Tuesday, February 11, 2025

ປີ​ຜ່ານ​ມາ ແຂວງສະຫວັນນະເຂດໄດ້ດຸນການຄ້າເກືອບ 3 ພັນຕື້ກີບ


ໃນປີ 2018 ຜ່ານມານີ້, ເຖິງວ່າສະພາບການພັດທະນາເສດຖະກິດ-ສັງ ຄົມຂອງແຂວງສະຫວັນນະເຂດຈະພົບກັບຄວາມຫຍຸ້ງຍາກສັບສົນຫຼາຍປະການ, ແຕ່ດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ການຜະລິດເປັນສິນຄ້າໃຫ້ນັບມື້ນັບຫຼາຍຂຶ້ນຕາມແນວທາງນະໂຍບາຍຂອງພັກ ແລະ ລັດເຮັດໃຫ້ໃນປີ 2018 ນີ້, ແຂວງສະຫວັນນະເຂດ ປະສົບຜົນສຳເລັດໃນວຽກງານການຄ້າໂດຍແຂວງໄດ້ດຸນການຄ້າຫຼາຍກວ່າ 357 ລ້ານໂດລາ ປະມານ 2,98 ພັນຕື້ກີບ.

ທ່ານ ສີທົນ ນັນທະລາດ ກຳມະການ ພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ນັກຂ່າວພວກເຮົາໃນວັນທີ 28 ກຸມພານີ້ ຊຶ່ງໃຫ້ຮູ້ວ່າ: ໃນປີ 2018 ແຂວງສະຫວັນນະເຂດ ໄດ້ຕັ້ງໜ້າຈັດ ຕັ້ງຜັນຂະຫຍາຍວຽກງານການຄ້າ ຢ່າງຫ້າວຫັນສາມາດສ້າງມູນຄ່າການ ຄ້າໄດ້ທັງໝົດ 2,47 ຕື້ກວ່າໂດລາສະ ຫະລັດ (20.676,33 ຕື້ກີບ), ທຽບໃສ່ ໄລຍະດຽວກັນຂອງປີ 2017 ເພີ່ມຂຶ້ນ 527 ລ້ານກວ່າໂດລາ, ລື່ນແຜນການປີ 64,99% ໂດຍສາມາດພົວພັນຄ້າ-ຂາຍ ກັບ 41 ປະເທດໃນທົ່ວໂລກ ໃນນີ້ ມູນຄ່າ ການສົ່ງອອກສິນຄ້າປະຕິບັດໄດ້ທັງໝົດ 1,41 ຕື້ກວ່າໂດລາ (11.832,04 ຕື້ກີບ), ທຽບໃສ່ໄລຍະດຽວກັນປີ 2017 ເພີ່ມຂຶ້ນ 356 ລ້ານກວ່າໂດລາ, ລື່ນແຜນ ການປີ 64,99%. ເຊິ່ງການສົ່ງອອກສິນຄ້າໃນປີ 2018 ນີ້,

ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຍ້ອນວ່າໜວດສິນຄ້າກະສິກໍາ ແລະເຄື່ອງປ່າຂອງດົງ ເຊັ່ນ: ຢາງພາລາ, ເຂົ້າສານ, ມັນຕົ້ນແຫ້ງ ແລະໝວດສິນຄ້າອຸດສາຫະກໍາປຸງ ແຕ່ງ ເຊັ່ນ, ຜະລິດຕະພັນນໍ້າຕານ ແລະກາກ ນໍ້າຕານ, ຢາສູບກໍ່ສືບຕໍ່ເພີ່ມຂຶ້້ນ, ອຸດສາຫະ ກໍາທີ່ນໍາເຂົ້າມາປຸງແຕ່ງເພື່ອສົ່ງອອກຄືນໃນເຂດເສດຖະກິດພິເສດກໍ່ມີທ່າອ່ຽງເພີ່ມຂຶ້ນ ແລະສາມາດສົ່ງອອກໄດ້ຢ່າງເປັນປົກກະຕິໂດຍສະເພາະເຄື່ອງເອເລັກໂຕຣນິກ (ເຄື່ອງສື່ສານ), ເບາະຫຸ້ມລົດໃຫຍ່, ເລນແວ່ນຕາ ແລະອີກ ສາຍເຫດໜຶ່ງ ທີ່ສົ່ງຜົນດີຕໍ່ການສົ່ງອອກ ກໍ່ຄືສະພາບເສດຖະກິດໂລກ ທີ່ໄດ້ສືບຕໍ່ມີ ທ່າອ່ຽງດີຂຶ້ນເມື່ອທຽບກັບຫຼາຍ ປີຜ່ານມາ. ຄຽງຄູ່ກັນນີ້, ທາງດ້ານການນໍາເຂົ້າສິນຄ້າແມ່ນສາມາດປະຕິບັດໄດ້ທັງໝົດ 1,05 ຕື້ກວ່າໂດລາ (8.844,29 ຕື້ກີບ), ທຽບກັບໄລຍະດຽວກັນຂອງປີ 2017 ເພີ່ມຂຶ້ນ 17 1 ລ້ານກວ່າໂດລາ, ລື່ນແຜນການປີຈຳນວນ 435 ລ້ານກວ່າໂດລາ, ເຊິ່ງມູນຄ່າການນໍາເຂົ້າສິນຄ້າຂອງແຂວງພວກເຮົາໃນໄລຍະ 2-3 ປີຜ່ານມານີ້, ແມ່ນມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກວ່າ ສິນຄ້ານໍາເຂົ້າ ເພື່ອຮັບໃຊ້ແກ່ການຜະ ລິດ ແລະປຸງແຕ່ງມີທ່າອ່ຽງເພີ່ມຂຶ້ນເປັນຕົ້ນ: ສິ້ນສ່ວນເອເລັກໂຕຣນິກເພື່ອມາປຸງ ແຕ່ງຢູ່ເຂດເສດຖະກິດພິເສດ, ວັດຖຸດິບໃນການຜະລິດ, ການນໍາເຂົ້າວັດຖຸອຸປະກອນໃນການກໍ່ສ້າງພື້ນຖານໂຄງລ່າງ, ຄວາມຕ້ອງການໃນການຊົມໃຊ້ເຄື່ອງ ມືໃນການເຮັດກະສິກໍາ, ເຄື່ອງອຸປະໂພກ ແລະບໍລິໂພກທົ່ວໄປອື່ນໆເຊິ່ງທັງໝົດເຫຼົ່າ ນີ້, ໄດ້ສົ່ງຜົນສະທ້ອນເຮັດໃຫ້ຕົວເລກ ການນໍາເຂົ້າມີການຂະຫຍາຍຕົວເພີ່ມຂຶ້ນ.

ຈາກການສົມທຽບມູນຄ່າໂຕເລກການນໍາເຂົ້າ-ສົ່ງອອກສິນຄ້າຂ້າງເທິງນີ້, ສາມາດຕີລາຄາໄດ້ວ່າ: ແຂວງສະຫວັນນະເຂດພວກເຮົາສາມາດໄດ້ດຸນການ ຄ້າ ໃນມູນຄ່າສູງເຖິງ 357 ລ້ານກວ່າ ໂດລາ(2.987,74 ຕື້ກີບ) ທຽບໃສ່ ປີ 2017 ເພີ່ມຂຶ້ນ 184 ລ້ານກວ່າໂດລາ (1.542,97 ຕື້ກີບ) ເຊິ່ງສາເຫດຫຼັກ ທີ່ເຮັດໃຫ້ມູນຄ່າໄດ້ເກີນດຸນເພີ່ມຂຶ້ນແມ່ນຍ້ອນການສົ່ງອອກສິນຄ້າພາຍໃນເພີ່ມຂຶ້ນເປັນຕົ້ນ: ຢາງພາລາ,ມັນຕົ້ນແຫ້ງ, ນໍ້າຕານ, ກາກນໍ້າຕານ, ແຮ່ກົ່ວ, ເຫຍື່ອເຈ້ຍ, ແຮ່ທອງແດງ, ເຄື່ອງເອເລັກໂຕຣນິກປະເພດເຄື່ອງສື່ສານ, ສິ້ນສ່ວນກ້ອງ, ແຜງພະລັງງານແສງອາທິດ.

ທ່ານຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງກ່າວໃຫ້ຮູ້ຕື່ມອີກວ່າ: ໃນປີ 2019 ນີ້, ທາງແຂວງພວກເຮົາກໍ່ຈະສືບຕໍ່ສ້າງ ແລະ ເອື້ອຍອໍານວຍຄວາມ ສະດວກຕ່າງໆ ໃຫ້ແກ່ພາກສ່ວນທຸລະກິດໃນການສົ່ງອອກ ແລະນໍາເຂົ້າສິນຄ້າໃຫ້ ໄດ້ທັນກັບຄວາມຕ້ອງການຂອງຕະຫຼາດ, ສູ້ຊົນເຮັດໃຫ້ມູນຄ່າການຄ້າບັນລຸ 2,58 ຕື້ກວ່າໂດລາ ໃນນັ້ນມູນຄ່າການສົ່ງອອກສິນຄ້າ 1,51 ຕື້ກວ່າໂດລາ, ມູນຄ່າການນໍາເຂົ້າສິນຄ້າ 1,06 ຕື້ກວ່າໂດລາ ແລະ ໃຫ້ໄດ້ດຸນການຄ້າໃນມູນຄ່າທັງໝົດ 449 ລ້ານກວ່າໂດລາ ຈາກນີ້, ກໍ່ຈະອໍາ ນວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນສາກົນເພື່ອໃຫ້ບັນລຸໄດ້ໃນມູນຄ່າທັງໝົດ 3,35 ຕື້ກວ່າໂດລາ ແລະອີກ ບັນຫາສຳຄັນໜຶ່ງ ກໍ່ຂໍແຈ້ງມາຍັງບັນດາ ຫົວໜ່ວຍທຸລະກິດການນໍາເຂົ້າ ແລະສົ່ງອອກຮັບຊາບຕື່ມອີກວ່າ: ນັບແຕ່ປີ 2019 ເປັນຕົ້ນໄປສິນຄ້າປະເພດເຫຼັກເສັ້ນ, ເຫຼັກຮູບປະພັນຕ່າງໆ ແລະຊີມັງແມ່ນສາມາດນໍາເຂົ້າໄດ້ໂດຍກົງ.

ທີ່​ມາ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: