ເພື່ອເປັນການສົ່ງເສີມເຍົາວະຊົນຄົນລຸ້ນໃໝ່ໃຫ້ຫ່າງໄກຢາເສບຕິດຄຽງຄູ່ໄປກັບການສຶກສາຫ້ອງການສຶກສາເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນສີລະປະ – ວັນນະ ຄະດີ ຂຶ້ນໃນວັນທີ 1 ມີນາ 2019 ຜ່ານມາ ທີ່ສວນວັດຊຽງຄວນ ໂດຍມີຜູ້ເຂົ້າຮ່ວມໃນງານດັ່ງກ່າວຫຼາຍເຖິງ 3.000 ກວ່າຄົນ.
ທ່ານ ສີມມາລີ ຂຸນບູລົມ ຫົວຫ້ນາສືກສາເມືອງຫາດຊາຍຟອງ ກ່າວວ່າ: ການແຂ່ງຂັນສີລະປະ – ວັນນະຄະດີຂອງນັກຮຽນສາມັນທົ່ວເມືອງຫາດຊາຍຟອງ ປະຈໍາສົກຮຽນ 2018-2019 ທີ່ດໍາເນີນມາແຕ່ວັນທີ 28 ກຸມພາ – 1 ມີນາ ໂດຍມີປະເພດ: ຮ້ອງເພງ, ຟ້ອນພື້ນເມືອງລາວ, ປະເພດຂັບລຳທີ່ສ່ອງແສງເຖີງປະເພນີອັນດີງາມ ແລະ ວັດທະນະທຳວັນນະຄະດີລາວມາແຕ່ບູຮານນະການ ໂດຍມີ 56 ໂຮງຮຽນເຂົ້າຮ່ວມແຂ່ງຂັນ.
ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການ ບໍລິສັດ ທ່ອງທ່ຽວ ແລະ ການລົງທຶນ ຈຳກັດ ຜູ້ສຳປະທານສວນວັດຊຽງຄວນ ໃນນາມເຈົ້າຂອງສະຖານທີ່ ກ່າວວ່າ: ຮູ້ສຶກເປັນກຽດທີ່ໄດ້ມີໂອກາດເປັນສ່ວນໜຶ່ງໃນການຈັດງານດັ່ງກ່າວເຊິ່ງມີເຂົ້າຮ່ວມໃນງານເປັນຄູອາຈານ, ນັກຮຽນ, ຜູ້ປົກ ຄອງ ແລະ ນັກທ່ອງທ່ຽວ ເຂົ້າຮ່ວມ 3.000 ກວ່າຄົນ ພາຍໃນງານນອກຈາກຈະຊົມນ້ອງນັກຮຽນສະແດງເທີງເວລາທີແລ້ວກໍ່ຍັງໄດ້ຢ້ຽມຊົມພຸດທະຮູບພາຍໃນວັດຊຽງຄວນ ແລະ ດອກໄມ້ທີ່ກຳລັງເບັ່ງບານໃຫ້ໄດ້ຖ່າຍຮູບໄດ້ຢ່າງເຕັມໃຈ.