ຈັ່ງ​ແມ່ນ​ຫຼາຍ​ໂພດ! ລະ​ດູ​ການ​ຄົນ​ຂໍ​ທານ ໃນ​ນະ​ຄອນ​ຫຼວງວຽງ​ຈັນ

ພາບ​ປະ​ກອບ : ຄົນ​ຂໍ​ທານ​ຕາ​ບອດ

        ຊ່ວງນີ້, ປາ​ກົດ​ວ່າ ຄົນ​ຂໍ​ທານ ເພີ່ມ​ຂຶ້ນ​ຫຼາຍ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່ ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ຫຼວງວຽງ​ຈັນ ເຊິ່ງ​ສ້າງ​ພາບ​ພົດ ແລະ​ຄວາມບໍ່ເປັນ​ລະ​ບຽບຮຽບ​ຮ້ອຍ​ໃຫ້​ແກ່​ສັງ​ຄົມ.

        ໂດຍ​ສະ​ເພາະ​ແມ່ນ​ເສັ້ນ​ທາງ​ນ້ຳ​ພຸ, ເສັ້ນ​ທາງ​ແຄມ​ຂອງ ແລະ​ທຸກ​ເສັ້ນ​ທາງ​ທີ່​ຄົນ​ສັນ​ຈອນ​ໄປ​ມາ ປາ​ກົດ​ວ່າ ມີ​ຄົນ​ຂໍ​ທານບໍ່​ນ້ອຍກວ່າ 03 ຄົນ ຍ່າງ​ເຂົ້າ​ຮ້ານນັ້ນ ອອກ​ເຮືອນນີ້.

        ແຕ່​ຄົນ​ທີ່​ມາ​ຂໍ​ທານນັ້​ນ, ຊ້ຳ​ພັດ​ຮ່າງ​ກາຍ​ດີ​ໝົດ​ທຸກ​ຄົນ ເຊິ່ງ​ຜິດ​ກັບ​ຄວາມ​ຄິດ​ຂອງ​ພວກ​ເຮົາ​ທີ່​ເຄີຍ​ຄິດ​ວ່າ ຄົນ​ຂໍ​ທານນັ້ນ ສ່ວນ​ຫຼາຍ​ເປັນ​ພວກຮ່າງ​ກາຍບໍ່​ສົມ​ປະ​ກອບ ຫຼື​ໃບ້​ບ້າ​ເສຍ​ຈິດ.

        ຕາມ​ຂໍ້​ມູນ​ຂອງ​ຫ້ອງ​ການ​ສັງ​ຄົມ​ສົງ​ເຄາະ “ຄົນ​ຂໍ​ທານ” ທີ່​ບໍ​ລິ​ເວນ​ນະ​ຄອນ​ຫຼວງວຽງ​ຈັນ ມີ 4 ປະ​ເພດ​ຄື: ຄົນ​ພິ​ການ, ຄົນ​ໃບ້​ບ້າ​ເສຍ​ຈິດ, ຄົນ​ຕິດ​ຢາ ແລະ​ຄົນ​ທຳ​ມະ​ດາ​ທີ່​ຮ່າງ​ກາຍ​ສົມ​ປະ​ກອບ.

        ປາ​ກົດ​ວ່າ ພວກ​ຄົນ​ຂໍ​ທານນີ້, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ກໍ​ແກ້​ບັນ​ຫາ​ມາ​ຕະ​ຫຼອດ ແຕ່​ວ່າ​ຈະ​ໃຫ້​ຫາຍ​ຂາດນັ້ນ ກໍ​ເປັນ​ໄປ​ໄດ້​ຍາກ ຍ້ອນ​ວ່າ “ລະ​ດູນີ້ ເປັນ​ລະ​ດູ​ຂໍ​ທານ”.

        ຍ້ອນ:

  • ລະ​ດູ​ການ​ເຮັດ​ໄນ່​ທຳ​ນາຂອງ​ຊາວ​ບ້ານ​ສິ້ນ​ສຸດ.
  • ຢູ່​ທ້ອງ​ຖິ່ນນັ້ນ, ຊີ​ວິດ​ການ​ເປັນ​ຢູ່​ທຸກ​ຍາກ​ຂາດ​ເຂີນ.
  • ທຳ​ມະ​ຊາດບໍ່​ເອື້ອ​ອຳ​ນວຍ (ດິນດອນ​ເປັນ​ປ່າ​ໂຄກ ປູກ​ຫຍັງ​ບໍ່​ຄ່ອຍ​ໄດ້).

*ເຫດ​ຜົນ​ເຫຼົ່າ​ນີ້ ເລີຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ມາ​ຂໍ​ທານ.

ສ່ວນ​ຫຼາຍ​ແລ້ວ, ທີ່​ຜູ້​ຂຽນ​ພົບ​ພໍ້ ແລະ​ເວົ້າ​ປາ​ໄສ​ນຳ​ພວກ​ຂໍ​ທານ​ຜ່ານ​ມາ ແມ່ນ​ເປັນ​ຄົນ​ມາ​ຈາກ​ແຂວງ​ສະ​ຫວັນ​ນະ​ເຂດ, ແຂວງ​ສາ​ລະ​ວັນ.

ທາງ​ການ​ເພິ່ນ​ກໍ​ໄດ້​ສຶກ​ສາ​ອົບ​ຮົມ​ກຸ່ມ​ຄົນ​ເຫຼົ່າ​ນີ້, ເພື່ອບໍ່​ໃຫ້​ມາ​ຂໍ​ທານ​ອີກ ແຕ່​ໄດ້​ຮັບ​ຜົນ​ນ້ອຍ ເພາະ​ວ່າ ພວກ​ເຂົາ​ຂໍ​ທານ​ກັນ​ມາ​ຈົນ​ເປັນ​ນິດ​ໄສ​ແລ້ວ ບໍ​ຂໍ​ທານ​ແມ່ນບໍ່​ໄດ້.

ຈັ່ງ​ໃດ? ກໍ​ຂໍ​ເອົາ​ໃຈ​ຊ່ວຍ​ທາງ​ການ​ເພິ່ນ

ແລະ​ພວກ​ເຮົາ​ເຊັ່ນ​ກັນ ກ່ອນ​ຈະ​ໃຫ້​ສິ່ງ​ໃດແກ່​ກຸ່ມ​ຄົນ​ເຫຼົ່າ​ນີ້, “ຕ້ອງ​ສອນ​ໃຫ້​ເຂົາຈັບ​ປາ​ເປັນ ​ແຕ່​ຢ່າ​ເອົາ​ໂຕ​ປາ​ໃຫ້​ເຂົາ​ກິນ”.

ຮູບ​ພາບ​ຈາກ: RFALAOS

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...