Friday, November 7, 2025
Kbank Laos โอน รับ จ่าย

ຢືນ​ຢັນ! ໝອກ PM 2.5 ຂອງນະຄອນຫຼວງອັນຕະລາຍແຕ່ບໍ່ຮ້າຍແຮງ

ກົມຄຸ້ມຄອງມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນໃນປະຈຸບັນພວມປະເຊີນໜ້າກັບ ຝຸ່ນລະອອງ PM 2.5 ທີ່ເປັນພິດຕໍ່ສຸຂະພາບ ໃນເກນອັນຕະລາຍ ແຕ່ບໍ່ເຖິງຂັ້ນຮ້າຍແຮງ ແລະ ຄາດວ່າ ອີກ 2-3 ມື້ສະຖານະການຈະປັບຕົວດີຂຶ້ນ.

ຈາກການວັດແທກຂອງ ວິຊາການກົມຄຸ້ມຄອງມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມວານນີ້ຊີ້ໃຫ້ເຫັນວ່າ ມີປະລິມານຄວາມໜາແໜ້ນຂອງຝຸ່ນ PM 2.5 ຢູ່ທີ່ 172 ໄມໂຄຣກຼາມ (mcg) ຕໍ່ ແມັດກ້ອນ ສະເພາະ ມື້ນີ້ ແມ່ນ 140 mcg ຕໍ່ ແມັດກ້ອນ.

ມາດຕະຖານຄຸນນະພາບອາກາດກຳນົດໂດຍອົງການອະນາໄມໂລກ ອະນຸຍາດໃຫ້ມີຄວາມໜາແໜ້ນຂອງຝຸ່ນລະອອງ PM 2.5 ສູງສຸດບໍ່ເກີນ 25 ມິໂກຣກຼາມ (mcg) ຕໍ່ໜຶ່ງແມັດກ້ອນບໍ່ເກີນ 3 ມື້ໃນໜຶ່ງປີ. ຢ່າງໃດກໍຕາມ ເວັບໄຊສະຖິຕິຕ່າງປະເທດ (https://www.statista.com) ລາຍງານໃຫ້ຮູ້ວ່າ ໃນລະຫວ່າງປີ 1990 ຫາ 2016 ປະລິມານຄວາມໜາແໜ້ນຂອງຝຸ່ນລະອອງ PM 2.5 ໃນສປປລາວ ແມ່ນສູງກວ່າຄ່າມາດຕະຖານທີ່ອົງການອະນາໄມໂລກກຳນົດ ຄື ຢູ່ລະຫວ່າງ 27 mcg (ປີ 1990, 1995, 2000) ຫາ 31 mcg (2013, 2014).

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.