ກ່ອນໜ້ານີ້ ແຂວງໄຊຍະບູລີ ມີຊື່ວ່າ ແຂວງລ້ານຊ້າງ

ໃນປີ ພ.ສ 2484-2489 ແຂວງໄຊຍະບູລີ ໄດ້ຕົກເປັນສ່ວນໜຶ່ງຂອງສະຫຍາມ ໃນກໍລະນີຂໍ້ພິພາດ ລະຫວ່າງຝຣັ່ງ ແລະສະຫຍາມ.

ມີຊື່ ຈັງຫວັດວ່າ “ລານຊ້າງ ຫຼືລ້ານຊ້າງ” ມີເມືອງຫຼວງຊື່ “ສະມາບຸຣີ“

ໃນສະໄໝນັ້ນ ກົມສິລະປະກອນສະຫຍາມ ໄດ້ກຳນົດໃຫ້ຈັງຫວັດລ້ານຊ້າງ ໃຊ້ຕຣາປະຈຳຈັງຫວັັດ ເປັນຮູບຊ້າງຫຼາຍໂຕ ຢືນຢູ່ກາງລານກວ້າງ ຄວາມໝາຍຄື ເປັນດິນແດນທີ່ມີຊ້າງຈຳນວນຫຼາຍ.

ຈັງຫວັດລ້ານຊ້າງ ແບ່ງການປົກຄອງອອກເປັນ 6 ອຳເພີ ດັ່ງນີ້:
1. ອຳເພີສະມາບຸຣີ (ເມືອງໄຊຍະບູລີ).

2. ອຳເພີ ດຸນເດຈະຣັດ​ (ເມືອງປາກລາຍ).

3. ອຳເພີແກ່ນທ້າວ (ເມືອງແກ່ນທ້າວ).

4. ອຳເພີ

5. ອຳເພີຊຽງຮ່ອນ (ເມືອງຊຽງຮ່ອນ).
6. ຫານສົງຄາມ (ເມືອງຫົງສາ).

ຂໍ້ມູນເພີ່ມຕື່ມ: ວິກິພີເດຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.