Thursday, May 15, 2025
Kbank Laos โอน รับ จ่าย

ກະຊວງວິທະຍາສາດ ເປີດນໍາໃຊ້ຫ້ອງກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະເຄື່ອງເອເລັກໂຕຣນິກ


      ທີ່ ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ໄດ້ເປີດຫ້ອງກວດສອບຄຸນນະພາບ ເຄື່ອງໃຊ້ໄຟຟ້າ ແລະເຄື່ອງເອເລັກໂຕຣນິກ ທີ່ນໍາເຂົ້າ, ຈໍາໜ່າຍ ແລະຜະລິດຢູ່ ສປປ ລາວ ປະຈໍາສາງທ່ານາແລ້ງ ນະຄອນຫຼວງວຽງຈັນ, ພາຍໃຕ້ເປັນປະທານ ໂດຍທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ກວຕ, ທັງເປັນປະທານສະພາວິທະຍາສາດແຫ່ງຊາດ, ມີບັນດາຫົວໜ້າກົມ, ສະຖານບັນ, ຫົວໜ້າຫ້ອງການ ແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະວັດແທກ ກ່າວວ່າ: ການຫ້ອງກວດສອບຄຸນນະພາບ ເຄື່ອງໃຊ້ໄຟຟ້າ ແລະເຄື່ອງເອເລັກໂຕຣນິກ ທີ່ນໍາເຂົ້າ, ຈໍາໜ່າຍ ແລະຜະລິດຢູ່ ສປປ ລາວ ປະຈໍາສາງທ່ານາແລ້ງ ນະຄອນຫຼວງວຽງຈັນ ຊຶ່ງເປັນຫ້ອງກວດກາທີ 2  ຂອງ ສປປ ລາວ (ຊຶ່ງຫ້ອງກວດສອບທໍາອິດ ຕັ້ງຢູ່ ດ່ານບໍ່ເຕນ ແຂວງ ຫຼວງນໍ້າທາ), ໂດຍມີຈຸດປະສົງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ພາກລັດ ແລະເອກະຊົນ ໃຫ້ຮັບປະກັນຄຸນນະພາບ ແລະຖືກຕ້ອງຕາມມາດຕະຖານແຫ່ງຊາດ ແລະສາກົນ, ທັງຍັງເປັນການ ຕອບສະໜອງນະໂຍບາຍຂອງລັດຖະບານໃນການສ້າງພື້ນຖານ ໂຄງລ່າງດ້ານຄຸນນະພາບແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ ສະໜອງການບໍລິການກວດສອບຄຸນນະພາບຜະລິດຕະພັນເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກໃຫ້ກັບສັງຄົມ, ຮັບປະກັນຄຸນນະພາບຜະລິດຕະພັນ, ຮັບປະກັນຄວາມປອດໄພຂອງຜູ້ຊົມໃຊ້, ເປັນການປັບປຸງ ລະບົບມາດຕະຖານ ຂອງຜະລິເຕະພັນ ແລະສອບຄ່ອງກັບການກໍານົດລະບຽບການ; ຊ່ວຍກໍ່ສ້າງພະນັກງານ ດ້ານກວດສອບໃຫ້ມີຄວາມສາມາດ ແລະ ເປັນທີ່ຍອມຮັບ, ທັງສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນໄດ້.

    ສໍາລັບ ການກວດສອບ ແມ່ນອີງຕາມຄຸນລັກສະນະທີ່ສໍາຄັນຂອງການກໍານົດໃນມາດຕະຖານເຊັ່ນ: ທົດສອບຄວາມທົນຕໍ່ແຮງໄຟ, ທົດສອບຄວາມຕ້ານຂອງສະນວນ, ທົດສອບກະແສໄຟຮົ່ວ, ທົດສອບທາງຜ່ານລົງດິນ, ທົດສອບຄວາມສອດຄ່ອງຂອງສະຫຼາກ. ສ່ວນຄ່າບໍລິການກວດສອບ ແມ່ນບົນພື້ນຖານ ຄວາມຖືກຕ້ອງ ຕາມລະບຽບຫຼັກການກົດໝາຍ ແລະມາດຕະຖານແຫ່ງຊາດ ໂດຍສອດຄ່ອງກັບລະບຽບການຂອງພາກພື້ນ ແລະສາກົນ, ໃນນັ້ນ ການກວດສອບຈະເລັງໃສ່ ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ, ເຄື່ອງມືຊ່າງ, ສາຍໄຟ, ເຄື່ອງວັດແທກ ແລະອື່ນໆ ຊຶ່ງມີມູນຄ່າກວດສອບແຕ່ 1.000 ຫາ 6 ແສນກີບ.

      ທ່ານ ວຽງທອງ ວົງທະວິໄລ ກ່າວຕື່ມວ່າ ໃນນາມອົງການທີ່ຄຸ້ມຄອງ ກວດກາຄຸນນະພາບແລະມາດຕະຖານດັ່ງກ່າວ ຂ້່າພະເຈົ້າ ຈະດໍາງານດ້ວຍຄວາມໂປ່ໃສ ວ່ອງໄວ ແລະບໍລິການຮັບໃຊ້ສັງຄົມດ້ວຍຄວາມຮັບຜິດຊອບສູງ, ຮຽກຮ້ອງມາຍັງບັນດາກະຊວງ, ອົງການ ຕະຫຼອດເຖິງຜູ້ປະກອບການ ບໍລິສັດ ຫ້່າງຮ້າ ແລະຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ຄວາມຮ່ວມມື ແລະຊຸກຍູ້ການປະຕິບັດວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້