ທ່ານ ອາ​ລຸນ ບຸນ​ຍົງ ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ຊີ້​ແຈງ​ກ່ຽວ​ກັບ​ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ­ນາ­ຄານ ຫ້າມ​ບໍ່​ໃຫ້​ດຳ­ເນີນ​ທຸ­ລະ​ກຳ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ ເປັນ­ອັນ­ຂາດ​ວ່າ: ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ­ນາ­ຄານ ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ເຄື່ອນ​ໄຫວ​ດຳ­ເນີນ​ທຸ­ລະ​ກິດ​ຈາກ​ທະ­ນາ­ຄານ ແຫ່ງ ສປປ ລາວ ປະ­ກອບ​ມີ 5 ຮູບ​ແບບ ໃນ​ນີ້ ມີ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ (ສກຈຮ) ແມ່ນ​ສະ​ຖາ​ບັນ​ການ​ເງິນ​ທີ່​ລະ­ດົມ​ເງິນ​ຝາກ​ທົ່ວ​ໄປ​ຈາກ​ມວນ​ຊົນ ປ່ອຍ​ເງິນ​ກູ້​ຈຸ​ລະ​ພາກ ແລະ ໃຫ້​ບໍ­ລິ­ການ​ທາງ​ການ​ເງິນ​ຈຸ​ລະ​ພາກ​ອື່ນໆ ຕາມ​ການ​ອະ­ນຸ­ຍາດ​ຂອງ​ທະ­ນາ­ຄານ ແຫ່ງ ສປປ ລາວ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ບໍ່​ຮັບ​ເງິນ​ຝາກ (ສກຈບ) ແມ່ນ​ສະ​ຖາ​ບັນ​ການ​ເງິນ​ທີ່​ປ່ອຍ​ເງິນ​ກູ້​ຈຸ​ລະ​ພາກ​ໃຫ້​ແກ່​ມວນ​ຊົນ​ທົ່ວ​ໄປ ສະ­ຫະ­ກອນ​ສິນ​ເຊື່ອ ແລະ ເງິນ​ຝາກ​ປະ­ຢັດ (ສສງ) ແມ່ນ​ໃຫ້​ບໍ­ລິ­ການ​ຮັບ​ເງິນ​ຝາກ ແລະ ປ່ອຍ​ເງິນ​ກູ້​ໃຫ້​ແກ່​ສະ­ມາ­ຊິກ​ໂຮງ​ຊວດ​ຈຳ ແມ່ນ​ໃຫ້​ບໍ­ລິ­ການ​ດ້ານ​ສິນ​ເຊື່ອ​ດ້ວຍ​ການ​ຮັບ​ຊວດ​ຈຳ​ສັງ­ຫາ­ລິ­ມະ​ຊັບ ແລະ ບໍ­ລິ­ສັດ​ເຊົ່າ​ສິນ​ເຊື່ອ ແມ່ນ​ໃຫ້​ບໍ­ລິ­ການ​ເຊົ່າ​ສິນ​ເຊື່ອ​ໂດຍ​ຜ່ານ​ສັງ­ຫາ­ລິ­ມະ​ຊັບ.

    ໃນ​ໄລ­ຍະ​ຜ່ານ​ມາ ບັນ­ດາ​ສະ​ຖາ​ບັນ​ການ​ເງິນ​ດັ່ງ­ກ່າວ ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຊ່ວຍ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ຜູ້​ທີ່​ບໍ່​ສາ­ມາດ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ຂອງ​ທະ­ນາ­ຄານ ໃຫ້​ສາ­ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ເພື່ອ​ດຳ­ເນີນ​ທຸ­ລະ​ກິດ ແຕ່​ຄຽງ​ຄູ່​ກັນ​ນີ້ ໃນ​ໄລ­ຍະ​ຜ່ານ​ມາ ໄດ້​ມີ​ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ­ນາ­ຄານ​ຈຳ­ນວນ​ໜຶ່ງ ໄດ້​ມີ​ການ​ລັກ­ລອບ​ດຳ­ເນີນ​ທຸ­ລະ​ກຳ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ ເຊິ່ງ​ໄດ້​ແອບ​ອ້າງ​ໃຫ້​ປະ­ຊາ­ຊົນ​ຫຼົງ​ເຊື່ອ​ວ່າ: ຕົນ​ເອງ​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ທະ­ນາ­ຄານ ແຫ່ງ ສປປ ລາວ ໃນ​ການ​ດຳ­ເນີນ​ທຸ­ລະ​ກຳ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ ແຕ່​ຄວາມ​ຈິງ​ແທ້ ພວກ​ເຂົາ​ໄດ້​ຕົວະ​ຍົວະ​ຫຼອກ​ລວງ​ປະ­ຊາ­ຊົນ​ຫຼົງ​ເຊື່ອ ດັ່ງ­ນັ້ນ ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ຈຶ່ງ​ຂໍ​ແຈ້ງ​ໃຫ້​ຊາບ​ວ່າ: ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ­ນາ­ຄານ ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ເຄື່ອນ​ໄຫວ​ດຳ­ເນີນ​ທຸ­ລະ​ກິດ​ຈາກ​ທະ­ນາ­ຄານ ແຫ່ງ ສປປ ລາວ ແມ່ນ​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ທຸ­ລະ​ກຳ​ທຸກ​ປະ­ເພດ​ເປັນ​ເງິນ​ກີບ​ເທົ່າ​ນັ້ນ.

    ເພື່ອ​ບໍ່​ໃຫ້​ປະ­ຊາ­ຊົນ​ຫຼົງ​ເຊື່ອ ແລະ ບໍ່​ຕົກ​ຢູ່​ໃນ​ກົນ­ອຸ­ບາຍ​ດັ່ງ­ກ່າວ ທ່ານ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ຈຶ່ງ​ຂໍ​ແຈ້ງ​ມາ​ຍັງ​ບັນ­ດາ​ຜູ້​ປະ­ກອບ​ການ ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ­ນາ­ຄານ ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ຊາວ​ຄ້າ­ຂາຍ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໃຫ້​ມີ​ສະ­ຕິ​ລະ­ວັງ​ຕົວ ຢ່າ​ໄດ້​ຫຼົງ​ເຊື່ອ​ການ​ແອບ​ອ້າງ​ດັ່ງ­ກ່າວ ຖ້າ​ຫາກ​ທ່ານ​ໃດ​ມີ​ການ​ພົບ​ເຫັນ​ສະ​ຖາ​ບັນ​ການ​ເງິນ​ໃດ ທີ່​ດຳ­ເນີນ​ທຸ­ລະ​ກຳ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ ຂໍ​ໃຫ້​ແຈ້ງ​ຂໍ້​ມູນ​ມາ​ຍັງ​ທະ­ນາ­ຄານ ແຫ່ງ ສປປ ລາວ ເພື່ອ​ຈະ​ໄດ້​ດຳ­ເນີນ​ມາດ​ຕະ­ການ​ຕໍ່​ສະ​ຖາ​ບັນ​ດັ່ງ­ກ່າວ​ຕາມ​ລະ­ບຽບ ແລະ ກົດ­ໝາຍ ແລະ ສາ­ມາດ​ກວດ​ສອບ​ຂໍ້​ມູນ​ຂອງ​ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ­ນາ­ຄານ ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ຢ່າງ​ຖືກ­ຕ້ອງ​ຕາມ​ລະ­ບຽບ ແລະ ກົດ­ໝາຍ​ຂອງ​ລາວ​ໄດ້​ທີ່ www.bol.gov.la ແລະ ສາ­ມາດ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ ຈາກ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ໄດ້​ໃນ​ໂມງ​ລັດ​ຖະ​ການ ໂທລະ­ສັບ: 021 265712 ຫຼື 021 265715.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ວຽງ​ຈັນ​ໃໝ່

Hits: 43

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້