ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານນາງ ຈິດປະສົງ ຫຼວງເດດມີໄຊ

ທ່ານນາງ ຈິດປະສົງ ຫຼວງເດດມີໄຊ ຜູ້ອຳນວຍການສະຖານີຂົນສົ່ງໂດຍສານສາຍເໜືອ ພາຍໃນ ແລະ ຕ່າງປະເທດ ໃຫ້ສຳພາດວັນທີ 9 ເມສາ 2019 ວ່າ:

ເພື່ອເປັນການອຳນວຍຄວາມສະດວກໃຫ້ຜູ້ໂດຍສານພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງກັບບ້ານ ຫຼື ໄປທ່ອງທ່ຽວຢູ່ແຂວງຕ່າງໆຢ່າງພຽງພໍ ແລະ ທັນກັບຄວາມຕ້ອງການໃນໄລຍະປີໃໝ່ລາວ ສະຖານີຂົນສົ່ງໂດຍສານສາຍເໜືອ ພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມກັບບັນດາບໍລິສັດທີ່ມານຳໃຊ້ສະຖານີສາຍເໜືອ ໄດ້ກຽມພ້ອມຂົນສົ່ງຜູ້ໂດຍສານ ດ້ວຍການເພີ່ມຈຳນວນຖ້ຽວລົດທຸກສາຍທາງເທົ່າຕົວ ໂດຍບໍ່ຂຶ້ນລາຄາແຕ່ໃດໆ ພ້ອມທັງໄດ້ມີການກວດເຊັກລົດໂດຍສານທຸກຄັນ ແລະ ມີໂຊເຟີລົດທີ່ຊຳນານທາງເປັນຢ່າງດີ.

ສະນັ້ນຜູ້ໂດຍສານທີ່ມີຈຸດປະສົງທີ່ຈະເດີນທາງໄປແຂວຕ່າງໆ ຂໍຮຽກຮ້ອງໃຫ້ມາຊື້ປີ້ ແລະ ຂຶ້ນລົດຢູ່ສະຖານີ ເພື່ອຮັບປະກັນການຂຶ້ນລົດຜິດ ໄດ້ນັ່ງຕັ່ງເສີມ ແລະ ອື່ນໆ. 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 21

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້