ຂ​ະ​ແໜງ​ພາ​ສີ​ແຂວງວຽງ​ຈັນ ເກັບ​ພາ​ສີ​ໄດ້ໃນ​ເດືອນ​ທຳ​ອິດ 1 ຕື້​ກີບ

ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປີ 2019 ຂອງຂະແໜງພາສີ ປະຈຳແຂວງວຽງຈັນ ໃນເດືອນທຳອິດຂອງປີ (01/2019) ສາມາດປະຕິ ບັດລາຍຮັບໄດ້ 1 ຕື້ກວ່າກີບ, ລື່ນແຜນການເດືອນ 264,47%. ໃນນັ້ນ, ກອງກວດພາສີ ປະຈຳແຂວງປະຕິບັດໄດ້ 600 ລ້ານກວ່າກີບ, ດ່ານພາສີທ້ອງຖິ່ນ ບ້ານວັງ 347 ລ້ານກີບ, ດ່ານພາສີທ້ອງຖິ່ນຊະນະຄາມປະຕິບັດໄດ້ 61 ລ້ານກີບ.

ທີ່​ມາ​: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.

ຮູ້ຈັກ “ຊົນເຜົ່າບຣູ” ກັບວິຖີການດຳລົງຊີວິດ ແລະ ຮີດຄອງປະເພນີ

ຊົນເຜົ່າບຣູ ເປັນ 1 ໃນ 50 ຊົນເຜົ່າຂອງລາວ ທີ່ມີປະຫວັດຄວາມເປັນມາ, ວັດທະນະທຳ ແລະ ຮີດຄອງປະເພນີທີ່ໜ້າສົນໃຈ, ໂດຍຊົນເຜົ່າບຣູ ແມ່ນເລີ່ມຕົ້ນເຄື່ອນຍ້າຍເຂົ້າສູ່ປະເທດລາວໃນສະຕະວັດທີ່ 6 ຈາກພາກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລ້ວມາຕັ້ງຖິ່ນຖານພູມລຳເນົາຢູ່ເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໂດຍສະເພາະແມ່ນຢູ່ໃນບາງເຂດຂອງແຂວງຄຳມ່ວນ ແລະ ສະຫວັນນະເຂດ.

ເບິ່ງແຍງສາຍຕາງ່າຍໆ ເຮັດໄດ້ດ້ວຍຕົນເອງ

ເມື່ອກ່ອນຄົນທີ່ມີບັນຫາເລື່ອງສາຍຕາສ່ວນຫຼາຍກໍຈະເປັນກຸ່ມຄົນທີ່ສູງອາຍຸ ເພາະໃຊ້ສາຍຕາມາເປັນເວລາດົນນານ ອາດຈະມີອາການເຊື່ອມສະພາບຕາມການເວລາໄດ້. ແຕ່ປັດຈຸບັນບໍ່ສະເພາະແຕ່ຜູ້ສູງໄວ ມັນເກີດຂຶ້ນກັບທຸກກຸ່ມອາຍຸ ບໍ່ວ່າຈະເປັນເດັກນ້ອຍ, ໄວໜຸ່ມ ລ້ວນແລ້ວແຕ່ປະສົບບັນຫາເລື່ອງສາຍຕາ ບາງຄົນກໍມີອາການສາຍຕາສັ້ນ, ສາຍຕາຍາວ, ສາຍຕາອຽງ, ປະສາດຕາເມື່ອຍລ້າ, ຕາແດງ, ຕາເປັນຕໍ້, ຈໍປະສາດຕາເຊື່ອມ ເຫຼົ່ານີ້ເປັນຕົ້ນ.