Wednesday, May 20, 2026
Kbank Laos โอน รับ จ่าย
-->

ພານິດໄທ ເຊີນຊວນນັກທຸລະກິດອາຫານແລະເຄື່ອງດື່ມຈາກ ສປປ ລາວ ໄປຈັດການວາງສະແດງສິນຄ້າ ຟຣີ 10 ບໍລິສັດ​ ໃນງານ​ THAIFEX

[16/3 7:43 PM] Vieng: ທ່ານນາງ ວະຣິສະຣາ ໄນຢະຊິດ ຜູ້ອຳນວຍການໂຄງການ ຜູ້ແທນຈາກບໍລິສັດ Coelnmesse ຈຳກັດ

ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດຮ່ວມມືກັບຫໍການຄ້າໄທ ແລະ Coelnmesse ປະເທດ ເຢຍລະມັນ ຈັດງານສະແດງສິນຄ້າອາຫານແລະເຄື່ອງດື່ມລະດັບໂລກ “THAIFEX – World of Food ASIA 2019” ທີ່ປະເທດໄທ ປະກາດເຊີນຊວນຜູ້ປະກອບການດ້ານ ​ອາຫານ​ ແລະ​ ເຄື່ອງ​ດື່ມ​ ຈາກ​ ສປປ ລາວ ຮ່ວມ​ວາງສະແດງ​ສິນຄ້າ​ ແລະ​ເຈລະຈາທຸລະກິດ ໃນງານ “THAIFEX – World of Food ASIA 2019” ທີ່ ປະເທດໄທ ໃນລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019.

ທ່ານ ວິດທະຍາກອນ ມະນີເນດ ຮອງອະທິບໍດີ ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ

ງານ​ດັ່ງກ່າວ​ ຈັດ​ຂຶ້ນ​ເພື່ອ​ເຊີນ​ຊວນ​ນັກທຸລະກິດ​ຈາກຫຼາຍປະເທດທົ່ວໂລກ ລວມທັງ​ນັກທຸລະກິດ​ຈາກ​ ສປປ​ ລາວ ເຂົ້າຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍສິນຄ້າໃນທຸລະກິດກະສິກຳ, ອາຫານ ແລະ ເຄື່ອງດື່ມຈາກ ປະເທດໄທ ແລະ​ ທົ່ວໂລກ​ ອີກຫຼາຍກວ່າ 2,700 ລາຍການ ຈາກ 5,800 ຮ້ານຄ້າໃນພື້ນທີ່ຈັດງານທີ່ໃຫຍ່ຫຼາຍກວ່າ 100,000 ແມັດກາເລ້ ຕັ້ງແຕ່ເວລາ 10:00-18:00 ທີ່ຕຶກ IMPACT Challenger 1-3 ແລະ ຕຶກ IMPACT EXHIBITION HALL 5-12 ສູນສະແດງສິນຄ້າ ແລະ ການປະຊຸມ ອິມແພັກ ເມືອງທອງທານີ ແຂວງນົນທະບູລີ ປະເທດໄທ.

ທ່ານ ວິດທະຍາກອນ ມະນີເນດ ຮອງອະທິບໍດີ ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດໄທ ໄດ້ກ່າວເຖິງເຫດຜົນທີ່ເຊີນຊວນຜູ້ປະກອບການຂອງລາວໄປຮ່ວມງານດັ່ງກ່າວວ່າ: ເປັນການເປີດໂອກາດໃຫ້ຜູ້ປະກອບການຈາກສປປ ລາວ ໄດ້ມາເຈລະຈາການຄ້າກັບຜູ້ປະກອບການອາຫານຂອງປະເທດໄທ ແລະ ຜູ້ປະກອບການຈາກພາກພື້ນຕ່າງໆທົ່ວໂລກ ຫຼາຍກວ່າ 40 ປະເທດ ບໍ່ວ່າຈະເປັນອາຊີຕາເວັນອອກ, ອາຊຽນ, ເອີຣົບ, ສະຫະລັດອາເມລິກາ, ລາຕິນອາເມລິກາ, ອາຟຣິກກາ.

ງານນີ້, ຍັງມີສິດທິພິເສດໃຫ້ກັບຜູ້ປະກອບການລາວ ທີ່ດຳເນີນທຸລະກິດທາງດ້ານອາຫານ ແລະ ເຄື່ອງດື່ມ ສຳລັບທ່ານທີ່ສົນໃຈນຳສິນຄ້າໄປອອກຮ້ານຄ້າໃນງານ THAIFEX 2019 ກົມສົ່ງເສີມການຄ້າລະຫວ່າງປະເທດມີຮ້ານຄ້າຟຣີ ເຖິງ 10 ຮ້ານຄ້າ ລວມມູນຄ່າຫຼາຍກວ່າລ້ານບາດ ສະໝັກກ່ອນ ວັນທີ 22 ມີນາ 2019 ນີ້, ເທົ່ານັ້ນ ສົນໃຈລາຍລະອຽດເພີ່ມຕື່ມ ຕິດຕໍ່ທີ່ ທ່ານນາງ ຢານີ ສີມີໄຊ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ສຳນັກງານສົ່ງເສີມການຄ້າ ໃນຕ່າງປະເທດຝ່າຍການພານິດ ສະຖານເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ.

ນອກຈາກນີ້, ທ່ານ ວິດທະຍາກອນ ຍັງໄດ້ກ່າວອີກວ່າ: ມີສິນຄ້າຂອງ ສປປ ລາວ ຫຼາຍຊະນິດທີ່ມີຊື່ສຽງ ແລະ ມີໂອກາດໃນການເຮັດທຸລະກິດທັງໃນໄທ ແລະ ຕ່າງປະເທດ ບໍ່ວ່າຈະເປັນກາເຟສີໜຸກ, ກາເຟແລະໝາກໄມ້ອົບແຫ້ງດາວ, ຊາຜົ້ງສາລີ ແລະ ເບຍລາວ ເປັນຕົ້ນ, ຈິ່ງມີຄວາມຕັ້ງໃຈມາເຊີນຊວນນັກທຸລະກິດ ແລະ ຜູ້ທີ່ສົນໃຈປະກອບທຸລະກິດອາຫານ ແລະ ເຄື່ອງດື່ມຈາກ ສປປ ລາວ ໄປເຂົ້າຮ່ວມ ແລະ ເຂົ້າເບິ່ງໃນງານ ເພື່ອເປັນຊ່ອງທາງ ແລະ ໂອກາດທາງທຸລະກິດ ລວມໄປເຖິງການອັບເດດເທຣນສິນຄ້າອາຫານ ແລະ ເຄື່ອງດື່ມໃໝ່ໆກ່ອນໃຜໆຈາກທົ່ວໂລກ.

ທ່ານນາງ ວະຣິສະຣາ ໄນຢະຊິດ ຜູ້ອຳນວຍການໂຄງການ ຜູ້ແທນຈາກບໍລິສັດ Coelnmesse ຈຳກັດ ໄດ້ກ່າວຕື່ມອີກວ່າ: ພາຍໃນງານນອກຈາກຈະມີການຈັດສະແດງສິນຄ້າ ເຕັກໂນໂລຊີ ແລະ ບໍລິການທາງດ້ານອາຫານແລ້ວ ຜູ້ທີ່ເຂົ້າຮ່ວມພາຍໃນງານຍັງໄດ້ມາອັບເດດສະຖານະການ ແລະ ເທຣນຂອງນັກທຸລະກິດອາຫານ ເຊິ່ງມີຄວາມທັນສະໄໝ ແລະ ມີນະວັດຕະກຳທີ່ໜ້າສົນໃຈ ຜ່ານກິດຈະກຳພິເສດ ແລະ ການສຳມະນາທີ່ຈະຈັດຂຶ້ນຢ່າງຫຼາກຫຼາຍ ບໍ່ວ່າຈະເປັນ Innofood Asia Conference ການສຳມະນາກ່ຽວກັບນະວັດຕະກຳ ແລະ ເຕັກໂນໂລຊີໃນທຸລະກິດຂອງອາຫານ ແລະ ເຄື່ອງດື່ມ, Innovation Design Zone ທີ່ສົ່ງເສີມນະວັດຕະກຳ ແລະ ການອອກແບບໃນກຸ່ມທຸລະກິດອາຫານ ແລະ ສົ່ງເສີມການຕະຫຼາດໃນຮູບແບບການສາທິດ, ການທົດລອງຊິມອາຫານໃນຮູບແບບໃໝ່ໆ ພ້ອມຈັດການສະແດງຜົນງານການພັດທະນາພາຊະນະບັນຈຸຈາກໂຄງການ SMART PACKAGING, THE 8th Thailand Ultimate Chef Challenge 2019 ການແຂ່ງຂັນປຸງແຕ່ງອາຫານ ແລະ ແກະສະຫຼັກ ຕົບແຕ່ງອາຫານ, THAIFEXtaste Innovation Show ພົບກັບ 50 ຜະລິດຕະພັນທີ່ໄດ້ຮັບລາງວັນນະວັດຕະກຳດີເດັ່ນ.

ສຸດທ້າຍນີ້, ກົມສົ່ງເສີມການຄ້າລະຫວ່າງປະເທດ ຫໍການຄ້າໄທ ແລະ Coelnmesse ຢາກຂໍເຊີນຊວນຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ສົນໃຈເຮັດທຸລະກິດຈາກ ສປປ ລາວ ເຂົ້າຮ່ວມໃນງານ “THAIFEX – World of Food ASIA 2019” ໃນລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019 ເວລາ 10:00-18:00 ທີ່ຕຶກ IMPACT Challenger 1-3 ແລະ ຕຶກ IMPACT EXHIBITION HALL 5-12 ສູນສະແດງສິນຄ້າ ແລະ ການປະຊຸມອິມແພັກ ເມືອງທອງທານີ ແຂວງນົນທະບູລີ ປະເທດໄທ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ