Sunday, November 9, 2025
Kbank Laos โอน รับ จ่าย

ເປີດຫ້ອງ​ການ​ທັນ​ສະ​ໄໝ ແບບ E-Office ໃນ​ຍຸກ 4.0 ຂອງ​ກະ​ຊວງ ປ​ທ​ສ


ໃນວັນທີ 15 ມີນາ 2019 ທີ່ນະຄອນຫລວງວຽງຈັນ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ(ປທສ) ຮ່ວມກັບ ບໍລິສັດໄປສະນີ, ໂທລະຄົມມະນາຄົມຂອງ ສສ ຫວຽດນາມ (VNPT) ໄດ້ເປີດການຳໃຊ້ລະບົບຫ້ອງການທັນສະໄໝ ຫລື E-Office ເຊິ່ງປະກອບມີ: ລະບົບຄຸ້ມຄອງ ແລະ ຈັດເກັບເອກະສານ ທີ່ສາມາດຕິດຕາມເອກະສານຂາອອກ-ຂາເຂົ້າ, ການຄົ້ນຫານເອກະສານ ແລະ ລາຍງານເອກະສານແຕ່ລະໄລຍະ; ລະບົບຄຸ້ມຄອງການມອບວຽກ; ລະບົບສ້າງວຽກງານສະເພາະກິດໃດໜຶ່ງ; ລະບົບການສ້າງຕາຕະລາງການເຄື່ອນໄຫວຂອງຫ້ອງການ; ລະບົບຄຸ້ມຄອງ ແລະ ບໍລິຫານຫ້ອງປະຊຸມ ແລະ ລະບົບສົນທະນາພາຍໃນຫ້ອງການ.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່າວວ່າ: ການພັດທະນາລະບົບບໍລິຫານລັດ ດ້ວຍເອເລັກໂຕຣນິກ ບໍ່ພຽງແຕ່ເປັນການປັບປຸງປະສິດທິພາບ ແລະ ປະສິດທິຜົນຂອງການບໍລິຫານລັດເທົ່ານັ້ນ ແຕ່ຍັງເປັນການສ້າງໂອກາດ ໃຫ້ທຸກພາກສ່ວນໃນສັງຄົມ ສາມາດເຂົ້າເຖິງການບໍລິການຂອງພາກລັດ ຜ່ານລະບົບເອເລັກໂຕຣນິກ ແລະ ດິີຈິີຕອນ; ພະນັກງານລັດຖະກອນສາມາດເຮັດວຽກຮ່ວມກັນຢ່າງມີປະສິດທິພາບ ເຊັ່ນ: ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄວາມຮູ້ ແລະ ປະສົບການ ຜ່ານລະບົບການສື່ສານຂໍ້ມູນ-ຂ່າວສານ ແລະ ລະບົບໂປຣແກມທີ່ທັນສະໄໝ.

ທ່ານ ທັນສະໄໝ ກົມມະສິດ ກ່າວຕື່ມວ່າ: ກະຊວງ ປທສ ໃນນາມເປັນຜູ້ຄຸ້ມຄອງມະຫາພາກ ດ້ານວຽກງານຫັນໃຫ້ເປັນທັນສະໄໝ ແລະ ດີຈີຕອນ ຂອງລັດຖະບານ ຈຶ່ງໄດ້ສ້າງແຜນຮ່ວມມືກັບ ບໍລິສັດ VNPT ຂອງຫວຽດນາມ ໃນປີ 2015 ເຊິ່ງຈຸດປະສົງແມ່ນເພື່ອພັດທະນາລະບົບຫ້ອງການທັນສະໄໝ ຂອງກະຊວງ ປທສ ແລະ ສ້າງເປັນລະບົບຕົວແບບໃນການນຳໃຊ້ຂອງບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ໃນການຫັນເປັນທັນສະໄໝ ແລະ ດີຈິີຕອນ ເຊິ່ງໝາກຜົນຂອງການຮ່ວມມືທັງສອງຝ່າຍ ແມ່ນໄດ້ສຳເລັດ ການພັດທະນາລະບົບຫ້ອງການທັນສະໄໝຂອງກະຊວງ ປທສ ແລະ ເປີດນຳໃຊ້ຢ່າງເປັນທາງການໃນຄັ້ງນີ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.