ຮອງລັດຖະມົນຕີ ຖວທ ເນັ້ນໜັກ ແຂວງເຊກອງເອົາໃຈໃສ່ 6 ວຽກທີ່ສໍາຄັນ

ທີ່ແຂວງເຊກອງ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ເນັ້ນໜັກ ໃຫ້ພະແນກ ຖວທ ແຂວງເຊກອງເອົາໃຈໃສ່ 6 ໜ້າວຽກທີ່ສໍາຄັນ ໃນປີ 2019 ເປັນຕົ້ນວຽກງານດ້ານການເມືອງແນວຄິດ ເຊິ່ງ ກ່ອນອື່ນໝົດຕ້ອງມີແນວຄິດເປັນເອກະພາບ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ການຄຸ້ມຄອງຂອງລັດ ແລະ ມີຄວາມເປັນເອກະພາບພາຍໃນຢ່າງແທ້ຈິງ ໃນການດໍາເນີນວຽກງານຕ່າງໆ, ຈະວາງແຜນອັນໃດ, ກໍານົດອັນໃດ ກໍ່ຕ້ອງເປັນເອກະພາບກັນບົນພື້ນຖານ​ແນວ​ທາງ​ແຜນ​ນະ​ໂຍບາຍ ​ແລະ ຕາມຫຼັກການນຳພາ ​ແລະ ​ເຄື່ອນ​ໄຫວ​ຂອງພັກ, ຕົກລົງຮັບຮອງເປັນເອກະພາບນໍາກັນແລ້ວ ກໍ່ຕ້ອງປຸ້ມລຸມສາມັກຄີເປັນເອກະພາບກັນຈັດຕັ້ງປະຕິບັດໃຫ້ສໍາເລັດ; ໃຫ້ຄົ້ນຄວ້າ ​ແລະ ກຳ​​ແໜ້ນແນວທາງນະໂຍບາຍ, ມະຕິຄໍາສັ່ງ, ລະບຽບການຕ່າງໆຂອງພັກ-ລັດ ຢ່າງເລິກເຊິ່ງ, ຖີ່ຖ້ວນ ແລະ ລະອຽດ, ເພື່ອຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ທ່ວງທັນເວລາ.

ໂດຍສະເພາະແມ່ນບັນດາມະຕິທີ່ອອກມາໃໝ່ໆ ຂອງກອງປະຊຸມພັກ, ຂອງສະພາ​ແຫ່ງ​ຊາດ ແລະ ຂອງລັດຖະບານ ເປັນຕົ້ນແມ່ນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູກາງພັກ ສະໄໝທີ X ​ ແລະ ​ມະຕິ 057/ຄບສພ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດຖະກິດ-ການ​ເງິນ ​ແລະ ສ້າງ​ຄວາມ​ເຂັ້ມ​​ແຂງ ການຄຸ້ມຄອງມະຫາພາກ; ມະຕິ 056/ຄບສພ ວ່າ​ດ້ວຍ​ການ​ປັບປຸງ​ຮາກ​ຖານ​ການ​ເມື​ອງ ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໃຫ້​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ; ໃຫ້ມີການຄົ້ນຄວ້າ, ກວດກາຄືນລະອຽດຖີ່ຖ້ວນ ແລະ ແທດເໝາະກັບສະພາບຕົວຈິງວຽກງານໃນປັດຈຸບັນ; ດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຖ້າເຫັນວ່າໜ່ວຍງານໃດວຽກບໍ່ຫຼາຍ ຫຼື ວຽກຄ້າຍຄືກັນ, ບຸກຄະລາກອນແຕ່ລະບ່ອນພັດມີໜ້ອຍນັ້ນ, ຂໍໃຫ້ໂຮມເຂົ້າກັນ ເຮັດໃຫ້ກົງຈັກການຈັດຕັ້ງຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ; ກ້າຕັດສິນໃຈ, ກ້າປະຕິບັດຢ່າງແທ້ຈິງ, ກວດກາເບິ່ງຄືນບ່ອນໃດພະນັກງານເຫຼືອບໍ່ພໍ, ພະນັກງານບໍ່ມີຄຸນະພາບ, ເຮັດວຽກແປະໆບາງໆ ກໍຕ້ອງແກ້ໃຫ້ໄວ.

 ທ່ານ ຮອງ ລັດຖະມົນຕີ ຖວທ ຍັງຮຽກຮ້ອງໃຫ້ຖວທແຂວງເຊກອງ ເອົາໃຈໃສ່ການກໍ່ສ້າງພະນັກງານຢ່າງມີຈຸດສຸມ, ກໍານົດເປົ້າໝາຍກໍ່ສ້າງພະນັກງານສືບທອດປ່ຽນແທນໃຫ້ຈະແຈ້ງ ແລະ ຊຸກຍູ້ກໍ່ສ້າງຕາມແຜນຢ່າງແທ້ຈິງ.

ຕໍ່ກັບວຽກງານຖະແຫຼງຂ່າວ, ຂະຫຍາຍຕາໜ່າງໂທລະໂຄ່ງພາຍໃນແຂວງ, ສົ່ງເສີມການຊົມໃຊ້ສື່ແບບໃໝ່ໃຫ້ຫຼາຍ, ສ້າງເວັບໄຊ, ເຟດບຸກ, ຢູທູບຕາມທ່າອ່ຽງນິຍົມໃຊ້ຂອງສັງຄົມ, ເຮັດໃຫ້ສາມາດຕິດຕາມຂໍ້ມູນຂ່າວສານຂອງແຂວງໄດ້ຢ່າງວ່ອງໄວທັນການ ແລະ ເອົາໃຈໃສ່ປັບປຸງດ້ານເນື້ອໃນຂໍ້ມູນຂ່າວສານໃຫ້ດີຂຶ້ນ ຫັນມາຜະລິດຂ່າວທີ່ຕິດພັນກັບການສ້າງສາພັດທະນາ, ຕິດພັນກັບການດໍາລົງຊີວິດ, ວຽກດີຄົນເດັ່ນທີ່ເປັນບົດຮຽນໃຫ້ແກ່ສັງຄົມ, ຄຽງຄູ່ກັນນັ້ນ ກໍຕ້ອງໃຫ້ມີຂ່າວຕໍານິວິຈານ ໃນສິ່ງທີ່ບໍ່ຖືກຕ້ອງໄປພ້ອມໆກັນ ແລະ ຕີຕ້ານການໃສ່ຮ້າຍປ້າຍສີຕ່າງໆໃຫ້ວ່ອງໄວ. 

ແຂວງເຊກອງຄົ້ນຄວ້າເບິ່ງທ່າແຮງຂອງແຂວງປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂສິ່ງອຸດຕັນ, ກີດຂວາງແກ່ການທ່ອງທ່ຽວໃຫ້ໄດ້ໂດຍໄວ ເພື່ອເຮັດແນວໃດໃຫ້ສາມາດເອື້ອອໍານວຍຄວາມສະດວກ ແລະ ເປັນການກະຕຸກຊຸກຍູ້ແກ່ການທ່ອງທ່ຽວ ເພື່ອປະກອບສ່ວນດຶງດູດນັກທ່ອງທ່ຽວເຮັດໃຫ້ປີທ່ອງທ່ຽວລາວ-ຈີນ 2019 ບັນລຸຕາມຄາດໝາຍ.

ອ່ານ​ເພີ່ມ​ຕື່ມ: facebook.com/999909013546212

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...