປະຊາຊົນ 2 ບ້ານ ຖືກໂຄງການເຂື່ອນເຊລະນອງ 1

ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງໜຶ່ງຕັ້ງຢູ່ຂອບເຂດເມືອງພີນ ແຂວງສະຫວັນນະເຂດ ທີ່ຫ່າງຈາກຊາຍແດນເຂດເມືອງນອງ ໄປທາງທິດຕາເວັນຕົກປະມານ 10 ກິໂລແມັດທີ່ກໍາລັງລົງມືກໍ່ສ້າງໃຫ້ສໍາເລັດຕາມແຜນການທີ່ວາງໄວ້ແຕ່ໂຄງການກໍ່ສ້າງເຂື່ອນດັ່ງກ່າວແມ່ນມີປະຊາຊົນ 2 ບ້ານທີ່ຂຶ້ນກັບເມືອງ ນອງ ແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຊຶ່ງປະຈຸບັນເຈົ້າຂອງໂຄງການກໍາລັງຂຸ້ນຂ້ຽວຍົກຍ້າຍປະຊາຊົນໄປຢູ່ບ້ານຈັດສັນໃໝ່ຄາດວ່າໃຫ້ສໍາເລັດສົມບູນໃນ ເດືອນພຶດສະພາ 2019 ນີ້.

ທ່ານ ແພງມາ ຈັນທິລະນອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມເມືອງນອງ ໄດ້ກ່າວວ່າ: ປະຊາຊົນທີ່ຖືກຜົນກະທົບຈາກໂຄງ ການກໍ່ສ້າງເຂື່ອນໄຟຟ້າເຊລະນອງໜຶ່ງແມ່ນມີ 2 ບ້ານຄື: ບ້ານລະເບົານໍ້າ ແລະບ້ານລ໋ອຍນ້ຳ ຫຼື ປາຈະຕຽນໃນນັ້ນມີທັງໝົດມີຈໍານວນ 88 ຄອບຄົວ, ພົນ ລະເມືອງ 487 ຄົນ, ຍິງ 249 ຄົນ, ມີເນື້ອທີ່ນາ 32,6 ເຮັກຕາ, ເນື້ອທີ່ສວນຢາງໂບງ, ກ້ວຍ 21 ເຮັກຕາ ແລະໜອງປາ, ສວນຕົ້ນໄມ້ໃຫ້ໝາກຈໍານວນໜຶ່ງມາຮອດປະຈຸບັນນີ້ທາງຄະນະກໍາມະການຍົກຍ້າຍຈັດສັນຂັ້ນເມືອງ, ຂັ້ນແຂວງ ແລະເຈົ້າຂອງໂຄງ ການພວມກໍາລັງເລັ່ງລົງມືກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນກໍ່ສ້າງເສັ້ນທາງປູດິນແດງແຕ່ບ້ານປະຈະຕຽນເຂົ້າໄປຫາບ້ານຈັດສັນໃໝ່ມີຄວາມຍາວ 9 ກິໂລແມັດປະຈຸບັນວຽກງານທີ່ສໍາເລັດແລ້ວແມ່ນບຸກເບີກເນື້ອທີ່ບ່ອນຕັ້ງບ້ານຈັດສັນໃໝ່ 2 ບ້ານ, ດຶງຕາຂ່າຍໄຟຟ້າເຂົ້າຫາບ້ານ, ກໍ່ສ້າງນໍ້າປະປາຊຸມຊົນ, ໄດ້ແບ່ງດິນປຸກສ້າງໃຫ້ແຕ່ລະຄອບຄົວ ໃນ 2 ບ້ານຈໍານວນ 88 ຕອນ ຊຶ່ງໃນນັ້ນແຕ່ລະຄອບຄົວຈະໄດ້ຮັບເນື້ອທີ່ປູກສ້າງຢູ່ 800 ຕາແມັດ ສ່ວນການກໍ່ສ້າງ ເຮືອນນັ້ນແມ່ນກໍາລັງລົງມືກໍ່ສ້າງຢ່າງຂຸ້ນຂ້ຽວຈໍານວນ 88 ຫຼັງຄື: ບ້ານລະ ເບົານໍ້າ 56 ຫຼັງ, ບ້ານລ໋ອຍນໍ້າ ຫຼື ປາຈະ ຕຽນ 32 ຫຼັງ ມີ 4 ຂະໜາດ ໂດຍອີງໃສ່ ຈໍານວນພົນລະເມືອງຂອງແຕ່ລະຄອບຄົວຂະໜາດນ້ອຍ 40 ຕາແມັດ, ຂະໜາດໃຫຍ່ 120 ຕາແມັດ ເປັນເຮືອນໄມ້ເສົາຖອກດ້ວຍເບຕົງ, ມຸງດ້ວຍສັງກະສີແຂງມີຫ້ອງຄົວ, ຫ້ອງນໍ້າ ແລະຮົ້ວອ້ອມເຮືອນເນັ່ງດ້ວຍໜາມໝາກຈັບ.

ສຳລັບການກໍ່ສ້າງເຮືອນແມ່ນຈະໃຫ້ສໍາເລັດໃນທ້າຍເດືອນມີນາ 2019 ນີ້ນອກນັ້ນຍັງໄດ້ເລັ່ງລົງມືກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນໃຫ້ພໍ່ແມ່ປະຊາຊົນບ້າ ນຈັດສັນໃໝ່ເຊັ່ນ: ບຸກເບີກເນື້ອທີ່ສວນໃຫ້ຄອບຄົວລະ 3 ເຮັກຕາ, ກໍ່ສ້າງຝາຍ 2 ແຫ່ງ, ກໍ່ສ້າງໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ມັດທະຍົມໜຶ່ງແຫ່ງ, ກໍ່ສ້າງສຸກສະລາ, ຫ້ອງການບ້ານ ແລະ ຕະຫຼາດໜຶ່ງແຫ່ງຊຶ່ງຄາດວ່າການຍົກຍ້າຍຈັດສັນປະຊາຊົນ 2 ບ້ານທີ່ໄດ້ຮັບຜົນກະທົບອອກຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງໜຶ່ງຈະໃຫ້ສໍາເລັດສົມບູນໃນທ້າຍເດືອນພຶດສະພາ 2019 ນີ້.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.