ລັດວິສະຫະກິດຖືຮຸ້ນ ມີລາຍຮັບ 303 ຕື້ກີບ


ລັດວິສະຫະກິດຖືຮຸ້ນລາວ (ລຮລ)  ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະທິດທາງແຜນປີ 2019, ຂຶ້ນໃນວັນທີ 7 ມີນາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ພູເຂົາຄໍາ ວັນມະນີວົງ ຫົວໜ້າກົມຄຸ້ມຄອງພັດທະນາວິສະຫະກິດ ແລະປະກັນໄພ ກະຊວງການເງິນ, ມີບັນດາຜູ້ບໍລິຫານ, ພະນັກງານ ລຮລ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລັດວິສະຫະກິດຖືຮຸ້ນລາວ ໃຫ້ຮູ້ວ່າ: ໃນປີ 2018 ລຮລ ໄດ້ເອົາໃຈໃສ່ ໃນການດໍາເນີນທຸລະກິດຂອງຕົນຢ່າງຕັ້ງໜ້າ ແລະໄດ້ຮັບຜົນສໍາເລັດດີສົມຄວນ. ລຮລ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ວຽກງານໃນບັນດາໂຄງການ ທີ່ ລຮລ ຮ່ວມຖືຮຸ້ນ ແລະວຽກງານຕ່າງໆຕາມພາລະບົດບາດຂອງຕົນເຊັ່ນ: ການດໍາເນີນການຜະລິດ, ການກໍ່ສ້າງ, ການບໍາລຸງຮັກສາ, ການຄຸ້ມຄອງ ແລະບໍລິຫານໂຄງການຮ່ວມກັບບັນດາສາຂາຕ່າງປະເທດ, ການບໍລິຫານສັນຍາ, ບໍລິຫານເງິນກູ້ ເພື່ອປະກອບເປັນຮຸ້ນຂອງຕົນ, ການຕິດຕາມລາຍຮັບເງິນປັນຜົນ, ການດໍາເນີນທຸລະກິດຂີ້ເທົ່າລອຍໃນໂຄງການໄຟຟ້າຄວາມຮ້ອນກົງສາ, ການຄຸ້ມຄອງບໍລິຫານລາຍຮັບ-ລາຍຈ່າຍ, ການມອບພັນທະຕ່າງໆລວມທັງການຊໍາລະຕົ້ນທຶນ ແລະດອກເບ້ຍໃຫ້ລັດຖະບານຕາມສັນຍາກູ້ຢືມຕໍ່ຈາກກະຊວງການເງິນ ຢ່າງຄົບຖ້ວນ ແລະທັນເວລາ.

ໃນປີ 2018 ລຮລ ມີລາຍຮັບ 35,5 ລ້ານໂດລາ ຫຼື ປະມານ 303 ຕື້ກີບ, ໃນນັ້ນ ໄດ້ມາຈາກເງິນປັນຜົນ ໂຄງການໄຟຟ້ານ້ຳເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ການຂາຍຂີ້ເທົ່າລອຍ, ການສະໜອງບຸກຄາລາກອນໃຫ້ບໍລິສັດ ໂຄງການທີ່ ລຮລ ຮ່ວມຖືຫຸ້ນ ແລະລາຍຮັບຈາກດອກເບ້ຍເງິນຝາກທະນາຄານ. ລຮລ ມີຜົນກຳໄລ 8,9 ລ້ານໂດລາ ຫຼື ທຽບເທົ່າ 76,3 ຕື້ກີບ. ນອກນັ້ນ, ຍັງໄດ້ປະຕິບັດພັນທະຂອງຕົນຕາມລະບຽບກົດໝາຍ ໂດຍໄດ້ມອບອາກອນເງິນປັນຜົນ ແລະອາກອນອື່ນໆໃຫ້ລັດຖະບານ 3,3 ລ້ານກວ່າໂດລາ ຫຼື ປະມານ 28,05 ຕື້ກີບ ແລະໄດ້ເອົາໃຈໃສ່ຄຸ້ມຄອງ ແລະບໍລິຫານລາຍຮັບ-ລາຍຈ່າຍຢ່າງມີປະສິດທິຜົນ ແລະມີຄວາມໂປ່ງໃສ ໂດຍມີການກວດສອບຈາກອົງການກວດສອບຂອງລັດ, ບໍລິສັດກວດສອບພາຍນອກ ແລະການຕິດຕາມລາຍງານການເງິນຈາກຜູ້ສະໜອງທຶນແກ່ ລຮລ ຢ່າງເປັນປົກກະຕິ.

ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ລຮລ ທີ່ຍາດມາໄດ້, ທັງໄດ້ເນັ້ນໜັກໃຫ້ ລຮລ ເອົາໃຈໃສ່ຫຼາຍບັນຫາສຳຄັນເປັນຕົ້ນແມ່ນ ຕ້ອງຕັ້ງໜ້າປັບປຸງ ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວດຳເນີນທຸລະກິດ ໂດຍສະເພາະແມ່ນການຄຸ້ມຄອງໂຄງການທີ່ ລຮລ ຮ່ວມລົງທຶນ, ການເພີ່ມທະວີການຂົນຂວາຍ, ການຄຸ້ມຄອງແຫຼ່ງທຶນ, ການຄຸ້ມຄອງການປະຕິບັດບັນດາສັນຍາຮ່ວມຫຸ້ນ ແລະດ້ານອື່ນໆໃຫ້ມີຄຸນນະພາບ; ຕ້ອງຍົກສູງຄຸນນະພາບຂອງພະນັກງານ, ບຸກຄະລາກອນໃຫ້ສູງຂຶ້ນ ເພື່ອໃຫ້ທຽບເທົ່າກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ; ຕ້ອງສູ້ຊົນແກ້ໄຂສະພາບລະດັບຄວາມສາມາດ ແລະປະສົບການຂອງພະນັກງານ-ກຳມະກອນທີ່ແລ່ນບໍ່ທັນວຽກ ໂດຍສະເພາະແມ່ນການປະຕິບັດບັນດາແຜນວຽກ, ໂຄງການທີ່ໄດ້ຮ່ວມມືກັບເພື່ອນມິດ ແລະສາກົນ; ຕ້ອງເອົາໃຈໃສ່ການເຮັດວຽກແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ເລິກເຊິ່ງ, ໜັກແໜ້ນ ແລະເຮັດດ້ວຍຄວາມຕັ້ງໜ້າ ແນໃສ່ປັບປຸງດ້ານຄຸນທາດການເມືອງ ແລະຄຸນສົມບັດປະຕິວັດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.