Sunday, January 26, 2025

ສວນພຶກສາຄາດ​ວ່າ ຈະມີນັກທ່ອງທ່ຽວ ເຂົ້າມາທ່ຽວຫລາຍພັນຄົນ ໄລຍະບຸນປີໃໝ່ລາວ


ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ

ທີ່ສວນພຶກສາ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໃນໂອກາດສະເຫລີມສະຫລອງ ສວນພຶກສາ ຄົບຮອບ 2 ປີ ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາໄດ້ໃຫ້ສຳພາດວ່າ: ປັດຈຸບັນສວນພຶກສາ ມີການພັດທະນາຄືບໜ້າໄປໃນຫລາຍດ້ານ ແລະ ໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໃນລະຍະບຸນປີໃໝ່ນີ້, ຄາດວ່າຈະມີນັກທ່ອງທ່ຽວເຂົ້າມະທ່ຽວສວນພຶກສາປະມານ 6 ພັນກວ່າຄົນ, ເຊິ່ງທາງສວນພຶກສາ ກໍໄດ້ມີການກະກຽມດ້ານການບໍລິການ ໃຫ້ວ່ອງໄວທັນໃຈດ້ານອາຫານ ແລະ ສະຖານທີ່ກໍໄດ້ມີການຕົບແຕ່ງໃຫ້ສວຍງາມຂຶ້ນຕື່ມ. ໃນສວນພຶກສາມີຮ້ານອາຫານ 3 ແຫ່ງ ຄື: ຮ້ານອາຫານຢູ່ສະໂມສອນ ຈະມີອາ ຫານລາວ, ຮ້ານອາຫານຕ່າງປະເທດ ແລະ ຮ້ານອາຫານສະໄລເດີ້ນ້ຳ.

ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ຕື່ມວ່າ: ການເຮັດສວນພຶກສາບໍ່ໄດ້ເນັ້ນດ້ານທຸລະກິດ ຫລື ຫວັງຜົນກຳໄລ, ແຕ່ຈະເຮັດເປັນສະຖານທີ່ພັກຜ່ອນທີ່ສວຍງາມ ໄວ້ຕ້ອນຮັບນັກທ່ອງທ່ຽວ ແລະ ປີຕໍ່ໄປແມ່ນມີແຜນຈະສ້າງສະຖານທີ່ປະຕິບັດທຳ ເພື່ອໄວ້ໃຫ້ຜູ້ທີ່ມັກຄວາມສະຫງົບມາປະຕິບັດທຳ. ພ້ອມນີ້, ຍັງເປັນບ່ອນສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ນ້ອງນັກສຶກສາ ພາຍໃນບ້ານດ່ານຊ້າງ ແລະ ບ້ານດ່ານຊີ ຕື່ມອີກ.

ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງນະຄອນຫລວງວຽງຈັນ, ມີເນື້ອທີ່ 35 ເຮັກຕາ. ພາຍໃນສວນພຶກສາ ມີຫລາກຫລາຍກິດຈະກຳ ເປັນຕົ້ນ ຕຶກເບັດ, ໃຫ້ເຊົ່າລົດຖີບ, ຂີ່ມ້າ, ຂີ່ລົດໄຟຟ້ານໍາທ່ຽວ, ຂີ່ລົດ A-TV, ໄຕ່ສະລິງ, ສະໄລເດີນໍ້າ, ມີຂອງຫລີ້ນເດັກ 10 ກວ່າຊະນິດ, ບໍລິການອາຫານ ແລະ ເຄື່ອງດື່ມ, ມີດົນຕີເອເລັກໂທນ; ມີສວນດອກໄມ້ນາໆຊະນິດ. ພ້ອມນີ້, ຍັງມີພິພິທະພັນບັນດາເຜົ່າ ແລະ ຊຸດປະຈຳເຜົ່າ ໃຫ້ນັກທ່ອງທ່ຽວໄດ້ສວມໃສ່ນຳອີກ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ