ສະພາບມົນລະພິດທາງອາກາດ PM-2,5 ຢູ່ລາວ ເລີ່ມດີຂຶ້ນ

ວັນທີ 15 ມີນາ 2018 ນີ້, ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງຂ່າວສະພາບມົນລະພິດທາງອາກາດຢູ່ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃກ້ຄຽງ ທີ່ເກີດມີໝອກຄວັນປົກຫຸ້ມເປັນບໍລິເວນກວ້າງ. ຜ່ານການວັດແທກຄຸນນະພາບອາກາດ ໃນລະຫວ່າງວັນທີ 9-14 ມີນາ 2019 ເຫັນວ່າຄ່າຝຸ່ນລະອອງຂະໜາດ 2,5 ໄມຄຣອນ ຫລື PM-2,5 ສູງກວ່າມາດຕະຖານ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສຳລັບວັນທີ 11 ມີນາ ເຫັນວ່າຄ່າຄວາມເຂັ້ມຂຸ້ນ ຂອງ PM-2,5 ສູງເຖິງ 108,9 pg/m3 ແລະ 12 ມີນາ ເພີ່ມສູງຂຶ້ນເຖິງ 172,1 pg/m3 ເຊິ່ງສູງກວ່າຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສປປ ລາວ ທີ່ກຳນົດໄວ້ 50 pg/m3 ຫລື 3,5 ເທົ່າຕົວ ເຊິ່ງຖືເປັນລະດັບອັນຕະລາຍ. ແຕ່ມາຮອດ ທີ 13 ມີນາ ຝຸ່ນລະອອງດັ່ງກ່າວ ໄດ້ຫລຸດລົງໃນລະດັບ 140,6 pg/m3 ແລະ ສືບຕໍ່ຫລຸດເປັນກ້າວໆ.

ສຳລັບໝອກຄວັນທີ່ເກີດຂຶ້ນ ໃນນະຄອນຫລວງວຽງຈັນ ແລະ ບັນດາແຂວງໃກ້ຄຽງນີ້ ແມ່ນເກີດມາຈາກໄຟໄໝ້ປ່າ ແລະ ການຈູດປ່າເຮັດໄຮ່ ຢູ່ເຂດເມືອງສັງທອງ, ສີໂຄດຕະບອງ ແລະ ເມືອງນາຊາຍທອງ ລວມທັງໝອກຄວັນຂ້າມຊາຍແດນມາຈາກປະເທດອ້ອມຂ້າງ, ມາຮອດປັດຈຸບັນສະພາບການດັ່ງກ່າວແມ່ນເລີ່ມດີຂຶ້ນເປັນກ້າວໆ ເນື່ອງຈາກວ່າໄຟປ່າໄດ້ມອດລົງແລ້ວ. ອີງຕາມພະຍາກອນອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະ ສາດ ຄາດວ່າອີກ 2-3 ວັນຂ້າງໜ້າ ມີທ່າອ່ຽງຝົນຈະຕົກໃນລະດັບຄ່ອຍຢູ່ນະຄອນຫລວງວຽງຈັນ ແລະ ໃນວັນທີ 17-20 ມີນາ 2019 ຈະມີຝົນຕົກຟ້າຮ້ອງຢູ່ບໍລິເວນນະຄອນ ຫລວງວຽງຈັນ ເຊິ່ງຈະເຮັດໃຫ້ສະພາບມົນລະພິດດັ່ງກ່າວ ຫລຸດຜ່ອນລົງຕື່ມອີກ ຖ້າຫາກບໍ່ມີການຈູດຂີ້ເຫຍື້ອ ຫລື ຈູດປ່າເພີ່ມຕື່ມ.

ແນວໃດກໍຕາມ ເພື່ອຫລີກລ້ຽງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ໃນໄລຍະທີ່ຍັງມີສະພາບໝອກຄວັນປົກຄຸມ ຈຶ່ງແນະນຳໃນການປະຕິບັດ ຄື: ຫລີກລ້ຽງການເຄື່ອນໄຫວກິດຈະກຳກາງແຈ້ງ ຫລື ນອກອາຄານ ບ້ານເຮືອນ; ປິດປະຕູ, ປ່ອງຢ້ຽມບໍ່ໃຫ້ຝຸ່ນເຂົ້າ; ໃຊ້ຜ້າຈຸ່ມນ້ຳປິດປາກ ແລະ ດັງ ຫລື ໃຊ້ໜ້າກາດອະນາໄມ(N95 ຫລືຜ້າປິດປາກ) ເມື່ອຈະອອກຈາກບ້ານ, ຖ້າຫາກບໍ່ສາມາດຊອກຫາຜ້າປິດອະນາໄມໄດ້ ແມ່ນໃຫ້ໃຊ້ຜ້າປິດປາກທຳມະດາ ແຕ່ໃຫ້ໃສ່ສອງຊັ້ນ ກໍຈະສາມາດປ້ອງກັນໄດ້. ພ້ອມນັ້ນຕ້ອງດື່ມນ້ຳໃຫ້ຫລາຍ ແລະ ໃຊ້ນຳເກືອທາຄໍ ປ້ອງກັນການເຈັບຄໍ; ເພີ່ມຄວາມລະມັດລະວັງໃນການຂັບຂີ່ພາຫະ ນະ, ສ່ວນຜູ້ທີ່ມີໂລກປະຈຳຕົວ ຖ້າມີອາການຜິດປົກກະຕິໃຫ້ໄປພົບແພດທັນທີ; ຫ້າມຈູດຂີ້ເຫຍື້ອຊະຊາຍ ແລະ ຫ້າມຈູດປ່າ ທີ່ຈະເພີ່ມມົນລະພິດຂຶ້ນຕື່ມ ແລະ ໃຫ້ຕິດຕາມການລາຍງານສະພາບມົນລະພິດທາງອາກາດ ຈາກໜ່ວຍງານທີ່ມີພາລະບົດບາດ ໃນການຈັດຕັ້ງປະຕິບັດວຽກງານດ້ານນີ້ສະເພາະ ເພື່ອຫລີກລ້ຽງ, ສະກັດກັ້ນຂໍ້ມູນທີ່ບໍ່ມີຄວາມຈິງ ແລະ ຂາດການກວດສອບ.

PM-2,5 ແມ່ນຝຸ່ນລະອອງຂະໜາດນ້ອຍ ເປັນມົນລະພິດທີ່ມີຂະໜາດນ້ອຍກວ່າ 1/25 ຂອງເສັ້ນຜ່າສູນກາງເສັ້ນຜົມຂອງຄົນ ຫລື ມີຂະໜາດ ½ ຂອງແມັດເລືອດແດງຂອງຄົນ, ຝຸ່ນລະອອງນີ້ ສາມາດລອຍຢູ່ໃນຊັ້ນບັນຍາກາດໄດ້ດົນ ແລະ ປົນເປື້ອນກັບມົນລະພິດອື່ນ ເຊິ່ງສາມາດແຜ່ກະຈາຍເຂົ້າສູ່ລະບົບທາງເດີນຫາຍໃຈ, ປອດຫາຍໃຈສ່ວນລຸ່ມ, ກະແສເລືອດ ແລະ ແຜ່ກະຈາຍໄປສູ່ອະໄວຍະວະຕ່າງໆໃນຮ່າງກາຍ ເຊິ່ງອາດສົ່ງຜົນກະທົບຕໍ່ລະບົບທາງເດີນຫາຍໃຈ, ຫາຍໃຈຟືດເຄືອງ, ເກີດໂລກພູມແພ້, ເພີ່ມຄວາມສ່ຽງເປັນພະຍາດຊຳເຮື້ອ ແລະ ເປັນມະເຮັງ. ໂດຍທົ່ວໄປແລ້ວແຫລ່ງກຳເນີດ PM-2,5 ແມ່ນເກີດມາຈາກການເຜົາໄໝ້ຢູ່ໃນບ່ອນໂລ່ງ (ຈູດຂີ້ເຫຍື້ອ ຫລື ຈູດປ່າ), ການຄົມມະນາຄົມຂົນສົ່ງ, ການຜະລິດພະລັງງານໄຟຟ້າຄວາມຮ້ອນ ແລະ ການຜະລິດອຸດສາຫະກຳ.

ທີ່​ມາ:ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...