ຂໍຂອບໃຈນຳຜູ້ສະໜັບສະໜູນ

ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນທັງຫລາຍ.

ໃນໂອກາດສົ່ງທ້າຍປີເກົ່າ ປີຈໍ ແລະ ຕ້ອນຮັບປີໃໝ່ ປີກຸນ ພສ 2562 ເພື່ອເປັນການສືບທອດຮີດຄອງປະເພນີອັນດີງາມຂອງຊາດລາວເຮົາແຕ່ບູຮານນະການ, ຂ້າພະເຈົ້າຕາງໜ້າການນໍາພັກ-ລັດ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ຂໍນໍາເອົາຄວາມສາມັກຄີອັນອົບອຸ່ນ, ຄວາມເປັນຫ່ວງເປັນໄຍອັນບໍລິສຸດຜຸດຜ່ອງ, ຝາກຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມ ແລະ ສົ່ງພອນໄຊອັນປະເສີດມາຍັງປະຊາຊົນລາວບັນດາເຜົ່າທີ່ຢູ່ພາຍໃນ ແລະ ຕ່າງປະເທດ, ທັງຊາວຕ່າງປະເທດທີ່ພວມດໍາລົງຊີວິດ ແລະ ປະຕິບັດພາລະກິດຂອງຕົນຢູ່ ສປປ ລາວ ແລະ ບັນດາປະເທດເພື່ອນມິດສາກົນ ທັງຫລາຍຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມຜາສຸກເບີກບານມ່ວນຊື່ນ, ມີສັນຕິພາບ, ມິດຕະພາບ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.

Hits: 22

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້