Monday, November 17, 2025
Kbank Laos โอน รับ จ่าย

ຄົນ​ລາວ​ຕ້ອງ​ຮູ້! ຜົນ​ງານ​​ຕ່າງໆ ​​ທີ່ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ສ້າງ​ໄວ້​ໃຫ້​ແກ່​ຄົນ​ລາວ

ນະຄອນຫຼວງວຽງຈັນ ມີອາຍຸຄົບຮອບ 459 ປີ (1560-2019) ນະຄອນຊຽງທອງເປັນເມືອງເອກ ຂອງອານາຈັກລ້ານຊ້າງມາໄດ້ 207 ປີ ຈິ່ງມີການປ່ຽນແປງ, ເມື່ອປີ 1560 ເຈົ້າໄຊຍະເສດຖາທິລາດ ກະສັດອົງທີ 10 ຂອງອານາຈັກລ້ານຊ້າງ ໄດ້ຍ້າຍລາຊະທານີຈາກຊຽງທອງມາຢູ່ວຽງຈັນ ໂດຍໃສ່ຊື່ວ່າ “ ຈັນທະບູລີສີສັດຕະນ ະຄະນະຫຸດອຸກະມະລາຊະທານນີ ”. ການຍົກຍ້າຍລາຊະທານີຈາກຊຽງທອງ ມາຢູ່ວຽງຈັນ ແມ່ນດ້ວຍເຫດຜົນຄື: ຊຽງທອງຢູ່ໃກ້ກັບເສັ້ນທາງຜ່ານໄປມາຂອງພວກສັກດີນາພະມ້າ (ມຽນມາໃນປະຈຸບັນ) ເຊິ່ງຍາມນັ້ນໄດ້ແຜ່ອິດທິພົນມາທາງສະຫຍາມ, ລ້ານນາ ແລະ ລ້ານຊ້າງ. ດ້ານໜຶ່ງຊຽງທອງກໍເປັນເຂດຄັບແຄບ ບໍ່ສາມາດຂະຫຍາຍບ່ອນທຳມາຫາກິນໃຫ້ປະຊາຊົນໄດ້, ສ່ວນວຽງ ຈັນດ້ານທີ່ຕັ້ງກໍແມ່ນ ຢູ່ໃຈກາງຂອງປະເທດຊາດ (ເໜືອ – ໃຕ້; ຕາເວັນອອກ – ຕາເວັນຕົກ ) ແລະ ເປັນເຂດທີ່ມີທົ່ງພຽງອຸດົມສົມບູນ ໄປດ້ວຍເຂົ້າປາອາຫານ ແລະ ບ່ອນທຳມາຫາກິນກໍ່ກວ້າງຂວາງ.

ໄລຍະ 333 ປີ ຂອງອານາຈັກລ້ານຊ້າງເອກະລາດ ເອກະພາບ :

– ພາຍຫລັງທີ່ຍ້າຍລາຊະທານີ ມາຕັ້ງຢູ່ວຽງຈັນ (1560) ເຈົ້າໄຊຍະເສດຖາທິລາດ ໄດ້ສືບຕໍ່ຜັນ ຂະຫຍາຍພາລະກິດຂອງເຈົ້າຟ້າງຸ່ມ ເພື່ອສ້າງຄວາມສາມັກຄີ ແລະ ສະຕິເປັນເອກະພາບຂອງຊາດ ໂດຍ ສ້າງກິດຈະກຳຕ່າງໆຄື:

+ ສ້າງທາດຫລວງກວມເອົາທາດລູກເກົ່າ, ສ້າງວັດວາອາຮາມໃໝ່ຫລາຍບ່ອນ, ເອົາສາສະໜາພຸດເປັ ນໃຈກາງ ໃນການສ້າງສະຕິຊາດ ເປັນເອກະພາບ.

+ ສ້າງລາຊະວັງໃໝ່ ເພື່ອເສີມປາລະມີ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ.

+ ໄດ້ປະຕິບັດນະໂຍບາຍສັນຕິພາບ ແລະ ມິດຕະພາບກັບປະເທດໃກ້ຄຽງ ເປັນຕົ້ນແມ່ນ ກັບອະຍຸ ດທະຍາ ໂດຍໄດ້ຮ່ວມກັນສ້າງທາດສີສອງຮັກ ຢູ່ເມືອງດ່ານຊ້າຍ ແຂວງເລີຍ ຂອງໄທໃນປະຈຸບັນ ( ແຕ່ກ່ອນເປັນດິນຂອງລາວ ), ເພື່ອເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບຕໍ່ກັນ ແນ່ໃສ່ຕ້ານສັດຕູຮ່ວມກັນ ຄືພະມ້າ ທີ່ພວມແຜ່ອຳນາດເຂົ້າສູ່ລ້ານຊ້າງ ແລະອະຍຸດທະຍາໃນເວລານັ້ນ.

+ ໄດ້ນຳພາປະຊາຊົນຕ້ານການລ່ວງລ້ຳດິນແດນຂອງພະມ້າສອງຄັ້ງ ເຊິ່ງທັງສອງຄັ້ງ ກໍລ້ວນແຕ່ໄດ້ຮັບ ໄຊຊະນະ. ພ້ອມກັນນັ້ນເຈົ້າໄຊຍະເສດຖາທິລາດ ຍັງໄດ້ນຳທັບໄປຕີ ພະມ້າ ທີ່ເຂົ້າມາຕີອະຍຸດທະຍາ ( ໄທ ) ຢູ່ເມືອງພິດສະນຸໂລກ.

+ ໄດ້ນຳກຳລັງລົງໄປປາບຂະບວນກາ ນລຸກຮື້ຂຶ້ນຂອງ ຊາວນາ. ຢູ່ ພາກໃຕ້ລາວ (ແຂວງ ອັດຕະປື ) ແລະ ໄດ້ເສຍຊີວິດຢູ່ທີ່ນັ້ນ. ຈົນເຖິງ ປະຈຸບັນການເສຍຊີວິດຂອງເພິ່ນກໍຍັງເປັນປິດສະໜາຢູ່.

+ ວິລະກຳຂອງເຈົ້າໄຊຍະເສດຖາທິລາດ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນມູນເຊື້ອຂອງຊາດ: “ ມູນ ເຊື້ອແຫ່ງຄວາມສາມັກຄີ ແລະ ສະຕິຊາດເອກະພາບ ”, ພະອົງ ເປັນກະສັດລາວອົງໜຶ່ງ ທີ່ມີນ້ຳໃຈ ຕໍ່ ສູ້ເດັດດ່ຽວ ກ້າຫານ ນຳພາປົກປັກຮັກສາ ແລະ ສ້າງປະເທດຊາດ, ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ຄົນລາວຮຸ່ນປະຈຸບັ ນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.