ລັດຖະບານ ອະນຸມັດຂຸດຄົ້ນໄມ້ໃນເຂດທີ່ມີໂຄງການພັດທະນາ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2019 ລະຫວ່າງ ວັນທີ 23 – 24 ຜ່ານມາທີ່ສຳນັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ໂດຍກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 05 ເອກະສານສໍາຄັນ ເຊິ່ງໃນນັ້ນມີການອະນຸມັດຂຸດຄົ້ນໄມ້ທີ່ຢູ່ໃນໂຄງການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ສ່ວນເຄື່ອງປາຂອງດົງຕ້ອງໃຊ້ແບບປະຢັດ.

ທີ່ປະຊຸມເຫັນດີອະນຸມັດຂຸດຄົ້ນໄມ້ ທີ່ນອນຢູ່ໃນເຂດໂຄງການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນ: ແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນໍ້າໃນເຂື່ອນ ໂດຍມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນ, ມີການແຕ່ງຕັ້ງຄະນະຮັັບຜິດຊອບຄັກແນ່, ກໍານົດແຜນການຂຸດຄົ້ນໃຫ້ລະອຽດ, ພ້ອມທັງ ຄົ້ນຄວ້າມາດຕະການຄຸ້ມຄອງໃຫ້ດີ, ແທດເໝາະກັບສະພາບຕົວຈິງ, ຫຼີກລ້ຽງການສວຍໂອກາດ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ມີການສຶກສາອົບຮົມປຸກລະດົມປະຊາຊົນ ໃຫ້ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງຖືກຕ້ອງ. ສ່ວນເຄື່ອງປ່າຂອງດົງ ແມ່ນເຫັນດີໃຫ້ຂຸດຄົ້ນນໍາໃຊ້ຢ່າງສົມເຫດສົມຜົນ ແລະ ໃຫ້ຊົມໃຊ້ຢູ່ພາຍໃນປະເທດເປັນຫຼັກ, ແຕ່ຕ້ອງມີການກວດກາ, ຄຸ້ມຄອງຢ່າງເຂັ້ມງວດ, ອັນໃດຄວນອະນຸຍາດໃຫ້ຂຸດຄົ້ນນຳໃຊ້, ອັນໃດຄວນຢຸດເຊົາ, ຫຼີກລ້ຽງການເກັບທີ່ມີລັກສະນະດັບສູນ, ຮັັບປະກັນໃຫ້ມີຄວາມຍືນຍົົງ ແລະ ສ້າງໄດ້ມູນຄ່າເພີ່ມ. ພ້ອມນັ້ນ ກໍ່ໃຫ້ມີການກຳນົດປະເພດເຄື່ອງປ່າຂອງດົງ ທີ່ຄວນຈຳກັດ ແລະ ບໍ່ຈຳກັດ ໃນການສົ່ງອອກໄປຂາຍຕ່າງປະເທດຢ່າງຄັກແນ່.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...