ເປີດພິທີຢ່າງເປັນທາງການແລ້ວ ສຳລັບງານມະຫາກຳອະສັງຫາລິມະຊັບ 2019​ ທີ່​ ໂຮງແຮມ​ ດອນຈັນ​ ພຣາເລດ.​

        ໃນຕອນເຊົ້າຂອງ​ວັນທີ່​ 1 ເດືອນ​ ມີນາ​ ທີ່ຜ່ານມາ ໄດ້ມີການເປີດພິທີ​ງານ Laorealeate.​La​ Expo 2019​ ຢ່າງເປັນທາງການ. ເຊິ່ງ​ເປັນຄັັ້ງທຳອິດໃນລາວ ທີ່ໄດ້ໂຮມເອົານັກພັດທະນາໂຄງການບ້ານຈັດສັນ ແລະ​ ດິນຈັດສັນ,​ ຜູ້ໃຫ້ສິນເຊື່ອບ້ານ,​ ຜູ້ໃຫ້ຄວາມຮູ້ທາງດ້ານສະຖາປະນິກ​ ແລະ ອື່ນໆ​ ມາໄວ້ໃນງານນີ້ ເຊິ່ງພາຍໃນງານມີຫລາຍກວ່າ 80 ບູດ​ ແລະ​ ຜູ້ເຂົ້າຮ່ວມໃນງານທັງຫມົດຫລາຍກ່ວາພັນຄົນ.​         

ນອກຈາກນີ້ ໃນງານຍັງມີການສຳມະນາຈາກຜູ້ຊ່ຽວຊານ ດ້ານອະສັງຫາລິມະຊັບຊັ້ນນຳໃນລາວ ແລະ​ ຕ່າງປະເທດ.​  ງານດັ່ງກ່າວແມ່ນໄດ້ຮັບຄວາມສົນໃຈຫຼາຍສຳຫຼັບນັກລົງທຶນ ພາຍໃນ​ ແລະ​ ຕ່າງປະເທດ.​ 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

     ທ່ານ​ນາງ​ອານຸສອນ ທຳມະທອງພັນ ຜູ້ບໍລິຫານຝ່າຍ​ດຳ​ເນີນ​ທຸ​ລະ​ກິດ ແລະ​ການ​ຕະ​ຫຼາດ ຂອງບໍລິສັດ SKP ໃຫ້ຮູ້ວ່າ: ປະຈຸບັນ​ນີ້​ບ້ານເມືອງເຮົາກຳລັງພັດທະນາ ການຂະຫຍາຍຕົວທາງດ້ານທຸລະກິດໃນກຸ່ມຜູ້ທີ່​ມີລາຍຮັບປານກາງແມ່ນມີສູງຂຶ້ນ.​ ໄດ້ສັງເກດເຫັນວ່າກຸ່ມຄົນເຫລົ່ານີ້ ແມ່ນມີຄວາມສາມາດໃນການຈ່າຍຜ່ອນໄດ້.​ ຖ້າເຮັດແຕ່ບ້ານຈັດສັນ ແຕ່ບໍ່ມີທະນາຄານຮອງຮັບໃຫ້ລູກຄ້າ ທາງບໍລິສັດເອງກໍຈະພົບຄວາມຫຍຸ້ງຍາກເຊັ່ນກັນ.​

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້