Wednesday, April 15, 2026
Kbank Laos โอน รับ จ่าย
-->

ປະ​ຫວັດ​ສາດ​ຈາ​ລຶກ ກອງພັນທີ 2 ຜ່າວົງປິດລ້ອມສັດຕູແບບມະຫັດສະຈັນ ຂອງກອງທັບປະຊາຊົນລາວ

ໃນ​ໂອກາດ​ລະນຶກ​ວັນ​ປະຫວັດສາດ ກອງພັນ​ທີ 2 ຜ່າ​ວົງປິດ​ ລ້ອມ​ຂອງ​ສັດຕູ ຄົບຮອບ 60 ປີ (18/5/1959-18/5/2019) ຂໍ​ນຳ​ສະເໜີ​ມູນເຊື້ອ​ວັນ​ສຳຄັນ​ດັ່ງກ່າວ ເພື່ອ​ເປັນ​ການ​ຢັ້ງຢືນ​ເຖິງ​ຜົນງານ ແລະ ນຳ​ໃຈ​ອັນ​ພິລະ​ອາດ​ຫານ​ຂອງນັກຮົບ​ປະຕິວັດ​ລາວ ກໍ​ຄື​ກອງທັບປະຊາຊົນ​ລາວ ໃນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ ເຊິ່ງ​ພາຍຫລັງ​ທີ່​ພວກ​ຈັກກະພັດ​ອາເມລິກາ ແລະ ລູກມື ໄດ້​ຮັບ​ຄວາມ​ປະ​ລາ​ໄຊຢ່າງຕໍ່ເນື່ອງ ໃນ​ການ​ດຳເນີນ​ກົນອຸບາຍຫລອກ ​ເສືອ​ອອກ​ຈາກ​ຖ້ຳ ແລະ ກົນອຸບາຍ ຫັນປ່ຽນ​ໂດຍ​ສັນຕິ ພວກ​ເຂົາ​ໄດ້​ຕັດສິນ​ໃຈ​ໂຄ່ນ​ລົ້ມ​ລັດຖະບານ​ປະສົມ ຈີກ​ສັນຍາວຽງ​ຈັນ ໃຊ້​ຄວາມ​ຮຸນ​ແຮງ​ຝືນ​ປະຕິວັດ​ດ້ວຍ​ກຳລັງ​ອາວຸດ ເພື່ອ​ຫວັງ​ດັບ​ສູນ​ກຳລັງ​ປະຕິວັດ ພວກ​ເຂົາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລູກມື​ໃນ​ທຸກ​ເຂດ​ແຂວງ ອອກແຮງ​ປາບ​ປາມ​ກຳລັງ​ຮັກ​ຊາດ ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ ພ້ອມ​ດຽວ​ກັນ​ນີ້ ກໍ​ດຳເນີນ​ການ​ປິດ​ລ້ອມ​ນາບ​ຂູ່ ແລະ ຈັບ​ກຸມ​ຄຸມຂັງ​ ຜູ້ນຳ​ຂອງ​ແນວ​ລາວ​ຮັກ​ຊາດ.

ໂດຍ​ປະຕິບັດ​ຕາມ​ສັນຍາວຽງ​ຈັນ ປີ 1957 ວ່າ​ດ້ວຍ​ການ​​ລວມປະ ສົມ​ກຳລັງ​ທະຫານ​ຂອງ​ສອງ​ຝ່າຍ ລະຫວ່າງ​ຝ່າຍ​ແນວ​ລາວ​ຮັກ​ຊາດ ແລະ ລັດ​​ຖະບານ​ແຫ່ງ​ລາຊະ​ອະ​ນາ​ຈັກ ກຳລັງປະກອບ​ອາວຸດ ຂອງ ​ຝ່າຍ​ປະເທດ​ລາວ ຈຳນວນ 1.500 ຄົນ ໄດ້​ຮັບ​ການຈັດຕັ້ງ​ມອບ​ໝາຍ ໃຫ້​ເຂົ້າ​ຮ່ວມ​ກັບ​ກອງທັບ​ຂອງ​ລາ ຊະ​ອານາຈັກ ໂດຍ​ກອງພັນ​ທີ 1 ​​ຕັ້ງ​ຢູ່​ເມືອງ​ຊຽງ​ເງິນ ແຂວງ​ຫລວງ​ພະ​ບາງ ແລະ ກອງພັນ​ທີ 2 ​​ຕັ້ງ​ຢູ່​ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ. ກອງກຳລັງ​ທັງ​ສອງ​ກອງພັນແມ່ນກຳ ລັງ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ ແລະ ປະຊາຊົນ ມີ​ມູນເຊື້ອ​ຮັກ​ຊາດ​ທີ່​ສູງ​ສົ່ງ ມີ​ນ້ຳໃຈ​ປະຕິວັດ​ສຸດ​ກົກ​ສຸດ​ປາຍມີ​ ລະບຽບ​ວິໄນ​ທີ່​ເຄັ່ງ​ຄັດເຂັ້ມ​ງວດ ເປັນ​ກຳລັງ​ທີ່​ເຄີຍ​ສ້າງ​ຜົນງານ​ອັນ​ດີເດັ່ນ ໃນ​ການ​ຕໍ່ສູ້​ອັນ​​ພິລະ​ອາດ​ຫານ ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​​ຝຣັ່ງ ແລະ ຈັກກະພັດ​ອາເມລິກາ​ຜູ້​ຮຸກ.

ນັບ​ແຕ່​ມື້​ທີ່​ກອງພັນ​ທີ 2 ໄດ້​ເຄື່ອນທັບ​ເຂົ້າ​ ມາ​​ຕັ້ງ​ຢູ່​ໃຈກາງ​ທົ່ງ​ໄຫ​ຫີນ ຈັກກະ​ພັດ​ອາ​​​ເມລິກາ ແລະ ພວກ​ຫຸ່ນ​ວຽງ​ຈັນ​ທີ່​ເປັນ​ລູກມື ກໍ​ໄດ້​ດຳເນີນ​ກົນອຸບາຍ ເພື່ອ​ຫວັງ​ທັບ​ມ້າງ ແລະ ດັບ​ມອດ​ກຳລັງ​ຂອງ​ກອງພັນ​ ທີ 2 ຊຶ່ງ​ໃນ​ເບື້ອງ​ຕົ້ນ ພວກ​ເຂົາ​ໄດ້​ນຳ​ໃຊ້​​ເລ່​ລ່ຽມກົນອຸບາຍ ດ້ວຍ​ວິທີ​ໂຄສະນາ​ຊວນ​ເຊື່ອ​ຕົວະ​ຍົວະ ຊື້​ຈ້າງ​ຈອບ​ອອຍ​ດ້ວຍ​ເງິນ​ຄຳ ນາງ​ສາວ ແລະ ແບບ​ດຳລົງ​ຊີວິດ​ທີ່​​ຟຸມ​ເຟືອຍຍົວະ​ເຍົ້າ​ໃຫ້​ກອງພັນ​ທີ 2 ຍອມ​ມອບ​ອາວຸດ ແລະ ຮັບເອົາການ​ປະດັບ​​ຊັ້ນ ເພື່ອ​ຫວັງ​ກືນ​ເອົາ​ກຳລັງ​ຂອງ​ກອງ ພັນ​ທີ 2 ເຂົ້າ​ເປັນ​ກຳລັງ​ ຂອງ​ກອງທັບ​ລາຊະ​ອານາຈັກ.

ແຕ່​ ຄະນະ​ພັກ ແລະ ຄະນະ​ບັນຊາ​ ຂອງ​ກອງພັນ​ທີ 2 ກໍ​ໄດ້​ເດັດດ່ຽວ​ນຳພາ ແລະ ອ້າຍ​ນ້ອງພະນັກງານນັກຮົບ ດ້ວຍ​ຄວາມ​ທຸ​​ນ​ທ່ຽງ​​ໝັ້ນ​ໜຽວສາມາດ​ຮັກສາ ແລະ ສະແດງ​ໃຫ້​ເຫັນ​ໄດ້ທາດ​ແທ້​ຂອງ​ນັກຮົບ​ປະຕິວັດ ຕໍ່​ມາ​ພວກ​ເຂົາ​ໄດ້​ຫັນ​ມາ​ນຳ​ໃຊ້​ວິທີ​ການ​ນາບ​ຂູ່ການບີບ​ບັງຄັບ​ໂດຍ​ທາງ​ອ້ອມເປັນຕົ້ນ ການຈຳກັດເຂົ້າ ​ປາ​ອາຫານ ເຄື່ອງໃຊ້​ສອຍ ແລະ ອື່ນໆ ການ​ກະທຳ​ຂອງ​ພວກ​ເຂົາ ເຖິງ​ວ່າ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຫລາຍ​ປະການ ໂດຍສະເພາະແມ່ນ ​ດ້ານ​ຊີວິດ​ການເປັນ​ຢູ່​ຂອງ​ພະນັກ ງານນັກ​​​ຮົບ ແລະ ຄອບຄົວ ແຕ່​ພວກ​ເຂົາ​ກໍ​ບໍ່​ສາມາດ​ເອົາ​ຊະນະ ມານະ​ຈິດ​ປະຕິວັດ​ຂອງ​ນັກຮົບ​ປະຕິວັດ​ໄດ້ກົງກັນຂ້າມ ທົ່ວກອງພັນ​ຍິ່ງ​ມີ​ຈິດໃຈ​ບຸກ​ບືນ​ນ້ຳ ໃຈ​ຄຽດ​ແຄ້ນ​ສັດ ຕູນັບ​ມື້​ນັບ​ສູງ.

ຄະນະ​ພັກ ຄະນະ​ບັນຊາ ໄດ້ອອກ ແຮງ​ປຸກລະດົມຂະບວນການ​ ເພີ່ມ​ພູນ​ຜະລິດຜົນປະຢັດ​ມັດທະຍັດບັນ ດາ​ກົມ​ກອງ​ໄດ້​ເປັນ​ເຈົ້າການ ເຮັດ​ວຽກ​ງານ​ໂຄສະນາຂົນຂວາ​​ຍເປີດ​​ ກ້​ວາງ​ການ​​ພົວພັນ​ລະຫວ່າງ​ທະ ຫານ ກັບ​ປະຊາຊົນ​ຢູ່​ໃນ​ເຂດ​ອ້ອມ ແອ້ມ​ທີ່​​ຕັ້ງ​ຂອງ​ກອງພັນ ສະນັ້ນ ພຽງ​ແຕ່​ໄລຍະ​ສັ້ນໆ ພະນັກງານ ນັກຮົບ​ກອງພັນ​ທີ 2 ກໍ​ໄດ້​ຮັບຄວາມ​ ເຊື່ອ​ຖື ຮັກແພງ ແລະ ເຊື່ອ​​ໝັ້ນ​ຈາກ​ປະຊາຊົນ​ຢ່າງ​​ກ້​ວາງ​ຂວາງ ຈາກນັ້ນ ປະຊາຊົນທີ່ຢູ່​​ບໍລິເວນນັ້ນ ກໍ​ໄດ້​ ໃຫ້​ຄວາມ​ຊ່ວຍເຫລືອ​ເບິ່ງແຍງຊີວິດ​ ການ​ເປັນ​ຢູ່​ຂອງ​ພະນັກງານນັກຮົບ ​ກອງພັນ​ທີ 2 ຄື​ກັບ​ລູກຫລານຄີງ​ຂອງ​ຕົນ​ເອງ.

ເມື່ອເຮັດແນວໃດນັກ ຮົບ​ປະຕິວັດກອງພັນ​ທີ 2 ກໍ​ບໍ່ຍອມ ຈຳນົນ ກົງກັນຂ້າມຊ້ຳພັດມີຄວາມ ​ທຸ​​ນ​ທ່ຽງບໍ່​ຢ້ານ​ກົວ​ຕໍ່​ການ​ກະທຳ ແລະ ສະ​​ຖານະການໃດໆ ພວກເຂົາ​ ກໍ​ໄດ້​ບືນເລິກ​ເຂົ້າ ໂດຍໃຊ້​ກຳລັງ​ທະຫານ​ລາຊະ​ອະ​ນາ​ຈັກ ຈຳນວນ 3 ກອງພັນ ໂດຍມີ​ກອງ​ກຳລັງ​ປືນ​ໃຫຍ່ ລົດຫຸ້ມເກາະ ແລະ ເຮືອບິນທຳ​ການ​ປິດລ້ອມ​ ກອງພັນ​ທີ 2 ໃຊ້ ຖ້ອຍ​ຄຳ​ນາບຂູ່ ເພື່ອ​ບັງຄັບໃຫ້ກອງ ພັນ​ທີ 2 ມອບ​ຕົວ.

ຢືນ​ຢູ່​ຕໍ່ໜ້າ​ສະ ພາບ​ການ​ທີ່​ເຄັ່ງ​ຕຶງ ແລະ ສ່ຽງເປັນ ສ່ຽງ​ຕາຍ​ດັ່ງກ່າວ ຄະນະ​ພັກຄະນະ​ບັນຊາ​ກອງພັນ ໄດ້​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື​ກັນ​ຢ່າງ​ເຄັ່ງຮ້ອນ ລະ​​ອຽດຮອບ​ຄອບຖີ່​ຖ້ວນ ບົນພື້ນ ຖານ​ຄວາມ​ເປັນ​​ເອກະ​ພາບມີຄວາມ​ຕັດສິນ​ໃຈ​ທີ່​​ໝັ້ນ​ແກ່ນ ຂອງ​ພະນັກ ງານ​ນັກຮົບ​ທົ່ວ​ກອງພັນ ແລະ ດ້ວຍ​ ການ​ອູ້ມຊູ​ຊ່ວຍເຫລືອຂອງປະຊາ ຊົນ​ເຂດ​ຊຽງ​ຂວາງ ກອງພັນ​ທີ 2 ໄດ້​ສ້າງ​ວິລະກຳ ດ້ວຍ​ການ​ຕັດສິນ​ໃຈ​ບັນຊາ​ກອງ​ທະຫານ ຜ່ານ​ວົງ​ລ້ອມ​ອັນ​ແໜ້ນໜາ​ຂອງ​ສັດຕູ ອອກ​ໄປ​ສູ່​ເຂດ​ທີ່​​ໝັ້ນ​ປະຕິວັດ ໃນ​ວັນ​ທີ 18 ພຶ​​ດສະພາ (5) 1959 ດ້ວຍ ຄວາມພິລະ​ອາດ​ຫານ ແລະ ມີໄຊ.

ໄຊຊະນະ​ຂອງ​ກອງພັນ​ທີ 2 ໃນ ການ​ຜ່າ​ ວົງ​ລ້ອມ​ຂອງ​ສັດຕູບໍ່ພຽງ ແຕ່​ເປັນ​ການ​ທັບ​ມ້າງ​​ເລ່​ລ່ຽມກົນ ອຸບາຍ ແລະການກະທຳຝືນປະຕິວັດ ຂອງ​ພວກ​ຈັກກະພັດ​ອາເມລິກາ ແລະ ພວກ​ຫຸ່ນ​ວຽງ​ຈັນ ທີ່ເປັນຕີນ​ ມື​ເທົ່ານັ້ນແຕ່​ມັນຍັງເປັນ​ການປຸກ ລະດົມ ແລະ ເປີດ​ສາກໃຫ້ແກ່​ການ​ຫັນ​ທິດ​ຕໍ່ສູ້​ປະຕິວັດ ໃຫ້ກ້າວໄປ​ສູ່​ໄລຍະ ແລະ ຄຸນ​ນະ​ພາບໃໝ່ພ້ອມ ​ດຽວ​ກັນ​ນີ້ ກໍ​ໄດ້​ເປັນ​ການ​ປະກອບສ່ວນ ຂຽນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ທີ່​ຮຸ່ງເຮືອງ​ເຫລືອງ​ເຫລື້ອມຂອງ​ປະຊາຊົນ​ລາວ​ໃນ​ໄລຍະ​ຕໍ່​ມາ.

ທີ່​ມາ​: ສຳ​ນັກ​ຂ່າວ​ສານ​ປະ​ທ​ດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.