Wednesday, April 17, 2024
Lenovo

ປະຫວັດຫຍໍ້ເຈົ້າສຸລິຍະວົງສາ ທຳ​ມິ​ກະ​ຣາດ ຫຼື​ພະ​ເຈົ້າອົງຫຼວງ ແຫ່ງ​ອາ​ນາ​ຈັກ​ລ້ານ​ຊ້າງ

ເຈົ້າສຸລິຍະວົງສາ ທຳມິກະຣາດ ຊື່ເຕັມວ່າ: ສຸລິຍະກຸມມານ ເປັນບຸດຂອງເຈົ້າ ວໍລະວົງສາທຳມິກະຣາດ ເກີດເມື່ອປີ ຄສ 1613ມີອ້າຍນ້ອງເກີດຈາກພໍ່ແມ່ດຽວກັນຄື:

– ພະອຸປະຍຸວະຣາດ

-ພະຫມ່ອມແກ້ວ (ຕ່ອນຄຳ)

-ພະຫມ່ອມໄຊ “ເຈົ້າວິໄຊ“

-ເຈົ້າຊຸມພູ

-ເຈົ້າ ບຸນຊູ

-ເຈົ້າ ປຸ

-ເຈົ້າ ຊ້ອຍ ແລະເຈົ້າສຸລິຍະກຸມມານ

ໄລຍະທີ່ບ້ານເມືອງຫຍຸ້ງຍາກສັບສົນ ບັນດາເຈົ້າສັກດີນາຍາດກັນຂື້ນຄອງລາຊະສົມບັດຢູ່ນັ້ນເຈົ້າສຸລິ ຍະກຸມມານໄດ້ພາເສນາອາມາດແລະປະຊາຊົນທີ່ເປັນພັກພວກຂອງຕົນ ຫນີໄປລີ້ຢູ່ປ່າເຂດພູເຂົາຄວາຍ ເມື່ອມາເຖີງປີ ຄສ1638 ພາຍຫລັງທີ່ພະຫມ່ອມແກ້ວໄດ້ສິ້ນພະຊົນແລ້ວ.

ເຈົ້າສຸລິຍະວົງສາ ພ້ອມດ້ວຍພັກພວກ 509ຄົນ ເຂົ້າມາຍຶດເອົານະຄອນວຽງຈັນ ແລ້ວດຳເນີນການປາບປາມກັບເຈົ້າສັກດີນາແລະປະຊາຊົນທີ່ເປັນປໍລະປັກຕໍ່ຊາດຕໍ່ປະຊາຊົນໄດ້ຢ່າງມີໄຊ ປະຊາຊົນແລະເສນາອາມາດຜູ້ໃຫຍ່ ຈຶ່ງໄດ້ຍົກເອົາເຈົ້າສຸລິຍະວົງສາເປັນເຈົ້າຊີວິດ ຂື້ນປົກຄອງອານາຈັກລາວລ້ານຊ້າງ ໄດ້ຖວາຍພະນາມວ່າ “ສົມເດັດ ພະເຈົ້າສຸລິຍະວົງສາໄຊຍະເສດຖາທຳມິກະຣາດ“  ແຕ່ປະຊາຊົນທັງ ຫຼາຍມັກເອີ້ນວ່າ “ເຈົ້າອົງຫລວງ”.

ຫລັງຈາກດຳເນີນການຜາບແພ້ສັດຕູພາຍໃນໄດ້ຫມົດແລ້ວ ພະອົງກໍໄດ້ປົກຄອງບ້ານເມືອງໄດ້ຢ່າງເປັນສຸກ ແລະມີໂອກາດພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງສູງສຸດ ເຂັ້ມແຂງແລະຮອບດ້ານ ຄື: ດ້ານການປົກຄອງ ເສດຖະກິດ ການສຶກສາ ວັດທະນະທຳ ວັດວາອາຮາມ ຜາສາດເຈດີ ຫໍພະລາຊວັງ ວັນນະຄະດີກໍຖືກຂຽນຂື້ນຫລາຍ ພິເສດແມ່ນ ການສ້າງພະພຸດທະຮູບແລະອື່ນໆ,

ມີການພົວພັນກັບຕ່າງປະເທດ ເຈົ້າສຸລິຍະວົງສາ ໄດ້ດຳເນີນນະໂຍບາຍການຜູກມິດກັບທຸກປະເທດ ພິ ເສດກັບອານາຈັກໃກ້ຄຽງ ແບບບ້ານພີ່ເມືອງນ້ອງຢ່າງແທ້ຈິງ ແລະ ເຮັດໃຫ້ອານາຈັກລາວລ້ານຊ້າງປາ ກົດຊື່ສຽງໂດ່ງດັງໄປຮອດເອີຣົບ ມີແສນຍານຸພາບທາງການທະຫານ ປົກປັກຮັກສາເອກະລາດຂອງຕົນໄວ້ຢ່າງຫມັ້ນຄົງ.

ເຈົ້າສຸລິຍະວົງສາໄດ້ມີ ພະລາຊະບຸດແລະລາຊະທິດາ 3ຄົນຄື:

1 ເຈົ້າລາຊະບຸດ

2 ເຈົ້ານາງກຸມມາລີ

3 ເຈົ້ານາງສຸມັງຄະລາ

 ໃນສະໄຫມເຈົ້າສຸລິຍະວົງສານັ້ນ ພວກຫໍ້ທີ່ຢູ່ພາກໃຕ້ຂອງຈີນ ໄດ້ລົງມາຕີເມືອງຊຽງຮຸ່ງ ແຄ້ວນສິບສອງພັນນາລື້ ເຈົ້າອິນທະກຸມມານຜູ້ປົກຄອງເມືອງຊຽງຮຸ່ງ ໄດ້ພານ້ອງສາວ ຊື່ ນາງ ຈັນທະກຸມມາລີ ຫນີລົງມາເພີ່ງພາຣາຊາສົມພານ ຂອງເຈົ້າສຸລິຍະວົງສາ ທີ່ນະຄອນວຽງຈັນ ເຈົ້າລາຊະບຸດໄດ້ອະພິເສກສົມລົດ ກັບ ນາງ ຈັນທະກຸມມາລີ ໄດ້ບຸດ 2 ຄົນຄື:

-ເຈົ້າ ກິ່ງກິສະລາດ

-ເຈົ້າອິນທະໂສມ

ສ່ວນເຈົ້າອິນທະກຸມມານນັ້ນໄດ້ສົມຣົດກັບນາງກ່ຳ ໄດ້ລູກຊາຍຄົນຫນຶ່ງ ຊື່ວ່າ ຫມ່ອມນ້ອຍ ຫລື ເຈົ້າອົງນ້ອຍ ພາຍລຸນມາ ຄົນທັງຫລາຍເອີ້ນວ່າ “ເຈົ້າອົງນົກ” ເພາະວ່າມັກຕໍ່ນົກ ພາຍລຸນມາເຈົ້າລາຊະບຸດ ໂອລົດຂອງເຈົ້າສຸລິຍິວົງສາ ໄດ້ໄປທຳມິດສາຈານ ກັບພະຣິຍະ ຂອງທ້າວໂກ້ ຜູ້ເປັນມະຫາເລັກຂອງພະລາຊະທິດາ ທ້າວ ໂກ້ ໄດ້ຟ້ອງເຈົ້າລາຊະບຸດຕໍ່ເຈົ້າສຸລິຍະວົງສາມິກະລາດ ເມື່ອເຫັນວ່າມີຄວາມຈິງແທ້ ແລ້ວ ເຈົ້າລາຊະບຸດຈຶ່ງໄດ້ຖືກລົງໂທດຕາມກົດຫມາຍບ້ານເມືອງ ຄື “ນຳໄປປະຫານຊີວິດ“ ທີ່ຜາລ້າງເພື່ອບໍ່ໃຫ້ຄົນອື່ນເອົາເປັນແບບຢ່າງຕໍ່ໄປ.

ເຈົ້າສຸລິຍະວົງສາທຳມິກະຣາດ ໄດ້ຂຶ້ນຄອງສະເຫວີຍລາດ ມາໄດ້ 57ປີ ມາເຖີງປີ ຄສ 1695 ກໍສິ້ນພະຊົນໄປດ້ວຍໂລກຊະລາ ລວມອາຍຸໄດ້ 82ປີ ແລະບໍ່ມີພະໂອລົດສືບແທນເມືອງ.

ອານາຈັກລາວລ້ານຊ້າງ ໄດ້ຈະເລີນຮຸ່ງເຮືອງສູງສຸດໃນປີ 1638-1695 ໂດຍແມ່ນລາຊະການຂອງເຈົ້າສຸລິຍະວົງສາ ທຳມິກະລາດ”.

ຄັດຈາກ:“ ປື້ມປະຫວັດສາດດຶກດຳບັນ“

( ດຣ ສຸເນດ ໂພທິສານ)

ຂຽນໂດຍ: ນາງສາຍວາລິນ ບໍລະວົງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·