Wednesday, March 19, 2025

ເປີດໃຫ້ຄ່າທໍານຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານທະນາຄານ ຢູ່ເມືອງສີສັດຕະນາກ

ທີ່ຫ້ອງວ່າການປົກຄອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ຮ່ວມກັບ ທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ອົງການປົກຄອງນະຄອນ ຫຼວງວຽງຈັນ ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ຂຶ້ນໂດຍການເຂົ້າຮ່ວມຂອງ ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງສີສັດຕະນາກ, ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າສ່ວຍສາອາກອນ ນະຄອນຫຼວງວຽງຈັນ, ທ່ານ ນາງ ພອຍສະຫວັນ ສິມມະໄລວົງ ຮອງພະແແນກບໍລິການລູກຄ້າລາຍໃຫຍ່ ທຄຕລ, ມີບັນດາພະນັກງານຫຼັກແຫຼ່ງຈາກຂະແໜງສ່ວຍສາອາກອນ ແລະຫ້ອງວ່າການປົກຄອງເມືອງ ເຂົ້າຮ່ວມ.

ທ່ານ ໂພຄໍາ ໄຊຍະສອນ ກ່າວວ່າ: ເພື່ອປະຕິບັດຕາມຄາດໝາຍສູ້ຊົນຂອງພັກແຕ່ນີ້ຫາ 2020 ໃຫ້ປະເທດລາວຫຼຸດພົ້ນອອກຈາດສະພາບດ້ອຍພັດທະນາກາຍເປັນປະເທດທີ່ພັດທະນາເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ປະເທດລາວມີຄວາມຮັ່ງມີ ເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມສີວິໄລ ເຊິ່ງເປັນໜ້າທີ່ຂອງທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ວຽກງານພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍ່ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນພຶ້ນຖານໃຫ້ແກ່ຄາດໝາຍຂອງການພັດທະນາ ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດແມ່ນໜ້າທີ່ຂອງທຸກພາກສ່ວນນັບທັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ແລະ ພົນລະເມືອງລາວທຸກໆຄົນຕ້ອງມີສ່ວນຮ່ວມ. ທັງນີ້, ການເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ກໍ່ເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ແລະອໍານວຍຄວາມສະດວກ ໃຫ້ບັນດາອົງການຈັດຕັ້ງລັດ, ພະນັກງານລັດຖະກອນໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີດິນ ປະຈໍາປີ 2019 ໃຫ້ເປັນຂະບວນຟົດຟື້ນ, ອັນສໍາຄັນກໍ່ແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າ ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈ ທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍ່ຄືການສ້າງສາພັດທະນາປະເທດຊາດ.

ນອກຈາກນັ້ນ, ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງສີສັດຕະນາກ ຍັງໄດ້ເຊີນຊວນອົງການຈັດຕັ້ງທຸກພາສ່ວນ, ພະນັກງານລັດຖະກອນ ພໍ່ແມ່ປະຊາຊົນ ໃຫ້ພ້ອມກັນມາປະກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດ ດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະພາສີທີ່ດິນ, ຮັບປະກັນໃຫ້ໄດ້ໝາກຜົນ ແລະ ປະສິດທິພາບສູງຕາມຈຸດປະສົງ ແລະ ລະດັບຄາດໝາຍແຜນການທີ່ວາງໄວ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.