Saturday, November 1, 2025
Kbank Laos โอน รับ จ่าย

ລົງນາມສຶກສາຄວາມເປັນໄປໄດ້ ໃນການພັດທະນາ “ບ້ານດອນກາງຂອງ” ເມືອງສັງທອງ

ພະແນກແຜນການ ແລະການລົງທຶນ ຮ່ວມກັບ ບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືລົງເກັບກໍາຂໍ້ມູນ, ສຶກສາ ແລະສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາ ແລະປົກປັກຮັກສາດອນກາງຂອງ, ບ້ານດອນກາງຂອງ ເມືອງສັງທອງ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ມີນາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ລົງນາມລະຫວ່າງທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ, ທ່ານນາງ ອໍລະໄທ ສັນຕິຄົວຄາ ອໍານວຍການບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ, ທ່ານນາງ ຈັນທິດາ ອຸ່ນມີໄຊ ຮອງຜູ້ອໍານວຍການ ບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ການນໍາພັດ-ລັດຈາກພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ເມືອງ, ບ້ານ ແລະຄະນະບໍລິຫານງານຂອງບໍລິສັດ ກໍ່ສ້າງ-ລົງທຶນ ແລະຖືຮຸ້ນ ແຂວງຢູນານ (ລາວ) ຈໍາກັດຜູ້ດຽວ ແລະບໍລິສັດ ລົງທຶນກິດຈະການນໍ້າຢຸນນານ (ຮົງກົງ) ຮຸ້ນສ່ວນ ຈໍາກັດ ເຂົ້າເປັນສັກຂິພິຍານ.

ທ່ານ ສິນລະປະກອນ ພົມມະໄຊສີ ຮອງຫົວໜ້າພະແນກແຜນການ ແລະການລົງທຶນ ກ່າວວ່າ: ດັ່ງທີ່ຮູ້ນໍາກັນແລ້ວວ່າ ດອນກາງຂອງແມ່ນເປັນໜຶ່ງ ທີ່ຕັ້ງຢູ່ໃນຂອບເຂດຂອງນະຄອນຫຼວງວຽງຈັນ ເຊິ່ງມີຄວາມຍາວຂອງດອນປະມານ 5-6 ກິໂລແມັດ ແລະເປັນດອນໜຶ່ງທີ່ປະຊາຊົນໄດ້ເຂົ້າໄປດໍາລົງຊີວິດທໍາມາຫາກິນ, ປູກຝັງລ້ຽງສັດ ຫຼາຍຄອບຄົວ ຢູ່ໃນດອນດັ່ງກ່າວ, ໂດຍມີອົງການປົກຄອງບ້ານດອນກາງຂອງເປັນຜູ້ຄຸ້ມຄອງ, ການໄປມາຫາສູ່ສ່ວນຫຼາຍແມ່ນໃຊ້ພາຫະນະເຮືອເປັນສ່ວນໃຫຍ່ ແລະໃນແຕ່ລະປີກໍ່ເກີດມີການເຊາະເຈື່ອນຂອງດິນ ທີ່ຢູ່ອ້ອມຮອບດອນດັ່ງກ່າວພໍສົມຄວນ.

ດັ່ງນັ້ນ, ການນໍານະຄອນຫຼວງວຽງຈັນ ຈຶ່ງເຫັນໄດ້ຄວາມໝາຍຄວາມສໍາຄັນໃນການພັດທະນາ ແລະປົກປັກຮັກສາດອນດັ່ງກ່າວ  ຈຶ່ງເຫັນດີຕົກລົງໃຫ້ມີການເກັບກໍາຂໍ້ມູນ, ສຶກສາ ແລະສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາ ແລະປົກປັກຮັກສາດອນດັ່ງກ່າວ ເພື່ອບໍ່ໃຫ້ມີການເຊະເຈື່ອນນັບມື້ນັບຫຼາຍຂຶ້ນ ແລະເພື່ອຈະສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນ ດອນກາງຂອງ ກໍ່ຄື ເມືອງສັງທອງ ແລະນະຄອນຫຼວງວຽງຈັນ ໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.