ວິທະຍາໄລກະສິກຳ ແລະປ່າໄມ້ພາກເໜືອໃຫ້​ຄວາມ​ຮູ້ ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ

ຫວ່າງມໍ່ໆ​ມານີ້, ຢູ່ທີ່ຫ້ອງປະຊຸມວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີການຝຶກອົບຮົມເພື່ອສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ໃຫ້ແກ່ນັກສຶກສາພາຍໃນວິທະຍາໄລ. ໂດຍການເປັນປະທານຂອງ ທ່ານ ປທ. ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ, ມີວິທະຍາກອນຈາກໜ່ວຍງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງປະຈໍາວິທະຍາໄລ ພ້ອມດ້ວຍນັກສໍາມະນາກອນຈາກນັກສຶກສາພາຍໃນວິທະຍາໄລເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ປທ. ທອງສະມຸດ ພູມມະສອນ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີ, ຈາກນັ້ນທາງວິທະຍາກອນກໍໄດ້ດໍາເນີນການຝຶກອົບຮົມ, ຊຶ່ງຫົວຂໍ້ທີ່ຝຶກອົບຮົມໃນຄັ້ງນີ້ກໍມີ: ຄວາມໝາຍຄວາມສໍາຄັນຂອງບົດບາດຍິງ-ຊາຍ, ຜົນກະທົບດ້ານລົບຂອງການບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ ຢູ່ໃນການພັດທະນາເສດຖະກິດສັງຄົມ, ການສື່ມສານບົດບາດຍິງ-ຊາຍ ແລະ ການສ້າງຫຼັກການປະຕິບັດເພື່ອສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍຂອງວິທະຍາໄລ. ຊຶ່ງການຝຶກອົບຮົມໃນຄັ້ງນີ້ກໍເພື່ອໃຫ້ນັກສໍາມະນາກອນກໍຄືນັກສຶກສາມີຄວາມເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງບົດບາດຍິງ-ຊາຍ ແລະ ສາມາດຮູ້ເຖິງນິຕິກໍາສໍາຄັນຂອງລັດ ຫຼື ສາກົນ, ອົງການທີ່ສົ່ງເສີມພັດທະນາເລື່ອງບົດບາດຍິງ-ຊາຍໃນ ສປປ ລາວ.

ທີ່​ມາ: ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...