Saturday, February 8, 2025

ຍິ່ງ​ໃຫຍ່ໄປ​ອີກ​ຂັ້ນ ທຄຕລ ນຳເປີດ​ນຳ​ໃຊ້ຜະລິດຕະພັນໃໝ່

ນະຄອນຫຼວງວຽງຈັນໄດ້ຈັດຕັ້ງພິທີນຳສະເໜີຜະລິດຕະພັນ BCEL Mastercard ຢ່າງເປັນທາງການໂດຍການໃຫ້ກຽດກ່າວເປີດຂອງ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າ ຕ່າງປະເທດລາວມະຫາຊົນ (ທຄຕລ); ທ່ານ ນາງ Winnine Wong ຫົວໜ້າພາກພື້ນອິນດູຈີນຂອງສູນ Mastercard ສາກົນ ແລະມີການເຂົ້າຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານສະພາບໍລິຫານ ທຄຕລ ແລະ ທ່ານ ສຸລິສັກ ທຳນຸວົງ ວ່າການຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນດາຄະນະກົມທີ່ກ່ຽວຂ້ອງຂອງທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ, ຄະນະອໍານວຍການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເປີດໃຫ້ບໍລິການບັດ BCEL Mastercard 2 ປະເພດແມ່ນມີຄຸນລັກສະນະແຕກຕ່າງກັນຄື: BCEL Word Mastercard ແມ່ນບັດເຄຼດິດມາດສ໌ເຕີຄາດທີ່ເໝາະສົມສຳລັບລູກຄ້າທີ່ມັກການເດີນທາງ ແລະການຊຳລະຜ່ານຕາໜ່າງການບໍລິການ ແລະສິດທິພິເສດທີ່ຄວບຄຸມເປັນທີ່ຍອມຮັບຂອງຜູ້ຖືບັດ ໃນທົ່ວໂລກຂອງ Mastercard, ລູກຄ້າຈະໄດ້ຮັບຄວາມສະດວກສະບາຍ, ວ່ອງໄວ ແລະປອດໄພໃນການນຳໃຊ້ບັດ. ລູກຄ້າສາມາດນຳໃຊ້ບັດເພື່ອຖອນເງິນ ສົດ, ຊຳລະຄ່າສິນຄ້າ-ບໍລິການຢູ່ຕາມຮ້ານຄ້າທັງພາຍໃນ ແລະຕ່າງປະເທດ, ຊຳລະຄ່າສິນຄ້າ ແລະບໍລິການຜ່ານເວັບໄຊຕ່າງໆທີ່ມີສິດທິພິເສດທີ່ເໜືອກວ່າ; BCEL Prepaid Mastercard ແມ່ນ ບັດເດບິດມາດສ໌ເຕີ ຄາດແບບຕື່ມເງິນ ທີ່ ທຄຕລ ໄດ້ຮ່ວມມືກັບສູນບັດສາກົນ Mastercard ອອກໃຫ້ລູກຄ້າໃນ ສປປ ລາວ. ລູກຄ້າພຽງແຕ່ລົງທະບຽນສະໝັກນຳໃຊ້, ຕື່ມເງິນ ແລະກໍ່ສາມາດນຳໃຊ້ໄດ້ທັງຊຳລະຄ່າສິນຄ້າ-ບໍລິການຕາມຮ້ານຄ້າ, ຊື້ຂາຍອອນລາຍ ຫຼື ຖອນເງິນສົດຈາກຕູ້ ATM.

ການນຳໃຊ້ໄດ້ທັງຊຳລະຄ່າສິນຄ້າ-ບໍລິການຕາມຮ້ານຄ້າ, ຊື້ຂາຍອອນລາຍ ຫຼື ຖອນເງິນສົດຈາກຕູ້ ATM ໂດຍແບ່ງອອກເປັນ 3 ປະເພດຍ່ອຍຄື:

BCEL Virtual Prepaid Mastercard ບັດຕື່ມເງິນແບບສະເໝືອນຈິງ: ເປັນບັດທີ່ຈະອອກໃຫ້ພຽງແຕ່ຂໍ້ມູນບັດທີ່ນຳໃຊ້ສະເພາະລາຍການຊື້-ຂາຍອອນລາຍ ຊຶ່ງຈະສະແດງຜ່ານທາງ BCEL One ແທນການອອກບັດຕົວຈິງ. ເໝາະສົມສຳ ລັບລູກຄ້າທີ່ນຳໃຊ້ບັດເພື່ອຊຳລະຄ່າສິນຄ້າ-ບໍລິການຜ່ານເວັບໄຊທ໌ ຫຼື e-Com merce.

ພຽງແຕ່ລູກຄ້າມີ BCEL One ລູກຄ້າກໍ່ສາມາດຂໍສະໝັກນຳໃຊ້ບໍລິການບັດດັ່ງກ່າວຜ່ານເທິງມືຖືໄດ້ດ້ວຍຕົນເອງ.

BCEL MyWay Master card ບັດຕື່ມເງິນແບບທີ່ສາມາດພິມຮູບຂອງຕົນເອງໃສ່ໜ້າບັດໄດ້: ນອກຈາກບັດສະເໝືອນຈິງ ຫຼື BCEL Virtual Prepaid Master card ແລ້ວ, ຖ້າລູກຄ້າບໍ່ຕ້ອງການແຕ່ສະເພາະນຳໃຊ້ບັດເພື່ອຊື້-ຂາຍອອນລາຍ ລູກຄ້າຍັງສາມາດຂໍສະໝັກນຳໃຊ້ບັດ MyWay Mastercard ທີ່ເພີ່ມຟັງຊັ້ນໃຫ້ລູກຄ້າສາມາດເລືອກຮູບທີ່ຕົນເອງມັກໃສ່ເທິງໜ້າບັດໄດ້.

ລູກຄ້າສາມາດສ້າງບັດຕື່ມເງິນ Mastercard ໃນຮູບແບບທີ່ສະແດງເຖິງຕົວຕົນຂອງຕົນເອງ ແລະບໍ່ຄືໃຜ. ແຕ່ຍັງຄົງຮັກສາໄວ້ຄຸນນະສົມບັດການນໍາໃຊ້ທີ່ທ່ານຈະປະທັບໃຈ ແລະ ຄຸ້ມຄ່າທຸກລາຍການເຄື່ອນໄຫວເຊັ່ນ: ຊຳລະສິນຄ້າ-ບໍລິການຢູ່ຕາມຮ້ານຄ້າ, ເວັບໄຊທ໌ ຫຼື ຖອນເງິນສົດຕາມຈຸດທີ່ມີສັນຍາລັກຮັບບັດ Mastercard.BCEL Standard Prepaid Mastercard ບັດຕື່ມເງິນແບບທົ່ວໄປ: ແມ່ນບັດຕື່ມເງິນມາສເຕີຄາດທີ່ມີແບບໜ້າບັດເປັນໃນແບບທີ່ທະນາຄານກຳນົດໃຫ້. ລູກຄ້າບໍ່ສາມາດເລືອກຮູບໜ້າບັດໄດ້ຄືກັບບັດ MyWay. ແຕ່ລູກຄ້າກໍ່ສາມາດຂໍສະໝັກນຳໃຊ້ໄດ້ເຊັ່ນກັນຖ້າຫາກລູກຄ້າຕ້ອງການອອກເປັນບັດທີ່ສາມາດນຳໄປຊຳລະຄ່າສິນຄ້າ-ບໍລິການກັບຮ້ານຄ້າ ຫຼື ຖອນເງິນສົດຈາກຕູ້ ATM ຕາມຈຸດທີ່ມີສັນຍາລັກຮັບບັດ Mastercard.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: