Friday, March 21, 2025

ຊ່ອງ 3 ລາວ ຍົກ​ເລີກ​ອະ​ນາ​ລ໊ອກ ເປັນ​ດິ​ຈິ​ຕອນ​ແລ້ວ!

ໂທລະພາບແຫ່ງຊາດລາວ ໄດ້ເປີດການຈັດຕັ້ງປະຕິບັດໂຄງການ ຊ່ວຍເຫລືອປັບປຸງຍົກລະດັບ ໂທລະພາບແຫ່ງຊາດລລາວ ຊ່ອງ 3 ຈາກລະບົບ ອານາລ໊ອກ(SD) ໃຫ້ເປັນ ລະບົບດີຈີຕອນ(HD) ໂດຍການສະໜັບສະໜູນຈາກລັດຖະບານ ສປ ຈີນ ໄລຍະ 3 ເປັນເວລາ 3 ປີໃຫ້ສຳເລັດ ມີມູນຄ່າຫລາຍກວ່າ 45 ລ້ານຢວນ ຫລື ປະມານ 70 ຕື້ກີບ. 

ການຊ່ວຍເຫລືອຍົກລະ ດັບຄັ້ງນີ້ ແມ່ນຈະໄດ້ມີການປ່ຽນຖ່າຍອຸປກອນທັງໝົດໃນການຜະລິດ, ການກະຈາຍ, ການຕັດຕໍ່, ລວມທັງຫ້ອງ ສະຕູດີໂອ, ພ້ອມທັງຈະມີລົດຖ່າຍທອດສົດທີ່ເປັນລະບົບ HD ສາມາດກະຈາຍຂ່າວໄດ້ທົ່ວໂລກ.ພາຍຫລັງໂຄງການປັບປຸງເຕັກນິກໄລຍະ 3 ຂອງໂທລະພາບແຫ່ງຊາດລາວ ຊ່ອງ 3 ສຳເລັດຈະເຮັດໃຫ້ການກະຈາຍພາບ ແລະ ສຽງ ຫລື ລະບົບເຕັກນິກ ມີຄຸນນະພາບມີຄວາມຄົມຊັດກວ່າເກົ່າ ເທົ່າທຽມກັບໂທລະພາບບັນດາປະເທດອາຊຽນ ກໍຄືສາກົນ ເພື່ອປະກອບສ່ວນສຳຄັນໃຫ້ແກ່ໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງພັກ-ລັດ. ຜ່ານມາ ລັດຖະບານຈີນກໍໄດ້ໃຫ້ ການຊ່ວຍເຫລືອ ໂທລະພາບແຫ່ງຊາດລາວ ຊ່ອງ 3 ສຳເລັດ ໃນປີ 2009 ມູນຄ່າ 10 ລ້ານໂດລາສະຫະລັດ, ທັງໃຫ້ການຊ່ວຍເຫລືອໃນໂຄງການສ້ອມແປງບຳລຸງຮັກສາ ແລະ ໂຄງການຮ່ວມມືທາງດ້ານເຕັກນິກໄລຍະ 2 ທີ່ສຳເລັດໃນປີ 2017 ໃນມູນຄ່າ 12 ລ້ານຢວນ.

ໂທລະພາບແຫ່ງຊາດລາວ ໄດ້ເປີດການຈັດຕັ້ງປະຕິບັດໂຄງການ ຊ່ວຍເຫລືອປັບປຸງຍົກລະດັບ ໂທລະພາບແຫ່ງຊາດລລາວ ຊ່ອງ 3 ຈາກລະບົບ ອານາລ໊ອກ(SD) ໃຫ້ເປັນ ລະບົບດີຈີຕອນ(HD) ໂດຍການສະໜັບສະໜູນຈາກລັດຖະບານ ສປ ຈີນ ໄລຍະ 3 ເປັນເວລາ 3 ປີໃຫ້ສຳເລັດ ມີມູນຄ່າຫລາຍກວ່າ 45 ລ້ານຢວນ ຫລື ປະມານ 70 ຕື້ກີບ. 

ການຊ່ວຍເຫລືອຍົກລະ ດັບຄັ້ງນີ້ ແມ່ນຈະໄດ້ມີການປ່ຽນຖ່າຍອຸປກອນທັງໝົດໃນການຜະລິດ, ການກະຈາຍ, ການຕັດຕໍ່, ລວມທັງຫ້ອງ ສະຕູດີໂອ, ພ້ອມທັງຈະມີລົດຖ່າຍທອດສົດທີ່ເປັນລະບົບ HD ສາມາດກະຈາຍຂ່າວໄດ້ທົ່ວໂລກ.ພາຍຫລັງໂຄງການປັບປຸງເຕັກນິກໄລຍະ 3 ຂອງໂທລະພາບແຫ່ງຊາດລາວ ຊ່ອງ 3 ສຳເລັດຈະເຮັດໃຫ້ ການກະຈາຍພາບ ແລະ ສຽງ ຫລື ລະບົບເຕັກນິກ ມີຄຸນນະພາບມີຄວາມຄົມຊັດກວ່າເກົ່າ ເທົ່າທຽມກັບໂທລະພາບບັນດາປະເທດອາຊຽນ ກໍຄືສາກົນ ເພື່ອປະກອບສ່ວນສຳຄັນໃຫ້ແກ່ໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງພັກ-ລັດ. ຜ່ານມາ ລັດຖະບານຈີນກໍໄດ້ໃຫ້ ການຊ່ວຍເຫລືອ ໂທລະພາບແຫ່ງຊາດລາວ ຊ່ອງ 3 ສຳເລັດ ໃນປີ 2009 ມູນຄ່າ 10 ລ້ານໂດລາສະຫະລັດ, ທັງໃຫ້ການຊ່ວຍເຫລືອໃນໂຄງການສ້ອມແປງບຳລຸງຮັກສາ ແລະ ໂຄງການຮ່ວມມືທາງດ້ານເຕັກນິກໄລຍະ 2 ທີ່ສຳເລັດໃນປີ 2017 ໃນມູນຄ່າ 12 ລ້ານຢວນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່