Monday, March 24, 2025

​ນະ​ຄອນ​ຫຼວງ ຊອກຫາມາດຕະການ ​ເພື່ອຫຼຸດຜ່ອນເຄື່ອງດື່ມທີ່ມີທາດເຫຼົ້າໃນບຸນປີໃໝ່ລາວ

ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນໄດ້ຈັດສຳມະນາ“ສະເຫຼີມສະຫຼອງປະເພນີບຸນປີໃໝ່ລາວ ພສ 2562 ເປັນກຽດເຂົ້າຮ່ວມຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງ ຈັນ ພ້ອມດ້ວຍພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ເພື່ອລະດົມແນວຄວາມຄິດຈາກພາກສ່ວນຕ່າງໆຕໍ່ກັບການປັບປຸງປ່ຽນແປງບາງຄວາມເຄີຍຊິນ ບາງພຶດຕິກຳທີ່ໄດ້ປະຕິບັດຜ່ານມາໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ສາມາດອະນຸຮັກວັດທະນະທຳຮີດຄອງປະເພນີ ແລະ ເພືອໃຫ້ມ່ວນຊື່ນ ປະຢັດ ສະຫງົບ ສີວິໄລ ເຊັ່ນ: ການຊອກຫາວິທີການ ມາດຕະການ ເພື່ອຫັນປ່ຽນຄວາມເຄີຍຊິນຕໍ່ພຶດຕິ ກຳການຫຼີ້ນນໍ້າ ຫົດນໍ້າຊະຊາຍຕາມຖະໜົນຫົນທາງທີ່ສ້າງຄວາມເປີເປື້ອນ ຄວາມບໍ່ເປັນລະບຽບຮຽບຮ້ອຍເຮັດໃຫ້ການສັນຈອນແອອັດ ໂດຍໃຫ້ແຕ່ລະເມືອງ ຊຸມຊົນກຳນົດເປັນເຂດຫຼິ້ນນໍ້າສະເພາະເມືອງ ຊຸມຊົນໃຫ້ເປັນເຂດສະເພາະ ການຈັດພິທີບາສີສູ່ຂວັນ ງານລ້ຽງສ້າງສັນຂອງອົງການຈັດຕັ້ງຕ່າງໆອ້ອມຂ້າງ ນວ ໂດຍສະເພາະໃຫ້ກຳນົດເອົາມື້ຈັດຕັ້ງປະຕິ ບັດດັ່ງກ່າວໃຫ້ເປັນເອກກະພາບ

ພ້ອມນັ້ນກໍ່ຕ້ອງຊອກຫາວິທີ ມາດຕະການຫຼຸດຜ່ອນການບໍລິ ໂພກເຄື່ອງດື່ມທີມີທາດເຫຼົ້າເຂົ້າໃນກິດສະກຳສະເຫຼີມສະຫຼອງ ແລະ ຕໍ່ຜູ້ຂັບຂີ່ເມົາແລ້ວຂັບ ແລະ ປຶກສາຫາລືຮ່ວມກັນໃນການສົ່ງເສີມກິດຈະກຳຢູ່ສະຖານທີ່ຫຼັກຂອງ ນວ ເຊັ່ນ: ຢູ່ຫາດຊາຍດອນຈັນ ແລະ ບຶງທາດຫຼວງໃຫ້ມີບັນຍາກາດມ່ວນຊື່ນ ມີຄວາມສະຫງົບປອດໄພ ປະຢັດແຕ່ມີສີສັນເພື່ອສ້າງກິດຈະກຳດຶງດູດນັກທ່ອງທ່ຽວມາທ່ຽວຊົມ ນວ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ-ຈີນ.

ທີ່​ມາ:ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.