Friday, April 18, 2025

ຂ່າວດີ ປະເທດເຢຍລະມັນ ຈະຊ່ວຍເຫຼືອພັດທະນາກະສິກຳ-ອຸດສາຫະກຳການປຸງແຕ່ງຂອງລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນ. ໂດຍການຕ້ອນຮັບຢ່າງສົມກຽດຈາກ ທ່ານ ນາງ ອັງເກລາ ແມກເກລ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອເປັນນິມິດໝາຍອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໂດຍຝ່າຍເຢຍລະມັນ ຈະເພີ່ມການຊ່ວຍເຫຼືອໃນການພັດທະນາ ກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເທື່ອລະກ້າວ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບ ທ່ານ ນາງ ອັງເກລາ ແມກເກລ ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາຍາວນານ ລະຫວ່າງສອງປະເທດ, ນັບຕັ້ງແຕ່ ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 31 ມັງກອນ 1958 ເປັນຕົ້ນມາ.

ການຊ່ວຍເຫຼືອຂອງ ສສ ເຢຍລະມັນ ຕໍ່ ສປປ ລາວ ແມ່ນສຸມໃສ່ສອງຂະແໜງການບຸລິມະສິດຄື:ການຮ່ວມມືທາງດ້ານເຕັກນິກ ຜ່ານ ອົງການຮ່ວມມືສາກົນ ເພື່ອການພັດທະນາ ເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນ ຜ່ານ ທະນາຄານສິນເຊື່ອ ເພື່ອການພັດທະນາ ເຢຍລະມັນ (KfW) ໂດຍສອດຄ່ອງກັບເປົ້າໝາຍລວມຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ສປປ ລາວ ເປັນຕົ້ນແມ່ນ:

ເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຍຸດທະສາດການເຕີບໂຕສີຂຽວ (Green growth), ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ, ລວມທັງທຸລະກິດຂະໜາດກາງ (SME) ແລະ ຈຸລະວິສາຫະກິດ (MSME).

ສໍາລັບການຊ່ວຍເຫຼືອ ໃນປີ 2018-2020 ມີມູນຄ່າສູງເຖິງ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເຫຼືອ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ.

ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະອື່ນໆ.

ໃນຂະນະດຽວກັນນັ້ນ, ຝ່າຍເຢຍລະມັນ ຍັງໄດ້ຢືນຢັນທີ່ຈະສືບຕໍ່ເພີ່ມການຊ່ວຍເຫຼືອ ໃນການພັດທະນາກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເທື່ອລະກ້າວ.

ທີ່ມາ: ນສພ ຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.