ເອກະຊົນລົງທຶນ​ສ້າງຂົວຂ້າມນ້ຳເຊໂດນ​ແຫ່ງ​ໃໝ່ ພ້ອມເກັບຄ່າບໍລິການ 30 ປີ

ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດພິທີເປີດນຳໃຊ້ຂົວນ້ຳຜ່ານຂ້າມນ້ຳເຊໂດນ ໂດຍແມ່ນບໍລິສັດຕິ່ງ ວິໄລ ກໍ່ສ້າງ ແລະສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ, ລົງທຶນ 100% ໃນມູນຄ່າເກືອບ 10 ຕື້ກີບ. ຊຶ່ງໄດ້ຈັດຂຶ້ນໃນວັນທີ 5 ເມສາ 2019 ຢູ່ບ້ານທ່າເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຫົວໜ້າກອງບັນຊາການທະຫານແຂວງສາລະວັນ, ມີທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງຄົງເຊໂດນ, ທ່ານ ຕິ່ງ ວິໄລ ປະທານບໍລິສັດຕິ່ງ ວິໄລ ກໍ່ສ້າງ ແລະສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ, ມີບັນດາພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ຕິ່ງ ວິໄລ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວແຫ່ງນີ້: ໂດຍໄດ້ເລີ່ມລົງມືດຳເນີນການກໍ່ສ້າງ ມາແຕ່ຕົ້ນປີ 2016 ຈົນມາເຖິງທ້າຍປີ 2018 ຈິ່ງສຳເລັດ, ເປັນຂົວປະເພດເບຕົງເສີມເຫຼັກ, ມີຂະໜາດຄວາມກວ້າງ 7 ແມັດ,ຍາວ 70 ແມັດ,ທາງເຂົ້າຂົວປູດ້ວຍຄອນກຣີດເບື້ອງລະ 60 ແມັດ ມູນຄ່າການກໍ່ສ້າງ 9 ຕື້ກວ່າກີບ, ໂດຍແມ່ນການລົງທຶນຂອງບໍລິສັດ 100% ສາມາດທຽວໄດ້ແຕ່ລະດູແລ້ງ ແລະໄດ້ເກັບຄ່າບໍລິການໃນໄລຍະ 30 ປີ ເລີ່ມແຕ່ປີ 2019 ເປັນຕົ້ນໄປ ແລະໄດ້ນະໂຍບາຍບໍ່ເກັບຄ່າຜ່ານຂົວເປັນຕົ້ນ: ລົດຂົນສົ່ງຄົນເຈັບໄປກັບໂຮງໝໍ, ການໄປມາຂອງນັກຮຽນ, ພະນັກງານໄປເຮັດວຽກທາງການ, ຄົນຍ່າງ ແລະ ລົດຖີບ. ສຳລັບລະດູຝົນບໍລິສັດໄດ້ກຽມບັກ, ເຮືອແພໄວ້ບໍລິການປະຊາຊົນໃນ ເຂດນັ້ນເປັນປົກກະຕິ.

ນອກນັ້ນ, ບໍລິສັດໄດ້ສ້າງຂົວເປັນປະຕູປ່ອງນ້ຳກັກນ້ຳໄວ້ເພື່ອສະໜອງໃຫ້ແກ່ການຜະລິດພືດລະດູແລ້ງຂອງພໍ່ແມ່ປະຊາຊົນໃນຂອບເຂດນັ້ນ ແລະມີແຜນຈະສ້າງເປັນສະຖານທີ່ທ່ຽວຊົມ, ພັກເຊົາ, ຫຼິ້ນນ້ຳ ແລະ ກິດຈະກຳຕ່າງໆອີກ. ໂຄງການກໍ່ສ້າງດັ່ງກ່າວແມ່ນຕົກລົງເຫັນດີຈາກອົງການປົກຄອງແຂວງ, ເມືອງ ແລະບ້ານ, ໂດຍສະເພາະແມ່ນໄດ້ຮັບໃຊ້ພໍ່ແມ່ປະຊາຊົນເກືອບ 10 ບ້ານເຊັ່ນ: ບ້ານໂນນສຳລານ, ທ່າເມືອງ, ໂອກາດ ໃຫຍ່,ໂອກາດນ້ອຍ,ເມືອງເກົ່າ, ໜອງ ບົວ, ນາໂຄກ ແລະບ້ານອື່ນໆອີກ ຊຶ່ງ ນອນໃນເສັ້ນທາງຊົນນະບົດເຊື່ອມຕໍ່ບ້ານ ຕໍ່ບ້ານ ແລະເມືອງ, ສ້າງເງື່ອນໄຂອຳ ນວຍຄວາມສະດວກໃນການໄປມາຫາສູ່, ແລກປ່ຽນຊື້ຂາຍ, ຜະລິດສິນຄ້າຂອງປະຊາຊົນ ແລະການທ່ອງທ່ຽວຂອງເມືອງຊຶ່ງເປັນເສັ້ນທີ່ຂ້າມຜ່ານໄປທ່ຽວຊົມແຫຼ່ງທ່ອງທ່ຽວທາດກະເດົາທຶກບ້ານນາໂຄກ ແລະພະໃຫຍ່ອົງຕື້ບ້ານໂອກາດທີ່ເປັນແຫຼ່ງທ່ອງທ່ຽວຂອງເມືອງອີກດ້ວຍ.

ຮຽບ​ຮຽງ​ຈາກ: ​ໜັງ​ສື​ພິມເສດ​ຖະ​ກິດ-ສັງ​ຄົ​ມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...