Saturday, November 15, 2025
Kbank Laos โอน รับ จ่าย

SACICT ສົ່ງເສີມ ແລະພັດທະນາສິລະປະຫັດຖະກຳ ຜ່ານການແລກປ່ຽນຄວາມຮູ້ດ້ານຫັດຖະສິນໃນວັດທະນະທຳຮ່ວມ

ໃນວັນທີ 20 ມີນາ, ສະຖາບັນວິຈິດສິນແຫ່ງ ສປປ ລາວ ຮ່ວມກັບ ສູນສົ່ງເສີມສິນລະປະຊີບລະຫວ່າງປະເທດ (ອົງການມະຫາຊົນ) ຫຼື SACICT ນໍາຄະນະຜູ້ບໍລິຫານ ແລະສື່ມວນຊົນເຂົ້າຮ່ວມກິດຈະກຳແລກປ່ຽນຄວາມຮູ້ດ້ານຫັດຖະສິນໃນວັດທະນະທຳຮ່ວມ ລາວ-ໄທ ທີ່ຈັດຂຶ້ນໃນລະຫວ່າງ 18-21 ມີນາ 2019 ຢູ່ສູນພັດທະນາທົດສອບສີມືແຮງງານ ເວດສະພົງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ໄມສີ ຈັນບຸດດີ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງ ສປປ ລາວ ແລະ ທ່ານນາງ ອຳພະວັນ ພິຊາໄລ ຜູ້ອຳນວຍການສົ່ງເສີມສິນລະປະຊີບລະຫວ່າງປະເທດ.  

ທ່ານ ດຣ ໄມສີ ຈັນບຸດດີ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງ ສປປ ລາວ ກ່າວ່າ: ກິດຈະກຳແລກປ່ຽນຄວາມຮູ້ດ້ານຫັດຖະສິນໃນວັດທະນະທຳຮ່ວມ ລາວ-ໄທ ຄັ້ງນີ້ ຈັດຂຶ້ນພາຍໃຕ້ໂຄງການພັດທະນາຜະລິດຕະພັນສິລະປະຫັດຖະກຳໃນວັດທະນະທຳຮ່ວມປະຈຳປີ ຄສ 2019 (Cross Cultural Crafts 2019) ເພື່ອຕໍ່ຍອດງານຫັດຖະສິນໄທຜ່ານການແລກປ່ຽນອົງຄວາມຮູ້ລະຫວ່າງຊ່າງຝີມືໄທ ແລະຊ່າງຝີມືໃນປະເທດເພື່ອນບ້ານ, ເປັນການຍົກສູງ ແລພະພັດທະນາງານຫັດຖະກໍາ ທີ່ໃກ້ຈະສູນຫາຍໃຫ້ເກີດມີມູນຄ່າ ຈົນສາມາດພັດທະນາສູ່ຕະຫຼາດສາກົນໄດ້.

ທ່ານນາງ ອຳພະວັນ ພິຊາໄລ ຜູ້ອຳນວຍການສົ່ງເສີມສິນລະປະຊີບລະຫວ່າງປະເທດ ກ່າວວ່າ: ໂຄງການພັດທະນາຜະລິດຕະພັນສິລະປະຫັດຖະກຳໃນວັດທະນະທຳຮ່ວມ ຫຼື Cross Culture Crafts ເປັນໜຶ່ງໃນໂຄງການທີ່ເນັ້ນອະນຸລັກ ແລະຟື້ນຟູສິນຫັດຖະກຳອັນຊົງຄຸນຄ່າທີ່ໃກ້ຈະສູນຫາຍ ໂດຍເຊື່ອມໂຍງຜູ້ທີ່ມີທັດສະສູງ ແລະຄວາມຊ່ຽວຊານດ້ານຢ່າງກຸ່ມຄູຊ່າງ ແລະທາຍາດ ເຂົ້າກັບສີມືຂອງປະເທດຕ່າງໆ ໃນພູມີພາກເອເຊຍ ແລະອາຊຽນ ເພື່ອສ້າງແຮງບັນດານໃຈໃໝ່ໆ ແລະແລກປ່ຽນອົງຄວາມຮູ້ໃນການພັດທະນາ ແລະສືບສານໃຫ້ງານສິນຫັດຖະກຳທີ່ກຳລັງຈະສູນຫາຍໄປໃນຍຸກໃໝ່ນີ້ຄົງຢູ່ຕໍ່ໄປ ນອກຈາກນີ້ຍັງເປັນໜຶ່ງໂຄງການທີ່ຊ່ວຍກະຊັບຄວາມສຳພັນ ອັນດີລະຫວ່າງປະເທດ ແລະສ້າງເຄືອຂ່າຍດ້ານງານຫັດຖະກຳເພື່ອຜະນຶກກຳລັງກັນພັດທະນາຕໍ່ໄປໃນລະດັບໂລກ. ໂດຍໃນປີ 2019 ນີ້ໂຄງການ ມຸ່ງເນັ້ນການພັດທະນາງານຫັດຖະກໍາເຄື່ອງໄມ້ ຜ່ານການດໍາເນີນງານຮ່ວມກັບປະເທດທີ່ມີຄວາມຊ່ຽວຊານງານຫັດຖະກຳປ່າໄມ້ທັງແບບຄາດສິກ ແລະແບບຮ່ວມສະໄໝໄດ້ແກ່ ປະເທດຍີ່ປຸ່ນ ແລະປະເທດລາວ ເຊິ່ງມີມໍລະດົກພູມປັນຍາງານຫັດຖະກຳໄມ້ທີ່ມີເອກະລັກແລະຮາກຖານທາງວັດທະນາຮ່ວມກັບປະເທດໄທເຊິ່ງມີຄວາມຮ່ວມມືໃນຄັ້ງນີ້ຈະກໍ່ໃຫ້ເກີດການສືບສານພູມປັນຍາການພັດທະນາຜະລິດຕະພັນຕົ້ນແບບຮ່ວມກັນລະຫວ່າງ 3 ປະເທດ ຈໍານວນ 20 ກວ່າຮູບແບບ ເກີດການແລກປ່ຽນຄວາມຮູ້ໃນເຊີງທັກສະ ແລະອົງຄວາມຮູ້ເຊິ່ງກັນ ແລະກັນ ເພື່ອພັດທະນາງານຫັດຖະກຳປ່າໄມ້ທີ່ໃກ້ຈະສູນຫາຍໃຫ້ເກີດມີມູນຄ່າເພິ່ມຈົນສາມາດພັດທະນາສູ່ຕະຫຼາດສາກົນທົ່ວໄປ.

ນອກຈາກນີ້ຕະຫຼອດໄລຍະເວລາການດຳເນີນໂຄງການພັດທະນາຜະລິດຕະພັນສິນລະປະຫັດຖະກຳໃນວັດທະນາທຳຮ່ວມມາຫຼາຍກວ່າ 4ປີ ພາຍໃຕ້ແນວຄວາມຄິດຂອງ “Revival of the Forgotten Heritage” ນີ້ SACICT ໄດ້ຟື້ນຟູງານຫັດຖະກຳທີ່ໃກ້ຈະສູນຫາຍໃຫ້ພູມີພາກຕັ້ງແຕ່ງານເຄື່ອງຮັກ ແລະ ເຄື່ອງເຂີນ ງານວັດສະດຸໂລຫະ ງານເຄື່ອງມຸກ ງານຈັກສານ ຮ່ວມກັບໜ່ວຍງານພັນທະມິດລະຫວ່າງປະເທດ ໃນອີກຫຼາຍໆປະເທດເຊັ່ນໃນປີ ຄສ 2018 ນັ້ນ SACICT ໄດ້ຮ່ວມງານກັບເຄືອຂ່າຍອົງກອນສະໜັບສະໜຸນ ແລະພັດທະນາງານສິນລະປະຫັດຖະກຳໃນພູມີພາກຢ່າງ Natural Taiwan Craft Research and Development institute (NTCRI) ຈາກປະເທດໃຕ້ຫວັນ ແລະ ກຸ່ມ Hacienda Crafts ຈາກສາທາລະນະລັດ ຟີລິບປິນ ໃນດ້ານກງານຈັກສານ ເຊິ່ງປະສົບຜົນສຳເລັດເປັນຢ່າງດີ ແລະເກີດຄວາມຮ່ວມມືຢ່າງເປັນຮູບປະທຳ ຈົນສາມາດພັດທະນາງານຫັດຖະສິນ ຮ່ວມກັນຢ່າງຕໍ່ເນື່ອງ.

ທັງນີ້ ປີນີ້ຖືເປັນປີແຫ່ງວັດທະນະທຳອາຊຽນ ແລະປະເທດໄທເອງກໍເປັນປະທານອາຊຽນ ການໄດ້ຮ່ວມມືກັບປະເທດເພື່ອນບ້ານທີ່ເປັນບ້ານພີ່ເມືອງນ້ອງ ຢ່າງປະເທດລາວ ຍ່ອມກໍ່ໃຫ້ເກີດຄຸນປະໂຫຍດ ມະຫາສານທັງຕໍ່ຊຸມຊົນ ແລະ ເປັນປະເທດຊາດ ອີກທັງຍັງເປັນການປະສານຄວາມສຳພັນອັນດີ ກໍໃຫ້ເກີດການອະນຸລັກງານຫັດຖະສິນອັນເປັນຮາກເຫງົ້າຂອງວັດທະນະທຳໃນພູມີພາກພ້ອມພັດທະນາຕໍ່ຍອດໃຫ້ຫັດຖະກຳງານຝີມືໄດ້ຍືນຍົງຕໍ່ໄປ

ສໍາລັບ SACICT ເປັນໜ່ວຍງານຂອງລັດທີ່ມີການບໍລິຫານງານໃນຮູບແບບອົງການມະຫາຊົນທີ່ມີພາລະກິດຫຼັກໃນການອະນຸລັກ ສືບສານ ສົ່ງເສີມ ແລະພັດທະນາງານສີລະປະຫັດຖະກຳໄທໃຫ້ເປັນທີ່ຮູ້ຈັກທັງໃນປະເທດໄທ ແລະຕ່າງປະເທດ ພາຍໃຕ້ກົນລະຍຸດ “ຫັດຖະສິນຂອງຊິວິດປະຈຸບັນ” ຫຼື “Today’s Life Crafts” ເພື່ອສ້າງຄວາມໝາຍຄວາມຮູ້ວ່າງານຫັດຖະກຳສິນໄທນັ້ນສາມາດເປັນສ່ວນໜຶ່ງຂອງຊິວິດປະຈຸບັນໄດ້ ພ້ອມກັນນີ້ SACICT ຍັງມຸ່ງໝັ້ນຂັບເຄື່ອນປະເທດໄທໃຫ້ເປັນສູນກາງດ້ານງານຫັດຖະສິນຂອງເອເຊຍຜ່ານການພັດທະນາທັງ 3 ດ້ານ ຜ່ານໂຄງການຕ່າງໆ ທີ່ຈັດຂຶ້ນຕະຫຼອດທັງປີ.

ນອກຈາກນັ້ນ ໃນກິດຈະກໍາດັ່ງກ່າວ ຍັງມີການມອບຂອງຂວັນເປັນທີ່ລະລືກລະຫວ່າງ ສະຖາບັນວິຈິດສິດແຫ່ງ ສປປ ລາວ, ສູນສົ່ງເສີມສີລະປະລະຊີບຫວ່າງປະເທດ, ຄະນະຜູ້ບໍລິຫານ, ຄູອາຈານລະຫວ່າງສອງປະເທດນໍາອີກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.