ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານຫລັກແຫລ່ງຂອງ ກະຊວງ ສາທາລະນະສຸກ ເນື່ອງໃນໂອກາດປິດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການປີ2019 ໂດຍທ່ານໄດ້ເນັ້ນໃຫ້ກະຊວງສາທາລະນະສຸກເອົາໃຈໃສ່ຫລາຍບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ ບາງຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ພ້ອມທັງໃຫ້ສຸມໃສ່ການປະຕິບັດໜ້າທີ່, ຈັນຍາບັນ ຈັນຍາທຳຂອງບັນດາແພດໝໍ ແລະ ມາດຕະການປ້ອງພະຍາດຕ່າງໆ.

ທີ່ມາ: ຂປລ

Hits: 4

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້