
ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ມີພິ ທີເຊັນສັນຍາດັດແກ້ ແລະ ເພີ່ມເຕີມບາງເນື້ອໃນຂອງສັນຍາວ່າດ້ວຍການລົງທຶນກໍ່ສ້າງດຳເດີນງານ ແລະ ມອບໂອນ (BOT) ໂຮງງານຜະລິດນ້ຳປະປາທ່າເດື່ອ ເມືອງຫາດຊາຍຟອງ ໄລຍະທີ I ແລະ ເຊັນບົດບັນທຶກຄວາມເຂົ້າໃຈເພື່ອເກັບກຳຂໍ້ມູນ ສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາເປັນແຫຼ່ງ ທ່ອງທ່ຽວອະນຸຮັກທຳມະ ຊາດແບບຍືນຍົງຢູ່ເຂດບ້ານປາກກວາງ ເຂດໜອງຫານ ບ້ານນາທາມ ແລະ ບ້ານນາຊອນ ເມືອງປາກງື່ມ ລະຫວ່າງອົງການປົກຄອງນະຄອນຫຼວງວຽງ ຈັນ ໂດຍຕາງໜ້າພະແນກແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນອໍໂຕເມຊັນ ແອນ ໂຊລູຊັນເອັນຈີເນຍຣິງ ຈຳກັດ.
ທ່ານ ແສງລາຕີ ສະຫວັນຄຳ ຜູ້ອຳນວຍການບໍລິສັດວຽງຈັນອໍໂຕເມຊັນ ແອນ ໂຊລູຊັນເອັນຈີເນຍຣິງ ຈຳກັດ(VASE) ກ່າວວ່າ: ທາງບໍລິສັດຈຶ່ງເຫັນໄດ້ຄວາມສຳຄັນໃນການຊົມໃຊ້ນ້ຳປະປາພາຍໃນເມືອງຫາດຊາຍຟອງ ແລະ ເມືອງອ້ອມຂ້າງ ໃຫ້ປະຊາຊົນໄດ້ມີນ້ຳປະປາໃຊ້ຢ່າງພຽງພໍ ບໍລິສັດຈຶ່ງສະເໜີລົງທຶນສຶບຕໍ່ວາງລະບົບທໍ່ແຈກຢາຍນ້ຳປະປາ ເຂດບໍລິການເມືອງຫາດຊາຍຟອງ ເຊິ່ງ ມີຄວາມຍາວ 100 ກິໂລແມັດ ກວມເອົາ 6 ເຂດໃນມູນຄ່າການລົງທຶນ 12 ລ້ານໂດລາສະຫະ ລັດ ຫຼື ປະມານ 100 ກວ່າຕື້ກີບ ກັບລັດວິສາຫະ ກິດນ້ຳປະປາ ນະຄອນຫຼວງວຽງຈັນ ໃນນາມຄູ່ຮ່ວມສັນຍາໂຄງການດັ່ງກ່າວ.
ສຳລັບ ການພັດທະນາແຫຼ່ງທ່ອງທ່ຽວໜອງຫານ ບ້ານນາທາມ ແລະ ທີ່ດິນບ້ານປາກກວາງ ຍ້ອນເຫັນໄດ້ເຖິງຄວາມໝາຍຄວາມສຳຄັນໃນການສົ່ງ ເສີມວຽກງານການທ່ອງທ່ຽວໃນນະຄອນຫຼວງວຽງຈັນ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເພື່ອຕອບສະໜອງກັບຄວາມຕ້ອງການຂັ້ນພື້ນຖານໃນການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນແຕ່ລະປີ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ເວົ້າລວມ ເວົ້າສະເພາະກໍຄືເມືອງປາກງື່ມ ໃຫ້ມີແຫຼ່ງທ່ອງທ່ຽວໃນຮູບແບບອະນຸຮັກທຳມະຊາດ.
ທີ່ມາ: Vientiane Mai