Saturday, April 19, 2025

ຮອງນາຍົກ ເນັ້ນຂະແໜງການເງິນ ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ 

ປັດຈຸບັນ ປະກົດການພະຍາດອາດຍາສິດ ແລະ ລະເມີດສິດເປັນເຈົ້າຂອງປະຊາຊົນ, ນັບທັງການສວຍໃຊ້ໜ້າທີ່ຕຳແໜ່ງ, ລະເມີດລະບຽບ-ກົດໝາຍ ແລະ ການສໍ້ລາດບັງຫລວງ ແມ່ນມີລັກສະນະຮ້າຍແຮງ, ແກ່ຍາວມາຫລາຍປີ ເກີດຂຶ້ນຢ່າງແຜ່ຫລາຍ ໃນຖັນແຖວສະມາຊິກພັກ-ພະນັກ ງານ ທຸກລະດັບ ເຊິ່ງມີທ່າອ່ຽງສັບສົນ, ແກ້ໄຂໄດ້ຍາກ, ບາງກໍລະນີ ເຈົ້າໜ້າທີ່ຂອງພັກ, ລັດ ຍັງກ່ຽວຂ້ອງໂດຍກົງກັບການຄ້າຂາຍເຖື່ອນເປັນຕົ້ນ ບັນຫາໄມ້, ຢາເສບຕິດ ແລະ ອື່ນໆ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມສະຫລຸບວຽກງານການຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາປະຈໍາປີ 2018 ໃນວັນທີ 13 ມີນາ 2019 ໂດຍໄດ້ເນັ້ນໃຫ້ ຄະນະພັກ, ຄະນະນຳກະຊວງ ກໍຄືພະນັກ ງານ-ລັດຖະກອນຂະແໜງການເງິນ ໃນຂອບເຂດທົ່ວປະເທດ ຈົ່ງມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ພ້ອມກັນແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນດັ່ງກ່າວ ໃຫ້ຫລຸດໜ້ອຍຖອຍລົງ, ທັງເອົາໃຈໃສ່ສືບຕໍ່ຄົ້ນຄວ້າແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ກໍຄືເນື້ອໃນມະຕິ, ຄໍາສັ່ງ ຂໍ້ກໍານົດຕ່າງໆຂອງພັກ, ກົດໝາຍ, ນິຕິກໍາລຸ່ມກົດໝາຍຕ່າງໆ ໂດຍສະເພາະແມ່ນມະຕິ ຄໍາສັ່ງ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານຕິດຕາມ ກວດກາ, ການສະກັດກັ້ນ ແລະ ການສໍ້ລາດບັງຫລວງ ຕ້ອງໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງຂອງປະຊຸມວຽກງານກວດກາເທື່ອນີ້ໃຫ້ເກີດຜົນເປັນຈິງ. ພ້ອມນັ້ນ ຕ້ອງມີການສະຫລຸບຕີລາຄາຊອກຫາສາເຫດ ແລະ ຖອດຖອນບົດຮຽນວຽກງານຕິດຕາມ ກວດກາຢູ່ບັນດາກົມ ແລະ ທ້ອງຖິ່ນຂອງຕົນ ໃຫ້ເລິກເຊິ່ງຖືກຕົວຈິງ ເພື່ອວາງທິດທາງແຜນການແກ້ໄຂ. ສຳລັບວຽກງານຈຸດສຸມທີ່ຕ້ອງສືບຕໍ່ສູ້ຊົນປະຕິບັດໃນປີ 2019, ພາກສ່ວນກ່ຽວຂ້ອງ ຕ້ອງຈິດໃຈບຸກບືນກວ່າເກົ່າ ເຮັດໃຫ້ວຽກງານຕິດຕາມ ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ; ກົມກວດກາ ຂະແໜງກວດກາ ຕ້ອງມີແຜນເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ບັນດາກົມກອງ ແລະ ທ້ອງຖິ່ນ ປະຕິບັດໜ້າທີ່ຕິດຕາມ ກວດກາ ດ້ວຍຄວາມຮັບຜິດຊອບຢ່າງເປັນປົກກະຕິ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງຢ້ຳໃຫ້ເອົາໃຈໃສ່ຊີ້ນໍາ ແລະ ສຸມໃສ່ຕິດຕາມ ກວດກາການຄຸ້ມຄອງບໍລິຫານລັດໃນແຕ່ລະກົມ ເຊັ່ນ: ຕິດຕາມ, ກວດກາ, ການປະຕິບັດພາລະບົດບາດ ໜ້າທີ່ການໃຊ້ສິດອໍານາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ການເກັບລາຍຮັບເຂົ້າງົບປະມານ-ແກ້ໄຂການຮົ່ວໄຫລ, ການຄຸ້ມຄອງລາຍຈ່າຍ ລວມທັງບ້ວງທຶນແກ້ໄຂໄພພິບັດຕ່າງໆ; ສືບຕໍ່ປະຕິບັດມາດຕະການ ຕິດຕາມ, ກວດກາເລີ່ມແຕ່ຫົວທີ ຕໍ່ການປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະ ໂຄງການກໍ່ສ້າງພື້ນຖານໂຄງລ່າງປີ 2019; ເພີ່ມທະວີການຕິດຕາມ ກວດກາ ຢູ່ດ່ານຕ່າງໆ ແລະ ການລັກລອບຢູ່ລຽບຕາມຊາຍແດນ ເມື່ອພົບເຫັນຜູ້ລະເມີດຕ້ອງແກ້ໄຂຢ່າງເຂັ້ມງວດ ທັນການ ຕາມລະບຽບກົດໝາຍ; ສືບຕໍ່ກວດກາຕິດຕາມ ແກ້ໄຂຜົນການກວດສອບ ສົກປີ 2018 ແລະ ບັນດາສົກປີທີ່ຍັງຄົງຄ້າງຕາມການຮັບຮອງຂອງສະພາແຫ່ງຊາດ; ກວດກາ-ເກັບກູ້ການເສຍຫາຍຈາກການຍົກເວັ້ນພາສີ-ອາກອນ ພ້ອມທັງເຂັ້ມງວດ ຕໍ່ການປະຕິບັດກົດໝາຍພາສີ-ອາກອນ ແລະ ລະບຽບ-ກົດໝາຍ ອື່ນໆ ທີ່ກ່ຽວຂ້ອງ ສ້າງກົນໄກການປະສານງານໃຫ້ມີຄວາມຊັດເຈນ. 

ສິ່ງສຳຄັນຕ້ອງເອົາໃຈໃສ່ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ-ພະນັກງານ ສົ່ງຜົນກະທົບເຖິງຄວາມເຫລື້ອມໃສ ແລະ ຄວາມເຊື່ອໜັ້ນຂອງມະຫາຊົນ ຕໍ່ການນໍາພາຂອງພັກ ຄວາມສັກສິດຂອງການຄຸ້ມຄອງລັດ ແລະ ຄວາມໜັ້ນຄົງຂອງລະບອບ ປະຊາທິປະໄຕ ປະຊາຊົນ; ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫລວງ ໂດຍການອອກເປັນກົນໄກ ລະບຽບການລະອຽດ ເພື່ອເປັນເຄື່ອງມືຄຸ້ມຄອງ-ອັດຊ່ອງວ່າງທີ່ຈະເກີດມີການສໍ້ລາດບັງຫລວງ ສືບຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມມະຕິ ວ່າດ້ວຍການແກ້ໄຂພະຍາດອາດຍາສິດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ມີຜົນສຳເລັດສູງກວ່າເກົ່າ.

 

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.