ຂ່າວ​ດີ​ສຳ​ລັບ​ຜູ້​ມັກ​ຮຽນ​ພາ​ສາ ສະ​ຖານ​ທູດ​ອິນ​ໂດ ເປີດ​ສອນ​ພາ​ສາ​ບາ​ຮາ​ຊາ ຟ​ຣີ!

ສະຖານທູດອິນໂດເນເຊຍ ປະຈໍາ ສປປ ລາວ ຈັດພິທີເປີດເຝິກອົບຮົມການຮຽນ-ການສອນພາສາບາຮາຊາອິນໂດເນເຊຍ ຮຸ່ນທີ 10 ສົກປີ 2019.

ສົກຮຽນ 2019 ມີນັກສຶກສາໄດ້ມາລົງທະບຽນເຂົ້າຮ່ວມຫຼັກສູດທັງໝົດ 144 ຄົນ ໃນນັ້ນ ນັກສຶກສາທົ່ວໄປ 84 ຄົນ ແລະ ພະນັກງານ 60 ທ່ານ ສະຖານທີ່ແມ່ນຮຽນຢູ່ສະຖານທູດອິນໂດເນເຊຍ ນະ​ຄອນ​ຫຼວງວຽງຈັນ.

ຫຼັກສູດດັ່ງກ່າວ ຈະໃຊ້ເວລາຮຽນ 8 ເດືອນ ເລີ່ມແຕ່ວັນທີ 8 ເມສາ ຈົນເຖິງວັນທີ 25 ຕຸລາ 2019 ວັນຮຽນແມ່ນແຕ່ວັນຈັນຫາວັນສຸກ ເວລາ 16:30 ຫາ 18:30 ໂມງ ເຊິ່ງທຸກຄົນສາມາດເຂົ້າຮ່ວມໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ. 

ຈະແບ່ງອອກເປັນ 8 ຫ້ອງຮຽນຄື: 2 ຫ້ອງສໍາລັບນັກສຶກສາຂັ້ນຫຼັງເລີ່ມຕົ້ນ ແລະ 6 ຫ້ອງສໍາລັບນັກສຶກສາຂັ້ນເລີ່ມຕົ້ນ ນອກຈາກການສິດສອນຫຼັກສູດພາສາອິນໂດເນເຊຍແລ້ວ ກໍຍັງມີກິດຈະກໍາອື່ນໆເຊັ່ນ: ການສະແດງບົດຟ້ອນ ແລະ ເຝິກອົບຮົມນໍາໃຊ້ເຄື່ອງດົນຕີອິນໂດເນເຊຍຕື່ມອີກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: