Friday, July 11, 2025
Kbank Laos โอน รับ จ่าย

ກະຊວງການເງິນ ມອບເຂົ້າສານຄັງແຮອາຊຽນ+3 ຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ 2.221 ໂຕນ


​ທີ່ກະຊວງການເງິນ ໄດ້ພິທີເຊັນບົດບັນທຶກມອບເຂົ້າສານຈ້າວຄັງແຮເຂົ້າອາຊຽນ+3 ຈໍານວນ 2.221,40 ໂຕນ ລວມມູນຄ່າທັງໝົດ 16,66 ຕື້ກີບ ໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ, ເພື່ອນໍາໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໃຫ້ກຽດກ່າວມອບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະຮັບໂດຍທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ.

ທ່ານ ນາງ ບົວເງິນ ອຸ່ນນະລາດ ຫົວໜ້າກົມສະສົມແຫ່ງລັດ ລາຍງານວ່າ: ເຂົ້າສານຈ້າວຄັງແຮເຂົ້າອາຊຽນ +3 ແມ່ນພັນທະໜຶ່ງຂອງລັດຖະບານລາວ ໃນໂຄງການສໍາຮອງເຂົ້າສຸກເສີມອາຊຽນ +3 ຊຶ່ງແມ່ນການຮ່ວມມື ໃນພາກພື້ນ ແລະແມ່ນສ່ວນໜຶ່ງຂອງເຂົ້າສະສົມແຫ່ງລັດ ຊຶ່ງກົມສະສົມແຫ່ງລັດ ກະຊວງການເງິນ ເປັນຜູ້ຄຸ້ມຄອງ ຕາມການມອບໝາຍຂອງລັດຖະບານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ອັນຈໍາເປັນ ໃນເວລາປະສົບບັນກາສຸກເສີນດ້ານສະບຽງອາຫານ ຫຼື ເກີດໄພພິບັດທໍາມະຊາດ ແລະມີເປົ້າໝາຍເພື່ອຊ່ວຍເຫຼືອສຸກເສີນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ປະກອບສ່ວນໃນການປົວແປງຈິດໃຈ ແລະແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບສູ່ສະພາບປົກກະຕິຕາມເວລາອັນເໝາະສົມ.

      ລັດຖະບານ ລາວ ເລີ່ມສະສົມເຂົ້າຄັງແຮອາຊຽນ +3 ໃນປີ 2015 ຈໍານວນ 3 ພັນໂຕນ ໄດ້ກໍານົດເປັນປະເພດເຂົ້າຈ້າວ ເກັບຮັກສາ ຢູ່ນະຄອນຫຼວງວຽງຈັນ, ຍ້ອນບໍ່ມີຄວາມພ້ອມດ້ານພື້ນຖານໂຄງລ່າງການສະສົມ ຈຶ່ງໄດ້ກໍານົດ ເງື່ອນໄຂເຊົ່າສາງນໍາຜູ້ປະກອບການ ທີ່ຊະນະການປະມູນແບບເປີດກວ້າງ ຊຶ່ງຜູ້ປະກອບການຕ້ອງມີເງື່ອນໄຂ ໃນການຕອບສະໜອງເຂົ້າ, ມີສາງເພື່ອເກັບຮັກສາ, ມີປະກັນໄພເຂົ້າ ແລະສາງ, ຮັບຜິດຊອບການປ່ຽນຖ່າຍພາຍໃນກໍານົເເວລາ 6 ເດືອນ ແລະຮັບຜິດຊອບຕະຫຼາດຮອງຮັບ ໃນເວລາເຂົ້າໃກ້ຈະໝົເອາຍຸການນໍາໃຊ້. ເຂົ້າສານຈ້າວ ຈໍານວນ 3 ພັນໂຕນ ນີ້ ໄດ້ເບີດຈ່າຍອອກຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນປີ 2017 ຈໍານວນ 664,5 ໂຕນ ລວມມີ 6 ແຂວງຄື: ອຸດົມໄຊ, ຫົວພັນ, ຊຽງຂວາງ, ໄຊຍະບູລີ, ວຽງຈັນ, ແລະແຂວງບໍລິຄໍາໄຊ; ໃນປີ 2018 ໄດ້ເບີກຈ່າຍຈໍານວນ 114,1 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ ແຂວງວຽງຈັນ ມີ 3 ເມືອງຄື: ເມືອງເຟືອງ, ກາສີ ແລະເມືອງໜື່ນ. ສ່ວນທີ່ເຫຼືອຈໍານວນ 2.221,40 ໂຕນ ແມ່ນມອບໃຫ້ ກະຊວງແຮງງານ ແລະສະຫວັດດີການສັງຄົມ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນທ້າຍປີ 2018 ຜ່ານມາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.