Friday, November 14, 2025
Kbank Laos โอน รับ จ่าย

ວຽງຈັນເຊັນເຕີ ກຽມສະຫຼອງຄົບ ຮອບ 4 ປີ 

ທ່ານ ຊຸ່ນ ເຟີ່ຍ ຫູ ຜູ້ອຳນວຍການ ພະແນກການເງິນສູນການຄ້າວຽງຈັນ

ສູນການຄ້າວຽງຈັນເຊັນເຕີ ກຳ ລັງຫ້າງຫາກະກຽມເພື່ອສະເຫຼີມສະຫຼອງການເປີດໃຫ້ບໍລິການແກ່ສັງຄົມຄົບຮອບ 4 ປີ, ຊຶ່ງຈະຈັດຂຶ້ນໃນວັນທີ 28 ມີນາ ທີ່ຈະມາເຖິງນີ້.

ທ່ານ ຊຸ່ນ ເຟີ່ຍ ຫູ ຜູ້ອຳນວຍການ ພະແນກການເງິນສູນການຄ້າວຽງຈັນ ເຊັນເຕີ ກ່າວວ່າ: 4 ປີກ່ອນ ທີ່ສູນການຄ້າ ວຽງຈັນເຊັນເຕີມີຄວາມມຸ່ງໝັ້ນ, ມີເປົ້າ ໝາຍທີ່ຍິ່ງໃຫຍ່ ແລະສຳຄັນ, ຊຶ່ງທາງບໍລິສັດມີຄວາມ ປິຕິຍິນດີ ແລະຕື່ນເຕັ້ນທີ່ໄດ້ເປີດໂຕຢ່າງ ເປັນທາງການຈາກບາດກ້າວແລກສູ່ຄວາມສຳເລັດທີ່ຜ່ານການຝຶກຝົນຫຼໍ່ຫຼອມ ແລະບຸກເບີກສ້າງໝາກຜົນແຫ່ງຄວາມ ຈະເລີນຮຸ່ງເຮືອງຂອງສູນການຄ້າໃນມື້ນີ້, ຊຶ່ງໝາກຜົນຕ່າງໆຈະເກີດຂຶ້ນບໍ່ໄດ້ຖ້າປາສະຈາກການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງທຸກຝ່າຍໃນການທຸ້ມ ເທແຮງກາຍແຮງໃຈໃນການປະຕິບັດໜ້າ ທີ່ວຽກງານ, 4 ປີທີ່ຜ່ານມາ ຖືໄດ້ວ່າເປັນ ນິມິດໝາຍອັນດີແກ່ສູນການຄ້າ ແລະເພື່ອ ໃຫ້ດີຂຶ້ນກວ່າເກົ່າ ທາງສູນການຄ້າພ້ອມ ດ້ວຍພະນັກງານທຸກຄົນພ້ອມຈະພັດ ທະນາຄວາມຮູ້ແນວຄິດທັດສະນະຄະຕິ ແລະຮັບຟັງຄຳເຫັນ ເພື່ອນຳໄປປັບປຸງ ແກ້ໄຂ ແລະໃຫ້ຄຳໝັ້ນວ່າສູນຄ້າການ ຈະສັນຫາສິນຄ້າທີ່ມີຄຸນນະພາບ ເພື່ອ ຕອບໂຈດຄວາມຕ້ອງການຂອງກຸ່ມລູກ ຄ້າ ແລະໃສ່ໃຈການບໍລິການເປັນຫຼັກເພື່ອຍົກລະດັບຄວາມເຊື່ອໝັ້ນຂອງສູນ ການຄ້າໃຫ້ເປັນສູນການຄ້າຄົບວົງ ຈອນ ແລະເປັນສູນລວມຂອງທຸກສິ່ງໃນຕົວ ເມືອງນະຄອນ ຫຼວງວຽງຈັນ ດັ່ງຄຳ ຂວັນທີ່ວ່າ “ສີສັນແຫ່ງການຊອບປິ້ງ ຄວາມພິເສດເໜືອລະດັບຄົບທຸກຄວາມ ສຸກໃນຄອບຄົວ ຕ້ອງທີ່ສູນການຄ້າວຽງ ຈັນເຊັນເຕີ”.

ທ່ານ ຊຸຍ ປໍ ຮອງຜູ້ອຳນວຍການສູນ ການຄ້າວຽງຈັນເຊັນເຕີກ່າວວ່າ: ສຳລັບ ກິດຈະກຳໃນການສະເຫຼີມສະຫຼອງຄັ້ງນີ້ ແມ່ນຈະມີຫຼາກຫຼາຍກິດຈະກຳ ໂດຍຈະເລີ່ມແຕ່ວັນທີ 15 ມີນາໄປຈົນເຖິງໝົດ ເດືອນນີ້ ເປັນຕົ້ນແມ່ນຊື້ສິນຄ້າຫຼຸດລາຄາ, ຮ່ວມເບິ່ງຮູບເງົາໂດຍບໍ່ເສຍຄ່າ 4 ມື້ 4 ເລື່ອງ ແລະພິເສດສຳລັບວັນທີ 28 ມີນາ, ຊຶ່ງເປັນວັນສະເຫຼີມສະຫຼອງ ແມ່ນເລີ່ມ ແຕ່ 9 ໂມງ ຈະມີກິດຈະກຳຮ່ວມເຮັດບຸນ ໃສ່ບາດ, ບໍລິຈາກເລືອດໃນໂຄງການ ໃຈອາສາບໍລິຈາກເລືອດເທົ່າກັບໃຫ້ ປີທີ 4, ພ້ອມນັ້ນໃນຕອນແລງຍັງຈະມີງານລ້ຽງສັງສັນອີກດ້ວຍ, ຊຶ່ງຖືໄດ້ວ່າ ຕະຫຼອດທັງວັນມີກິດຈະກຳຫຼາກຫຼາຍຈາກ ການຊື້ສິນຄ້າຄົບ 4 ແສນກີບ ຈະໄດ້ຮັບ ຄູປ໋ອງລຸ້ນລາງວັນໃຫຍ່ໃນວັນທີ 5 ພຶດ ສະພາ ລວມຂອງລາງວັນຫຼາຍກວ່າ 140 ລ້ານກີບ, ສະເພາະກິດຈະກຳບໍລິ ຈາກເລືອດໃນໂຄງການໃຈອາສາບໍລິ ຈາກເລືອດເທົ່າກັບໃຫ້ ແມ່ນກິດຈະກຳ ໜຶ່ງທີ່ມີຄວາມສຳຄັນ ແລະຢາກເຊີນ ຊວນທຸກຄົນທີ່ມີຄວາມພ້ອມມາຮ່ວມ ເປັນສ່ວນໜຶ່ງກັນການຊ່ວຍເຫຼືອສັງຄົມນຳພວກເຮົາ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.