Wednesday, July 9, 2025
Kbank Laos โอน รับ จ่าย

ທຸລະກິດໃດຈໍາໜ່າຍອາຫານເສີມຈໍານວນ 133 ລາຍການ ແມ່ນຈະຖືກປັບໃໝ ຫຼື ລົງໂທດທາງອາຍາ

ກະຊວງສາທາລະນະສຸກ ອອກ ໜັງສືແຈ້ງການ ກ່ຽວກັບ ຫ້າມບໍລິໂພກ ແລະ ຈຳໜ່າຍຜະລິດຕະພັນອາຫານເສີມຜິດກົດໝາຍ ສະບັບເລກທີ 1004/ກອຢ, ລົງວັນທີ 06 ກຸມພາ 2019 ແຈ້ງໃຫ້ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ໃຫ້ມີສະຕິຕໍ່ການບໍລິໂພກອາຫານເສີມ ເພື່ອຫຼີກລ້ຽງຜົນເສຍຫາຍທີ່ຈະເກີດແກ່ທ່ານ.

ອີງຕາມແຈ້ງການກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງມາຍັງທ່ານຊາບວ່າ ປັດຈຸບັນໄດ້ມີຜະລິດຕະພັນອາຫານເສີມຜິດກົດໝາຍຈຳນວນ 133 ລາຍການເຊັ່ນ: ຜະລິດຕະພັນອາຫານເສີມຫຼຸດນ້ຳໜັກຈຳນວນ 86 ລາຍການ; ຜະລິດຕະພັນອາຫານເສີມສະມັດຕະພາບທາງເພດ ແລະ ເສີມໜ້າອົກຈຳນວນ 21 ລາຍການ; ຜະລິດຕະພັນອາຫານເສີມເຮັດໃຫ້ຜິວຂາວນຽນຈຳນວນ 21 ລາຍການ. ອົງການອາຫານ ແລະ ຢາ ປະເທດໄທໄດ້ປະກາດວ່າຜະລິດຕະພັນອາຫານດັ່ງກ່າວ ແມ່ນກວດພົບສານທີ່ຫ້າມໃສ່ໃນອາຫານເຊັ່ນ: Sibutramine, sildenafil, hormone ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບ.ສະນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈຳໜ່າຍ ຜະລິດຕະພັນດັ່ງກ່າວ. ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາ ພົບເຫັນແມ່ນຈະໄດ້ຢຶດອາຍັດ ແລະ ປະຕິບັດມາດຕະການຕາມກົດໝາຍວ່າດ້ວຍອາຫານ ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດໝາຍສະບັບນີ້ ຈະຖືກປັບໃໝ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ ກໍລະນີເບົາ ຫຼື ໜັກ ລວມທັງໃຊ້ແທນຄ່າເສັຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ຄລິກທີ່ນີ້ເພື່ອເບິ່ງແຈ້ງການສະບັບເຕັມ
ຄລິກທີ່ນີ້ເພື່ອເບິ່ງ 133 ລາຍການຜະລິດຕະພັນອາຫານເສີມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.