ຄົນລາວຢູ່ຕ່າງປະເທດ ຍັງເປັນກຳລັງແຮງຊ່ວຍພັດທະນາ ສ​ປ​ປ.​ລາວ

ພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດ ຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ຊຶ່ງບໍ່ສາມາດຕັດແຍກອອກຈາກວົງຄະນະຍາດ ແຫ່ງຊາດລາວໄດ້ ແລະ ເປັນກຳລັງແຮງອັນໜຶ່ງໃນການສ້າງສາພັດທະນາປະເທດຊາດ, ທັງເປັນປັດໄຈສຳຄັນໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ເຂົາເຈົ້າອາໄສຢູ່ ລວມທັງອົງການຈັດຕັ້ງສາກົນຕ່າງໆ, ປັດຈຸບັນ ມີພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ມີທັງໝົດ 870.000 ກວ່າຄົນ ທີ່ໄດ້ແຈກຢາຍອາໄສຢູ່ຕາມປະເທດຕ່າງໆຫລາຍກວ່າ 15 ປະເທດ.

ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວໃນກອງປະຊຸມສາມັນຄົບຄະນະກຳມະ ການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X ໃນວັນທີ 12 ມີນາ 2019 ນີ້ວ່າ: ພີ່ນ້ອງເຊື້ອຊາດລາວທີ່ດຳ ລົງຊີວິດຢູ່ຕ່າງປະເທດ ຫລາຍກວ່າໝູ່ແມ່ນ ຢູ່ສະຫະລັດອາເມລິກາ ມີປະມານ 500.000 ຄົນ, ຮອງລົງມາແມ່ນປະເທດ ຝຣັ່ງ ປະມານ 300.000 ກວ່າຄົນ, ການາດາ ປະມານ 24.000 ຄົນ, ອົດສະຕາລີ ປະມານ 10.000 ຄົນ, ຢີ່ປຸ່ນ ປະມານ 7.000 ຄົນ, ເຢຍລະມັນ ປະມານ 4.000 ຄົນ, ນິວຊີແລນ 1.500 ຄົນ, ອັງກິດ ປະມານ 1.500 ຄົນ ແລະ ປະ ເທດອື່ນໆອີກເຊັ່ນ: ໂປໂລຍ, ໂອຕຣິດ, ສະວິດເຊີແລນ, ແບນຊິກ, ໂຮນລັງ ແລະ ລຸກຊຳບວກ.

ໃນພາລະກິດປ່ຽນແປງໃໝ່, ພັກ-ລັດຖະບານລາວ ໄດ້ມີນະໂຍບາຍເປີດກວ້າງ ເພື່ອຕ້ອນຮັບພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໃຫ້ອວ່າຍໜ້າກັບຄືນມາຫາປະເທດຊາດ, ມາຢ້ຽມຢາມປິຕິພູມຂອງຕົນ, ພົບປະຍາດພີ່ນ້ອງ, ເພື່ອນຝູງ, ມາສ້າງເສດຖະກິດ ແລະ ມາລົງທຶນໃນຂະແໜງການຕ່າງໆ. ບົນພື້ນຖານຄວາມສາມັກຄີປອງດອງຊາດ ທີ່ເປັນມູນເຊື້ອອັນດີງາມຂອງຊາດລາວມາແຕ່ເຫິງນານນັ້ນ, ພັກ-ລັດ ມີຄວາມມຸ່ງຫວັງເປັນຢ່າງຍິ່ງ ທີ່ຢາກໃຫ້ພີ່ນ້ອງຊາວລາວທັງຢູ່ພາຍໃນ ແລະ ຕ່າງປະເທດ ຮັກແພງສາມັກຄີກັນ, ມີຄວາມທະນົງໃຈຕໍ່ການເປັນລາວ, ເຊື້ອຊາດລາວ, ມີຈິດໃຈຮັກຊາດຢ່າງສູງສົ່ງ ແລະ ມີຄວາມດຸໝັ່ນຂະຫຍັນພຽນ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນເປັນກ້າວໆ.

ທ່ານ ແສງເພັດ ຮຸ່ງບຸນຍວງ ກ່າວຕື່ມວ່າ: ປີຜ່ານມາ ພີ່ນ້ອງເຊື້ອຊາດລາວຈາກຫລາຍປະ ເທດ ກໍໄດ້ລະດົມເງິນຊ່ວຍເຫລືອໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າຫລາຍກວ່າ 200.000 ໂດລາສະຫະ ລັດ, ລວມທັງໄດ້ນຳເອົາການຊ່ວຍເຫລືອໃນນາມສ່ວນຕົວ ກໍຄືໃນນາມອົງການຈັດຕັ້ງຕ່າງໆເຂົ້າມາ ສປປ ລາວ ເພື່ອຊ່ວຍເຫລືອດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆ ເຊິ່ງສະແດງໃຫ້ເຫັນວ່າ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຍັງມີນ້ຳໃຈຮັກບ້ານເກີດເມືອງນອນ, ຮັກພີ່ນ້ອງ, ຮັກມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...