Thursday, April 30, 2026
Kbank Laos โอน รับ จ่าย
-->

ສິດທິໂລຈິສຕິກ ລາວ ໄດ້ຮັບຄວາມໄວ້ວາງໃຈເປັນຜູ້ພັດທະນາທ່າບົກທ່ານາແລ້ງ-ເຂດໂລຊິດສະຕິກ

ບໍລິສັດ ສິດທິໂລຈິສຕິກ ລາວ ຈໍາກັດ ເປັນບໍລິສັດໃນເຄືອຂອງບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ຮັບຄວາມໄວ້ ວາງໃຈຈາກລັດຖະບານລາວໃຫ້ເປັນຜູ້ພັດທະນາໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດ 100 ກວ່າເຮັກຕາ ດ້ວຍມູນຄ່າການລົງທຶນຫຼາຍສິບລ້ານໂດລາສະລັດ.

ໂຄງການດັ່ງກ່າວຈະເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ມື້ນີ້ເປັນຕົ້ນໄປ ແລະ ຈະໃຫ້ສໍາເລັດໃນທ້າຍປີ 2022 ເພື່ອຮອງຮັບການຂົນ ສົ່ງລົດໄຟລາວ-ຈີນ ດ້ານປະທານບໍລິສັດເປີດເຜີຍ ໂຄງການດັ່ງກ່າວຈະເປັນການຮອງຮັບຂົນສົ່ງສິນຄ້າທຸກປະເພດທີ່ເຂົ້າມາລາວ ທັງເປັນການສົ່ງສິນຄ້າຈາກລາວໄປຍັງບັນດາປະເທດຕ່າງໆໃນໂລກ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ສິິດທິໂລຈິສຕິກ ລາວ ຈໍາກັດ ກ່າວວ່າ: ໂຄງການລົງທຶນ ພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ແມ່ນໜື່ງໃນໂຄງ ການບູລິມາສິດ ຂອງຍຸດທະສາດພັດທະນາ ໂລຈິດສຕິກແຫ່ງ ຊາດປີ 2016-2020 ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະ ບານແຫ່ງ ສປປ ລາວ ໃນການຫັນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນ ແລະ ສາ ກົນ ເຊິ່ງເປັນປະເທດບໍ່ມີຊາຍແດນຕິດຈອດກັບທະເລ.

ດັ່ງນັ້ນ ການສ້າງຕັ້ງທ່າບົກຈະເປັນກຸນແຈສໍາຄັນໃນການເຊື່ອມຈອດ ແລະ ເຊື່ອມໂຍງບັນດາເສັ້ນທາງການຂົນສົ່ງຄື: 1) ເສັ້ນ ທາງຕາເວັນຕົກສາມາດເຊື່ອມຕໍ່ການຂົນສົ່ງທາງທະເລ ຜ່ານທ່າ ເຮືອແຫຼມສະບັງ (Kerry Siam Seaport) ໂດຍທີ່ທ່າບົກທ່ານາແລ້ງຈະເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຫຼາຍຮູບ ແບບ ທາງທະເລທາງບົກ ແລະ ທາງອາກາດ ໄປຍັງບັນດາປະເທດຕາເວັນຕົກ 2) ເສັ້ນທາງຕາເວັນອອກສາມາດເຊື່ອມຕໍ່ການຂົນສົ່ງທາງທະເລ ຜ່ານທ່າເຮືອສາກົນລາວຫວຽດ (Lao-Viet International Port) ເຊິ່ງເປັນໂຄງການຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດ ນາມ ໂດຍທີ່ທ່າບົກທ່ານາແລ້ງຈະເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຫຼາຍຮູບແບບ ທາງທະເລ ແລະ ທາງບົກໄປຍັງບັນດາປະເທດຕາເວັນອອກ 3) ເສັ້ນທາງສາຍເໜືອສາມາດເຊື່ອມຕໍ່ການຂົນສົ່ງ ທາງລົດໄຟ ລາວ-ຈີນ ເຖີງຄຸນໝິງຜ່ານນະ ຄອນ ສົງຊິ້ງໄປຍັງທະວີບ ເອີຣົບ ໂດຍຜ່ານການໃຫ້ບໍລິການ ຂົນ ສົ່ງສີນຄ້າທາງລົດໄຟ ຢູຊີນອູ (YUXINOU) ຂອງບໍລິສັດ YPL ທີ່ມີສັນຍາຮ່ວມມືກັບ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ແລະ ສາມາດໃຊ້ເວລາການຂົນສົ່ງ 17 ວັນ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສືບຕໍ່ສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍ ກະຊວງແຜນການ ການລົງທຶນ ໂດຍແມ່ນທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈໍາກັດ ໂດຍການເປັນກຽດເປັນປະທານຂອງພະນະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ປະທານຄະນະກຳມະການລົງທຶນແຫ່ງຊາດ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມພາກສ່ວນກ່ຽວຂ້ອງ.

ທີ່​ມາ: ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.