​ຂໍ້​ມູນ​ສຳ​ຄັນ! ລະບົບແຈ້ງພາສີປະຕູດຽວ ​​ສຳ​ລັບ​ພາກ​ລັດ ແລະ​ເອ​ກະ​ຊົນ

ກົມການນຳເຂົ້າ ແລະ ສົ່ງອອກ (ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ອອກຄຳແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ສິນຄ້າ ທີ່ຂຶ້ນກັບກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1753/ກຂອ.ບຂອ, ລົງວັນທີ 29 ມີນາ 2019 ເພື່ອເປັນການຍົກສູງການຄຸ້ມຄອງການອອກໃບອະນຸຍາດໃຫ້ມີປະສິດທິພາບ, ຫັນເປັນທັນສະໄໝເທື່ອລະກ້າວ, ແນໃສ່ຫຼຸດຜ່ອນເວລາ ແລະ ຄ່າສິ້ນເປືອງທີ່ຕິດພັນກັບການອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ແລະ ຮັບປະກັນໄດ້ການຜັນຂະຫຍາຍທິດຊີ້ນຳຂອງລັດຖະບານໃນການປັບປຸງສະພາບແວດລ້ອມຂອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ມີຄວາມສະດວກ ກຽມພ້ອມໃນການເຊື່ອມໂຍງການຄ້າໃນພາກພື້ນ ແລະ ສາກົນ.

ອີງຕາມ ຄຳແນະນໍາວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບ ກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1753/ກຂອ.ບຂອ, ລົງວັນທີ 29 ມີນາ 2019 ທຸກກິດຈະການທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບການຄຸ້ມຄອງ ຂອງ ກົມນຳເຂົ້າ ແລະ ສົ່ງອອກ ຕ້ອງໄດ້ຫັນມານໍາໃຊ້ລະບົບແຈ້ງພາສີປະຕູດຽວເຂົ້າໃນການຄຸ້ມຄອງ ການອະນຸຍາດ ໂດຍແນໃສ່ເພື່ອຕັດຂັ້ນຕອນ, ຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍຂອງຜູ້ປະກອບການ, ການນໍາໃຊ້ ເອກະສານທີ່ເປັນເຈ້ຍ ແລະ ຫັນໄປໃຊ້ລະບົບເອເລັກໂຕຣນິກ ເພື່ອເພີ່ມທະວີຄວາມໂປ່ງໃສ, ຄວາມຖືກຕ້ອງຊັດເຈນ ແລະ ການເຊື່ອມໂຍງຂໍ້ມູນໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງເຈົ້າໜ້າທີ່ພາກລັດໃຫ້ມີປະສິດທິພາບ.

ເງື່ອນໄຂຜູ້ນຳໃຊ້ທີ່ເປັນພາກລັດ

ເຈົ້າໜ້າທີ່ຂອງໜ່ວຍງານຄຸ້ມຄອງການອອກໃບອະນຸຍາດທີ່ສາມາດນຳໃຊ້ລະບົບແຈ້ງພາສີປະຕູດຽວ ຕ້ອງມີເງື່ອນໄຂດັ່ງນີ້:

1) ຕ້ອງມີຄວາມຮູ້ຄວາມສາມາດໃນການນຳໃຊ້ຄອມພິວເຕີ ແລະ ອິນເຕີເນັດໃນລະດັບດີ;

2) ຕ້ອງໄດ້ຮັບການແຕ່ງຕັ້ງຈາກຄະນະກົມໃຫ້ຮັບຜິດຊອບໃນການພິຈາລະນາໃບອະນຸຍາດຜ່ານລະບົບແຈ້ງພາສີປະຕູດຽວ; 

3) ຕ້ອງໄດ້ຜ່ານການຝຶກອົບຮົມ ແລະ ໄດ້ຮັບໃບຢັ້ງຢືນການນຳໃຊ້ລະບົບແຈ້ງພາສີປະຕູດຽວຈາກບໍລິສັດຮ່ວມ ພັດທະນາລະບົບ LNSW; 

4) ຕ້ອງມີທີ່ຢູ່ອີເມລ (E-mail address) ທີ່ສາມາດຕິດຕໍ່ພົວພັນ ແລະ ນຳສົ່ງຂໍ້ມູນຕ່າງໆຈາກການນຳໃຊ້ລະບົບແຈ້ງພາສີປະຕູດຽວໄດ້. 

ເງື່ອນໄຂຜູ້ນຳໃຊ້ທີ່ເປັນຜູ້ປະກອບການ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍໃບອະນຸຍາດ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບການຄຸ້ມຄອງຂອງ ກົມການນຳເຂົ້າ ແລະ ສົ່ງອອກ ໂດຍຜ່ານ ລະບົບແຈ້ງພາສີປະຕູດຽວ ຕ້ອງໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະຂອງສິນຄ້າ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ຄຸ້ມຄອງ ແລະ ຕ້ອງໄດ້ລົງທະບຽນເປັນຜູ້ນໍາໃຊ້ ກົດທີ່ນີ້ ເພື່ອເບິ່ງການລົງທະບຽນນໍາໃຊ້.

ປະຈຸບັນ, ກົມ ຂອ ໄດ້ເລີ່ມນໍາໃຊ້ການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະຜ່ານລະບົບແຈ້ງພາສີປະຕູດຽວຕັ້ງແຕ່ວັນທີ 25 ກຸມພາ 2019 ເປັນຕົ້ນມາ. ໃນອະນາຄົດ, ຈະໄດ້ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກສິນຄ້າທີ່ຂໍອະນຸຍາດນຳເຂົ້າ-ສົ່ງອອກ ທີ່ຂື້ນກັບການຄຸ້ມຄອງ ຂອງ ກົມນຳເຂົ້າ ແລະ ສົ່ງອອກ ເຊັ່ນ: ສິນຄ້າປະເພດນ້ຳມັນເຊື້ອໄຟ, ນ້ຳມັນເຄື່ອງ, ອາຍແກັດຫຸງຕົ້ມ, ປະເພດພາຫະນະ ແລະ ປະເພດເພັດຫຍາບ.

ນອກຈາກນັ້ນ,ຍັງມີຄູ່ມືການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດເພື່ອຊ່ວຍໃຫ້ຂະແໜງການຂອງພາກລັດທີ່ເປັນຜູ້ຄຸ້ມຄອງການອອກໃບອະນຸຍາດ ແລະ ຜູ້ປະກອບການໃຫ້ມີຄວາມເຂົ້າໃຈໃນການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ແລະ ແລກປ່ຽນຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງເຂົ້າໃນຂັ້ນຕອນການຂໍ ແລະ ອອກໃບອະນຸຍາດແບບເອເລັກໂທຣນິກໂດຍຜ່ານລະບົບ LNSW.

ທີ່​ມາ: ສູນ​ຂໍ້​ມູນ​ຂ່າວ​ສານ​ແຫ່ງ ສ​ປ​ປ.ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...