9​ ທີ່​ ສຳນັກງານສົ່ງເສີມ​ການຄ້າໃນຕ່າງປະເທດ ປະຈຳ​ນະຄອນຫລວງວຽງຈັນ.​ ໄດ້ມີ​ພິທີ​ເຊັນສັນຍາ MOU​ ລະຫວ່າງບໍລິສັດ ສະຫຍາມໂອໂຕ້ອີເວັນຄາຣ໌​ ຈຳກັດ​ ຜູ້ຜະລິດ​ລົດ​FoodTruck ໃນປະເທດໄທ ກັບ​ ບໍລິສັດ​ ໂຄລາວ​ ກຣຸບ ບໍລິສັດຜະລິດລົດໃນ ສປປ ລາວ.​

ທ່ານ​ ນາງຢານີ ສີມີໄຊ ຜູ້ອຳນວຍການສຳນັກງານສົ່ງເສີມ​ການຄ້າໃນຕ່າງປະເທດ ປະຈຳ​ນະຄອນຫລວງວຽງຈັນ​ ທ່ານໄດ້ກ່າວກັບເຮົາວ່າ: ການຈັບຄູ່ຮ່ວມທຸລະກິດຄັ້ງ​ນີ້​ແມ່ນ​ຈະຊ່ວຍຫລຸດລາຄາ​ ລົດ​ FoodTruck​ ໄດ້ຫລາຍເຕີບ​ ເພາະໃຊ້ລົດທີ່ຜະລິດໃນລາວ ແລະ​ ໃຊ້​ເທັກນິກ​ການຕົບແຕ່ງໂດຍບໍລິສັດໄທ

ທ່ານຍັງໄດ້ກ່າວຕື່ມ​ອີກ​ວ່າ​: ການ​ທີ່ເລືອກຈັບຄູ່ 2 ບໍລິສັດນີ້ຍ້ອນວ່າ ບໍລິສັດ​ສະຫຍາມໂອໂຕ້ອີເວັນຄາຣ໌​ ກໍເປັນບໍລິສັດຜະລິດລົດ FoodTruck​ ທີ່​ໃຫ່ຍ​ ແລະ​ ຄົບວົງຈອນທີ່ສຸດໃນໄທ​ ນອກຈາກນີ້​ ຍັງໄດ້ຖືກ​ຄັດເລືອກຈາກກະຊວງການຄ້າໃຫ້ເປັນຕົວແທນຂອງປະເທດ​ເພື່ອ​ສົ່ງອອກໄປປະເທດຕ່າງໆໃນອາຊຽນ ແລະ​ ບໍລິສັດໂຄລາວ​ກຣຸບ​ເອງ​ ກໍເປັນບໍລິສັດຜະລິດລົດໃນ ສປປ​ ລາວ​ ທີ່ໄດ້ຮັບຄວາມ​ນິຍົມ​ ແລະ​​ໄວ້ວາງໃຈຈາກຄົນລາວ ໃນການເລືອກໃຊ້ລົດຈາກບໍລິສັດນີ້ອີກດ້ວຍ.​ ດ້ວຍເຫດຜົນນີ້ ທາງສຳນັກງານສົ່ງເສີມ​ການຄ້າໃນຕ່າງປະເທດ ຈຶ່ງ​ເລືອກທີ່ຈະ​ດຶງ​ທັງສອງບໍລິສັດໃຫ້ມາເຮັດທຸລະກິດຮ່ວມກັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້ທັງສອງບໍລິສັດໄດ້ຮ່ວມມືກັນຜະລິດລົດ FoodTruck ຕົ້ນແບບໃນລາວ ລົດຄັນດັ່ງກ່າວແມ່ນໄດ້ໃຊ້ລົດຈາກບໍລິສັດໂຄລາວ​ ແລະ​ ໃຊ້ໂຄງຮ່າງຈາກບໍລິສັດ ສະຫຍາມໂອໂຕ້ອີເວັນຄາຣ໌​ ໂດຍລົດຄັນດັງກ່າວຈະໄດ້ນຳມາເປີດ​ໂຕຢ່າງເປັນທາງການ ໃນງານ​ Top​ Thai Brands 2019 ທີ່ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 6-10 ມີນານີ້ ທີ່​ ລາວ-ໄອເຕັກ (ຕຶກ​ເກົ່າ)​ ແລະ​ ຈະໄດ້ເປີດໃຫ້ສັ່ງຈອງພ້ອມເລີຍ.

Hits: 23

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້