ກາແດງລາວ ມອບເຄື່ອງໃຫ້ກົມໃຫຍ່ເຕັກນິກ ກະຊວງປອງກັນປະເທດ

ອົງການກາແດງລາວ, ຊຶ່ງນຳໂດຍ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ປະຈຳວັນຈຳນວນໜຶ່ງ ໄປມອບໃຫ້ກົມໃຫຍ່ເຕັກນິກກະຊວງປ້ອງກັນປະເທດ ເພື່ອນຳໄປແຈກຢາຍໃຫ້ອ້າຍນ້ອງທະຫານ ທີ່ກຳລັງປະຕິບັດໜ້າທີ່ປ້ອງກັນຊາດ ຕາມແນວຊາຍແດນ.

ສິ່ງຂອງ ມີເຄື່ອງນຸ່ງຫົ່ມ ແລະ ເຄື່ອໃຊ້ປະຈຳວັນ, ເຊິ່ງມີມູນຄ່າທັງໝົດປະມານ 12 ລ້ານກວ່າກີບ. ມອບໂດຍ ທ່ານ ສີວິໄລ ໄຊຍະລາດ ຮອງຫົວໜ້າກອງຊ່ວຍ ເຫລືອບັນເທົາທຸກອົງການກາແດງລາວ ແລະ ຮັບໂດຍ ທ່ານ ສຸນິກອນ ຣາດສົມບັດ ຫົວໜ້າພະແນກເສນາຮັກ ກົມໃຫຍ່ເຕັກນິກ ກະຊວງປ້ອງກັນປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: