Thursday, November 13, 2025
Kbank Laos โอน รับ จ่าย

ເອກອັກຄະຣາຊະທູດໄທ ປະ​ຈຳ​ລາວ ເຂົ້າ​ຮ່ວມ​ງານ Mini Thailand Week 2019

ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ທີ່ ນະຄອນຫຼວງວຽງຈັນເປັນປະທານຮ່ວມໃນພິທີເປີດງານສະແດງສິນຄ້າ Mini Thailand Week 2019 ຮ່ວມກັບທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ທ່ານ ຄຳເພົ້າ ສີລິສຸກ ຫົວໜ້າພະແນກອຸດສາຫະກຳແລະ ການຄ້າແຂວງອຸດົມໄຊ ແລະ ທ່ານນາງ ຍານີ ສີມີໄຊ ເອກອັກຄະຣາຊະທູດທີ່ປຶກສາ(ຝ່າຍການພານິດ) ທີ່ ສະໜາມກິລາ ແຂວງອຸດົມໄຊ ສປປ ລາວ.

ງານວາງສະແດງສິນຄ້າ Mini Thailand Week 2019 ຈັດຂຶ້ນໂດຍກົມສົ່ງເສີມການຄ້າລະຫວ່າງປະເທດ ໂດຍສຳນັກງານສົ່ງເສີມການໃນຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ, ກະຊວງພານິດແຫ່ງຣາຊະອານາຈັກໄທ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ, ກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ.

ໂດຍມີວັດຖຸປະສົງເພື່ອ

(1) ຂະຫຍາຍຕະຫຼາດໃຫ້ກັບສິນຄ້າ ແລະ ການບໍລິການຂອງໄທໃນເມືອງຮອງທີ່ມີສັກກະຍະພາບ

(2) ປະຊາສຳພັນສິນຄ້າແລະ ການບໍລິການຂອງໄທໃຫ້ເປັນທີ່ຮູ້ຈັກ ແລະ ເຊື່ອໝັ້ນ ພ້ອມທັງ ມີທັດສະນະຄະຕິທີ່ດີຕໍ່ສິນຄ້າທີ່ຜະລິດໂດຍຜູ້ປະກອບການໄທ

(3) ສ້າງເຄືອຂ່າຍລະຫວ່າງຜູ້ປະກອບການໄທ ແລະ ຜູ້ປະກອບການ ໃນ ສປປ ລາວ ພ້ອມທັງ ເປັນການເພີ່ມຊ່ອງທາງການຈັດຈຳໜ່າຍສິນຄ້າໃນ ສປປ ລາວ ໃຫ້ແກ່ຜູ້ປະກອບການໄທ ເຊິ່ງເປັນສ່ວນຊ່ວຍໃນການຊຸກຍູ້ໃຫ້ມູນຄ່າທາງການຄ້າຂອງສອງປະເທດຂະຫຍາຍຕົວ.

ພາຍໃນງານມີກິດຈະກຳຫຼາກຫຼາຍ ເຊັ່ນ: ການສະແດງເທິງເວທີ, ການແຈກຂອງລາງວັນ ໂດຍໃນປີນີ້ມີຈຳນວນຄູຫາຂອງບໍລິສັດໄທເຂົ້າຮ່ວມ 25 ບໍລິສັດ, 26 ຄູຫາ, ຕົວແທນຈຳໜ່າຍສິນຄ້າໄທໃນ ສປປ ລາວ ຈຳນວນ 17, ບໍລິສັດ 30 ຄູຫາ. ລວມທັ້ງໝົດ 42 ບໍລິສັດ, 56 ຄູຫາ ສ່ວນຄູຫາຜູ້ປະກອບການ ODOP ຂອງແຂວງອຸດົມໄຊ ມີ 10 ຄູຫາ ລວມທັ້ງໝົດເປັນ 66 ຄູຫາ ສິນຄ້າຫຼັກໆທີ່ຈຳໜ່າຍພາຍໃນງານປະກອບດ້ວຍ ອາຫານ/ເຄື່ອງດື່ມ, ຜະລິດຕະພັນສຸຂະພາບ ແລະ ຄວາມງາມ, ເຄື່ອງໃຊ້ພາຍໃນເຮືອນ ແລະ ເຄື່ອງໃຊ້ໄຟຟ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.